ແຂວງວຽງຈັນ ສົ່ງອອກສິນຄ້າໄດ້ 15 ລ້ານໂດລາ

320

ປີ 2019 ແຂວງວຽງຈັນ ສົ່ງອອກສິນຄ້າໄດ້ 15 ລ້ານໂດລາສະຫະລັດ, ສິນຄ້າສົ່ງອອກຫຼັກແມ່ນອຸດສາຫະກຳ, ຫັດຖະກຳ, ພືດກະສິກຳ. ສ່ວນການສົ່ງເສີມການຜະລິດສິນຄ້າພາຍໃນປັດຈຸບັນທົ່ວ ແຂວງມີສິນຄ້າໂອດ໊ອບ 17 ຫົວໜ່ວຍ ມີ 59 ລາຍການສິນຄ້າ.

ທ່ານ ໄພວັນ ປະຖັມມະວົງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງວຽງຈັນ ໃຫ້ສຳພາດວ່າ: ພວກເຮົາໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນການຜະລິດໄປຕາມລວງແລວຍຸດທະສາດການພັດທະນາ ເຂດແຄວ້ນທີ່ແຂວງໄດ້ກຳນົດໄວ້ຕາມຮູບແບບ 443 ເພື່ອໃຫ້ບັນລຸຕາມເປົ້າໝາຍສະຫັດສະວັດການພັດທະນາເຊິ່ງພວກເຮົາໄດ້ກຳນົດການພັດທະນາ 4 ເມືອງ ຕາມແລວທາງເລກທີ 13 ຄື: ເມືອງໂພນໂຮງ, ຫີນເຫີບ, ວັງວຽງ ແລະ ກາສີ

ໃຫ້ເປັນເຂດພັດທະນາດ້ານອຸດສາຫະກຳ ແລະ ການບໍລິການການຄ້າ; ການພັດທະນາ 4 ເມືອງ ຕາມແລວທາງຕາເວັນຕົກ ຄື: ເມືອງເຟືອງ, ເມືອງໝື່ນ, ເມືອງແມດ, ເມືອງຊະນະຄາມ ໃຫ້ເປັນເຂດຜະລິດກະສິກຳ ແລະ ການຄ້າຊາຍແດນ; ການການພັດທະນາຕາມລ້ອງແຄມແມ່ນ້ຳງື່ມ ມີ 3 ເມືອງ ຄື: ເມືອງແກ້ວອຸດົມ, ວຽງຄຳ, ທຸລະຄົມ ເປັນເຂດປູກພືດກະສິກຳ ເປັນຕົ້ນແມ່ນປູກພືດທັນຍາຫານ, ລ້ຽງສັດໃຫຍ່ ພ້ອມທັງຂະຫຍາຍຕານ່າງເປັນຕະຫຼາດພ້ອມ.

ສຳລັບວຽກງານການນຳເຂົ້າ ແລະ ສົ່ງອອກ ໃນປີ 2019 ສາມາດປະຕິບັດໄດ້ຫຼາຍກວ່າ 61 ລ້ານໂດລາ ທຽບໃສ່ໄລຍະດຽວກັນໃນປີ 2018 ສາມາດຈັດຕັ້ງປະຕິບັດໄດ້ 35,96%, ແຕ່ຖ້າທຽບໃສ່ແຜນປີ ສາມາດຈັດຕັ້ງປະຕິບັດໄດ້ 194,08%.
ໃນນີ້ມູນຄ່າການສົ່ງອອກ ປະຕິບັດໄດ້ 15 ລ້ານໂດລາ ທຽບໃສ່ແຜນການ ປີ 2019 ປະຕິບັດ 78,58%, ຖ້າທຽບໃສ່ປີ 2018 ສາມາດຈັດຕັ້ງໄດ້ 124,54%. ສິນຄ້າທີ່ພົ້ນເດັ່ນໃນການສົ່ງອອກມີສິນຄ້າອຸດສາຫະກຳ, ຫັດຖະກຳ, ພືດກະສິກຳ, ເຄື່ອງປ່າຂອງດົງ, ຜະລິດຕະພັນຢາງພາລາ, ຜະລິດຕະພັນໄມ້ປ່ອງ, ຢາສູບ, ຫວາຍ. ນອກຈາກນັ້ນ, ຍັງມີຜະລິດຕະພັນອຸດສາຫະກຳຊີມັງ, ແຮ່ທາດຕ່າງໆ ເພື່ອສົ່ງອອກປະເທດອ້ອມຂ້າງ ເປັນຕົ້ນແມ່ນປະເທດໄທ, ຫວຽດນາມ, ຈີນ ແລະ ມາເລເຊຍ.

ສຳລັບການນຳເຂົ້າ ມີມູນຄ່າ 46 ລ້ານໂດລາ ທຽບໃສ່ແຜນການປີປະຕິບັດໄດ້ 376,59%, ແຕ່ຖ້າທຽບໃສ່ໄລຍະດຽວກັນປີ 2018 ສາມາດຈັດຕັ້ງປະຕິບັດໄດ້ 103,92%. ສ່ວນການນຳເຂົ້າມີມູນຄ່າສູງຍ້ອນວ່າໄດ້ນຳເຄື່ອງຈັກເຂົ້າມາຮັບໃຊ້ບັນດາໂຮງງານຕ່າງໆ.

ສຳລັບວຽກງານກວດກາການຄ້າ ພວກເຮົາໄດ້ເອົາໃຈໃສ່ລົງກວດກາປະຈຳງວດປະຈຳປີ ຫຼື ມີສິນຄ້າທີ່ບໍ່ປອດໄພພວກເຮົາກໍໄດ້ລົງໄປກວດເປັນປະຈຳ ໂດຍສະເພາະແມ່ນການກຳນົດລາຄາຂຶ້ນ – ລົງນ້ຳມັນເຊື້ອໄຟ, ລົງກວດກາສິນຄ້າໝົດອາຍຸ ເພື່ອປ້ອງກັນການອຸປະໂພກ – ບໍລິໂພກຂອງພໍ່ແມ່ປະຊາຊົນ, ລົງກວດກາສິນຄ້າປອມແປງ ຫຼື ລອກຮຽນແບບນຳເຂົ້າມາໂດຍບໍ່ໄດ້ຮັບອະນຸຍາດ.

ສ່ວນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ຫຼື ໂອດ໊ອບ ພາຍໃນແຂວງວຽງຈັນ ມີທັງໝົດ 17 ຫົວໜ່ວຍ ມີ 59 ລາຍການສິນຄ້າ ທີ່ໄດ້ຮັບນາມມະຍົດສິນຄ້າໂອດ໊ອບ ເຊິ່ງກວມເອົາ 10 ເມືອງ( ຍັງ 1 ເມືອງບໍ່ມີໂອດ໊ອບ ), ທ່ານ ໄພວັນ ປະຖັມມະວົງ ກ່າວ.