ອັງກິດ ຈະສືບຕໍ່ໃຫ້ທຶນຊ່ວຍເຫຼືອວຽກງານເກັບກູ້ລະເບີດ

128

ທ່ານ ຈອນ ເພຍເຊິນ ( John Pcarson ) ເອກອັກຄະຣາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອີຣັງເດີເໜືອ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະ ໃນວັນທີ 6 ມີນາ 2020 ຢູ່ທີ່ຫ້ອງວ່າການ ແຂວງ.

ທ່ານເຈົ້າແຂວງຊຽງຂວາງ ກໍໄດ້ລາຍງານວຽກງານການເກັບກູ້ລະເບີດຢູ່ແຂວງຊຽງ ຂວາງ ໂດຍສະເພາະແມ່ນທຶນຊ່ວຍເຫຼືອຈາກລັດຖະບານ ກໍຄືປະຊາຊົນຊາວອັງກິດ ການຊ່ວຍເຫຼືອນັ້ນໄດ້ເຮັດໃຫ້ຕົວເລກອຸບັດເຫດຈາກລະເບີດບໍ່ທັນແຕກໄດ້ຫຼຸດລົງໃນແຕ່ລະປີ, ປະຊາຊົນໄດ້ຮັບຮູ້ເຖິງຜົນຮ້າຍ ແລະ ຄວາມສ່ຽງຕໍ່ອຸບັດເຫດດັ່ງກ່າວ, ແຂວງກໍຄືປະຊາຊົນຊາວຊຽງຂວາງ ສະແດງ ຄວາມຂອບໃຈຕໍ່ການຊ່ວຍເຫຼືອຕະຫຼອດມາ ແລະ ຈະຈົດຈຳໄວ້ໃນດວງໃຈຕະຫຼອດໄປ.

ໂອກາດນີ້ ທ່ານ ຈອນ ເພຍເຊິນ ( John Pcarson ) ເອກອັກຄະຣາຊະທູດ ແຫ່ງສະຫະລາຊະອານາຈັກອັງກິດ ແລະ ອີຣັງເດີເໜືອ ປະຈຳ ສປປ ລາວ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ພ້ອມທັງລາຍງານຈຸດປະສົງການມາຢ້ຽມຢາມແຂວງຊຽງຂວາງ ເພື່ອກວດກາຕິດຕາມເບິ່ງບັນດາກິດຈະກຳທີ່ກຳລັງຈັດຕັ້ງປະຕິບັດພາຍໃຕ້ທຶນຊ່ວຍເຫຼືອຂອງລັດຖະບານອັງກິດ, ເບິ່ງກິດຈະກຳກີລາຣັກບີ້ທີ່ໂຮງຮຽນ ມສ ໂພນສະຫວັນ, ຢ້ຽມຢາມສູນໂຮງຮຽນສອນພາສາອັງກິດ ໂລນບັບຟາໂລ, ຮັບຊົມຮູບເງົາຢູ່ຫໍພິພິທະພັນ ແຂວງ, ຢ້ຽມຢາມອົງການເກັບກູ້ລະເບີດແມັກ, ຢ້ຽມຢາມທົ່ງໄຫຫີນ 2. ຜ່ານມາລັດຖະບານອັງກິດ ໄດ້ໃຫ້ທຶນຊ່ວຍເຫຼືອອົງການເກັບກູ້ລະເບີດແມັກ ປະຈຳລາວ ເຊິ່ງການຊ່ວຍເຫຼືອດັ່ງກ່າວຈະສິ້ນສຸດລົງໃນປີນີ້.

ດັ່ງນັ້ນ, ລັດຖະບານອັງກິດໄດ້ຕົກລົງສືບຕໍ່ໃຫ້ທຶນເກັບກູ້ລະເບີດ, ທຶນສະໜັບສະໜູນໂຮງຮຽນ ໂລນບັບຟາໂລ, ທຶນກີລາຣັກບີ້ ແລະ ທຶນໄປສຶກສາຢູ່ປະເທດອັງກິດ ລັດຖະບານເຫັນຄວາມສຳຄັນຕໍ່ກັບວຽກງານເກັບກູ້ ແລະ ທຳລາຍລະເບີດ, ວຽກງານການສຶກສາ ແລະ ການທ່ອງທ່ຽວຢູ່ ສປປ ລາວ.

( ຂ່າວ: ບຸນມີ ແສງທຸມມີ )