MVT 03 ມີ້ ປາມີ້ ຄໍາໄຊຍະວົງ ໄວ 17 ປີ ນັກສຶກສາຫວຽດນາມ ໃນເວທີນາງສາວນະຄອນຫຼວງ

123

“ຢາກເປັນຜູ້ຍິງຄົນໜຶ່ງທີ່ມີຄວາມຮູ້, ຄວາມສາມາດ, ມີຊື່ສຽງສາມາດອອກຄວາມຄິດຄວາມເຫັນ ເພື່ອພັດທະນາປະເທດ ແລະ ເຜີຍແຜ່ວັດທະນະທຳ” ນີ້ຄືເປົ້າໝາຍ, MVT 03 ມີ້ ປາມີ້ ຄໍາໄຊຍະວົງ ໄວ 17 ປີ ຢູ່ບ້ານ ດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ເປັນນັກສຶກສານອກເດີ້ ເພາະກຳລັງສຶກສາຢູ່ປະເທດຫວຽດນາມ,

ສາວ ມີ້ບອກວ່າ: ເຫດຜົນທີ່ເລືອກເຂົ້າປະກວດເວທີ່ນີ້ແມ່ນເລີ່ມຈາກຄວາມໄຝ່ຝັນຂອງນ້ອງທີ່ຢາກຈະເປັນນາງາມ, ຢາກເຜີຍແຜ່ວັດທະນະທຳຂອງລາວເຮົາ ແລະ ເວທີນີ້ກໍເປັນເວທີໜຶ່ງທີ່ນ້ອງຈະສາມາດເຮັດຕາມຄວາມຝັນໄດ້ ໂດຍສະເພາະເວທີປະກວດນາງສາວນະຄອນຫຼວງທີ່ເປັນເວທີເປີດໂອກາດໃຫ້ຍິງສາວທີ່ມີຄວາມສູງເລີ່ມຈາກແມັດ 160 ຂຶ້ນໄປໄດ້ເຂົ້າປະກວດ

ຜ່ານມາເຄີຍປະກວດເວທີທີ່ໂຮງຮຽນຈັດຂຶ້ນ ແຕ່ເປັນການປະກວດພຽງໃນໂຮງຮຽນເທົ່ານັ້ນ, ສໍາລັບເວທີນາງສາວນະຄອນຫຼວງເປັນເວທີທີ່ໃຫ່ຍລະດັບປະເທດ ນ້ອງຕື່ນເຕັ້ນ ແລະ ດີໃຈສຸດໆທີ່ໄດ້ເຂົ້າປະກວດ ແລະ ຜ່ານເຂົ້າຮອບ 30 ຄົນແລ້ວ; ຜ່ານມາກໍບໍ່ເຄີຍມີຜົນງານດ້ານວົງການບັນເທີງມາກ່ອນອີກ ເວທີນີ້ອາດເປັນບາດກ້າວສໍາຄັນໃນການເລີ່ມຕົ້ນມີໂອກາດຫຼາຍໆໃນວົງການບັນເທີງ.

ມີ້ ຄາດຫວັງຫຼາຍກັບເວທີນີ້ ເພາະມັນເປັນທັງປະສົບການ, ຄວາມຝັນ ແລະ ຂອງຂວັນແກ່ນ້ອງ ເຊິ່ງສິ່ງທີ່ນ້ອງມີທັງຄວາມຮູ້, ຄວາມສາມາດ, ບຸກຄະລິກ ແລະ ຄວາມງາມຂອງນ້ອງບໍ່ແພ້ຜູ້ໃດແນ່ນອນ ແລະ ຈະເຮັດມັນໃຫ້ເຕັມທີ່,
ສໍາລັບເປົ້າຫມາຍໃນອານາຄົດຂອງ ມີ້ ຫລັກໆເລີຍກະແມ່ນຢາກມີວຽກເຮັດງານທຳທີ່ຫມັ້ນຄົງເພື່ອລຽງດູພໍແມ່ໃຫ້ເພິ່ນສຸກສະບາຍ ເພາະເພິ່ນກໍ່ລ້ຽງເຮົາມາຈົນອາຍຸຊຳນີ້ແລ້ວ.

ເຄັດຫລັບໃນການຮັກສາສຸກຂະພາບ ແລະ ຮ່າງກາຍ ແມ່ນ ຫລິ້ນກິລາ ດື່ມນ້ຳຫລາຍຫລາຍ ພັກຜ່ອນໃຫ້ພຽງພໍ ພະຍາຍາມບໍ່ຕຶງຄຽດ ຍອມຮັບສິ່ງທີ່ດີແລະບໍ່ດີທີ່ເຂົ້າມາໃນຊີວິດ, ເວລາຫວ່າງ ມີ້ ມັກໄປຕີດອກເປັນສ່ວນໃຫ່ຍ.

ສໍາລັບສະເປັກຂອງຜູ້ຊາຍ ແມ່ນບໍ່ມີຜູ້ຊາຍໃນສະເປັກ, ຂໍພຽງເຂົ້າໃຈ, ເອົາໃຈໃສ່ ມີເວລາໃຫ້ເລັກຫນ່ອຍກໍ່ພໍໃຈແລ້ວ, ປັດຈຸບັນຢູ່ບ້ານດົງໂພສີ ເມືອງຫາດຊາຍຟແງ ນະຄອນຫຼວງວຽງຈັນ, ເປັນລູກຄົນດຽວ ແບບນີ້ພໍ່ແມ່ຫວງແທ້ໆ.

ຈາກ: PM’Pamy Kxyv