ແຕ່ງຕັ້ງ ທ່ານ ສີໃສ ແກ້ວມະນີໄຊ ເປັນຜູ້ວ່າການຫົວໜ້າ ສາຂາລັດວິສາຫະກິດໄຟຟ້າລາວ ແຂວງຈໍາປາສັກ

148

ພິທີມອບ – ຮັບໜ້າທີ່ຕໍາແໜ່ງຫົວໜ້າ ສາຂາລັດວິສາຫະກິດໄຟຟ້າລາວ ແຂວງຈໍາປາສັກ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນອາທິດຜ່ານມາ ຢູ່ທີ່ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຈໍາປາສັກ ( ບ້ານໂນນສະຫວ່າງ ນະຄອນປາກເຊ ) ໃຫ້ກຽດເຂົ້າຮ່ວມມີ ທ່ານ ທອງຂັນ ພິມວິໄລ ຄະນະພັກກະຊວງ, ຫົວ ໜ້າກົມຈັດຕັ້ງ ກະຊວງພະລັງງານ ແລະ ບໍ່ແຮ່; ທ່ານ ຄໍາປະເສີດ ເທບປັນຍາ ຮອງຜູ້ອໍານວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ, ທ່ານ ແກ້ວ ສີລິສະຫວັດ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງ ຈໍາປາສັກ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີໄດ້ຜ່ານຂໍ້ຕົກລົງຂອງຜູ້ອໍານວຍການໃຫຍ່ລັດວິສາຫະກິດໄຟຟ້າລາວ ວ່າດ້ວຍການປັບປຸງບຸກຄະລາກອນລະດັບຂັ້ນຝ່າຍ, ສາຂາແຂວງ ແລະ ຫ້ອງການ ເພື່ອກະກຽມໃສ່ໂຄງຮ່າງການຈັດຕັ້ງໄລຍະທີ 1 ຂອງລັດວິສາຫະກິດໄຟຟ້າລາວ.

ໃນນັ້ນ, ໄດ້ແຕ່ງຕັ້ງ ທ່ານ ຄູນ ບົວແພງພັນ ຫົວໜ້າສາຂາລັດວິສາຫະກິດໄຟຟ້າລາວ ແຂວງຈໍາປາສັກ ຜູ້ເກົ່າ ໄປເປັນຜູ້ວ່າການຫົວໜ້າຝ່າຍຄຸ້ມຄອງສາຍສົ່ງ ແລະ ສະຖານີ ລັດວິສາຫະກິດໄຟຟ້າລາວ, ແຕ່ງຕັ້ງ ທ່ານ ສີໃສ ແກ້ວມະນີໄຊ ເປັນຜູ້ວ່າການຫົວໜ້າສາຂາລັດວິສາຫະກິດໄຟຟ້າລາວ ແຂວງຈໍາປາສັກ ແລະ ແຕ່ງຕັ້ງຮອງຫົວໜ້າສາຂາລັດວິສາຫະກິດໄຟຟ້າລາວ ແຂວງຈໍາປາສັກ ປະກອບມີ 3 ທ່ານ ຄື: ທ່ານ ເພັດສະໝອນ ວັນທາ, ທ່ານ ພູທົງ ຫຼວງໄຊຍະລາດ ແລະ ທ່ານ ຄໍາແດງ ພົມມະສັກ.