ວິກິດໜັກ! ມື້ດຽວຄົນອິດຕາລີ ເສຍຊີວິດຈາກ ໂຄວິດ-19 133 ຄົນ

09 Mar 2020

ຄລິກແຊຣ໌ 0 Facebook WhatsApp

ປະເທດອິຕາລີມີຜູ້ເສຍຊີວິດຢ່າງໜ້ອຍ 366 ຄົນ ຈາກເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ໂດຍເພິ່ມຂຶ້ນ 133 ຄົນ ພາຍໃນມື້ດຽວ ຂະນະທີ່ ມາດຕະການຄວບຄຸມພະຍາດໂດຍການ “ປິດເມືອງ” ແບບດຽວກັບໃນປະເທດຈີນ ມີຜົນທັນທີເກືອບທຸກພື້ນທີ່ໃນເຂດພາກເໜືອ.

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຣມ ປະເທດອິຕາລີ ເມື່ອວັນຈັນ ທີ 9 ມີນາ ວ່າ ກະຊວງສາທາລະນະສຸກອິຕາລີລາຍງານສະຖານະການເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ຫຼື ໂຄວິດ-19 ວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 366 ຄົນ ເພິ່ມຂຶ້ນ 133 ຄົນ ພາຍໃນ 24 ຊົ່ວໂມງ ຜ່ານມາ ຖືວ່າເປັນສະຖິຕິຜູ້ເສຍຊີວິດປະຈຳວັນສູງທີ່ສຸດ ເປັນປະຫວັດການ ດ້ານຈຳນວນຜູ້ຕິດເຊື້ອໃໝ່ ເພິ່ມຂຶ້ນ 25% ຈາກ 5.883 ຄົນ ເປັນຢ່າງໜ້ອຍ 7.375 ຄົນ ສູງທີ່ສຸດໃນທະວີບເອີຣົບ ແລະ ເປັນພື້ນທີ່ວິກິດທີ່ສຸດຮອງຈາກຈີນ.

ທັງນີ້ ລັດຖະບານອິຕາລີຕັດສິນໃຈໃຊ້ມາດຕະການຄວບຄຸມພະຍາດຢ່າງ “ເຂັ້ມງວດ ແລະ ຕັດສິນໃຈ” ແບບດຽວກັບປະເທດຈີນ ທີ່ກຳລັງດຳເນີນການດ້ວຍການປະກາດປິດເມືອງ ຫຼື ປິດພື້ນທີ່ທັງໝົດໃນເຂດພາກເໜືອ ເຊິ່ງເປັນຈຸດວິກິດທີ່ສຸດຂອງປະເທດ ໄດ້ແກ່ແຄວ້ນລອມບາເດຍທັງໝົດ ເຊິ່ງມີເມືອງເອກ ຄືເມືອງມິລານ ແລະ ອີກ 14 ເມືອງ ໃນແຄວ້ນເວເນໂຕ ທີ່ມີເມືອງເວນິສ ເປັນເມືອງເອກ ແລະ ແຄວ້ນເອມີເລຍ-ໂຣມັນຢາ ທີ່ມີເມືອງປາມາເປັນເມືອງເອກ ໂດຍໃຫ້ພາຍໃຕ້ມາດຕະການຄວາມຄຸມພະຍາດເປັນກໍລະນີພິເສດ ຕັ້ງແຕ່ວັນທີ 8 ມີນາ ຈົນເຖິງ ວັນທີ 3 ເມສາ ເປັນຢ່າງໜ້ອຍ ເພື່ອຫຼຸດຜ່ອນການລະບາດຂອງເຊື້ອໄວຣັສດັ່ງກ່າວ.

ຂະນະທີ່ ສະຖານທີ່ສາທາລະນະທົ່ວປະເທດປິດໃຫ້ບໍລິການ ຍົກເວັ້ນຮ້ານອາຫານ, ຫ້າງສັບພະສິນຄ້າ ແລະ ຮ້ານສະ ດວກຊື້ ເປີດໃຫ້ບໍລິການພາຍໃຕ້ກົດລະບຽບຢ່າງເຂັ້ມງວດ ເຊັ່ນດຽວກັບສະໜາມບິນ ແລະ ສະຖານີລົດໄຟທຸກແຫ່ງ ຍັງເປີດໃຫ້ບໍລິການຕາມປົກກະຕິ ແຕ່ມີການຍົກລະດັບມາດຕະການກວດກາຢ່າງເຂັ້ມງວດ.

ດ້ານສົມເດັດພະສັນທະປາປາ ຟຣານຊິສ ປະມຸກແຫ່ງນະຄອນລັດວາຕິກັນ ປະເທດນ້ອຍ ແລະ ບໍ່ມີຊາຍແດນຕິດກັບທະເລໂດຍກົງ ຕັ້ງຢູ່ໃນນະຄອນຫຼວງໂຣມ ພະອົງໄດ້ສູດມົນວັນອາທິດ ໂດຍຖ່າຍທອດສົດຜ່ານທາງສະຕຣິມມິ່ງ ເປັນຄັ້ງທຳອິດໃນປະຫວັດສາດຂອງວາຕິກັນ. ໂດຍສຳນັກງານເລຂາທິການແຫ່ງລັດວາຕິກັນ ໄດ້ອອກຖະແຫຼງການກ່ຽວກັບການໃຫ້ຄວາມຮ່ວມມືຢ່າງເຕັມທີ່ກັບລັດຖະບານອິຕາລີ ເພື່ອປະສິດທິພາບໃນການຈັດການກັບວິກິດການດ້ານສາທາລະນະສຸກ ໃນຄັ້ງນີ້.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ