ລາວ – ມຽນມາ ຈະສືບຕໍ່ຮ່ວມມືສົ່ງເສີມການທ່ອງທ່ຽວ

83

ໃນໂອກາດກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ – ມຽນມາ ຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 4 – 7 ມີນາ 2020 ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ທ່ານ ອູຈໍຕິນ ລັດຖະມົນຕີກະຊວງຮ່ວມມືສາກົນແຫ່ງ ສາທາລະນະລັດ ສະຫະພາບມຽນມາ ໄດ້ລົງນາມບົດບັນທຶກແຜນການຮ່ວມມືລະຫວ່າງ ຂະແໜງການກ່ຽວຂ້ອງທີ່ໄດ້ລົງນາມຮ່ວມກັນແລ້ວນັ້ນໃຫ້ເກີດດອກອອກຜົນ.

ພ້ອມນີ້, ສອງຝ່າຍເຫັນດີສືບຕໍ່ຊອກຫາກາລະໂອກາດຮ່ວມກັນ ເພື່ອສົ່ງເສີມການທ່ອງທ່ຽວລະຫວ່າງສອງປະເທດ ກໍຄືລະດັບອະນຸພາກພື້ນ ແລະ ພາກພື້ນ ເພື່ອເປັນການເຜີຍແຜ່ຄວາມສວຍງາມດ້ານທຳມະຊາດ ແລະ ຄວາມຮັ່ງມີທາງດ້ານມໍລະດົກວັດທະນະທຳ. ພ້ອມດຽວກັນ, ກໍໃຫ້ສົ່ງເສີມການທ່ອງທ່ຽວ ແລະ ການໄປ – ມາຫາສູ່ກັນຂອງປະຊາຊົນສອງປະເທດ ເພື່ອສ້າງ ຄວາມໃກ້ຊິດ ແລະ ເຂົ້າອົກເຂົ້າໃຈກັນໃຫ້ຫຼາຍຂຶ້ນ.

ພາຍຫຼັງສຳເລັດກອງປະຊຸມຝ່າຍລາວ ກໍໄດ້ຖືໂອກາດດັ່ງກ່າວຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ມອບເງິນຊ່ວຍເຫຼືອມູນຄ່າ 50.000 ໂດລາສະຫະລັດ ເພື່ອຊ່ວຍເຫຼືອເພື່ອນມິດມຽນມາ ໃນການຟື້ນຟູຊ່ວຍເຫຼືອປະຊາຊົນທີ່ລັດຣະຄ່າຍ ໃຫ້ມີຊີວິດການເປັນຢູ່ດີຂຶ້ນ.