ນາງສາວນະຄອນຫຼວງເວທີທຳອິດຂອງ ປູ ສຸດາລັດ

111

ບັນດານ້ອງໆຈາກກອງປະກວດນາງສາວນະຄອນຫຼວງ 2020 ຕ່າງກໍມີຄວາມຝັນ ແລະ ຢາກໄດ້ປະສົບການຈາກເວທີນີ້ ເຊັ່ນດຽວກັບ ນ້ອງ ປູ ສຸດາລັດ ກໍເຊັ່ນດຽວກັນ ເພື່ອສ້າງຝັນໃຫ້ກັບຕົນເອງ ຈຶ່ງໄດ້ຕັດສິນໃຈເຂົ້າຮ່ວມປະກວດໃນເວທີນາງສາວນະຄອນຫຼວງວຽງຈັນ 2020 ເປັນເວທີທໍາອິດ.

ສຸດາລັດ ພິລາໄຊ ຫຼື ປູ MVT05 ອາຍຸ 17 ປີ ໃຫ້ສໍາພາດວ່າ: ປັດຈຸບັນອາໄສຢູ່ບ້ານສ້າງເຫວີຍ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ແລະ ກຳລັງຮຽນທີ່ໂຮງຮຽນ ມ.ສ ວຽງຈັນ; ເປົ້າໝາຍໃນອະນາຄົດແມ່ນຢາກເປັນໝໍ ເພາະມີຄວາມມັກຮັກໃນການຊ່ວຍເຫຼືອຄົນເຈັບ ຕົນເອງມີຄວາມສາມາດໃນການຟ້ອນ ແລະ ແຕ້ມຮູບ ແຕ່ໃນຕອນນີ້ຄືຢາກເຮັດຈຸດນີ້ໃຫ້ດີທີ່ສຸດ ຫຼັງຈາກໄດ້ຮັບໂອກາດດີໆ ແລະ ໄດ້ເຂົ້າຮອບ 20 ຄົນສຸດທ້າຍ ໃນເວທີນາງສາວນະຄອນຫຼວງ 2020.

ການທີ່ຕັດສິນໃຈເຂົ້າຮ່ວມປະກວດໃນເວທີນາງສາວນະຄອນຫຼວງ ເພາະຕອນຍັງນ້ອຍຕົນເອງມີຄວາມໃຝ່ຝັນຢາກເປັນນາງງາມ ຜ່ານມາກໍບໍ່ເຄີຍປະກວດເວທີໃດມາກ່ອນ ນີ້ເປັນເວທີທໍາອິດ ແລະ ເປັນການເລີ່ມຕົ້ນຄວາມຝັນ ເຖິງວ່າຈະໄດ້ ຫຼື ບໍ່ໄດ້ລາງວັນ ມັນກໍເປັນບາດກ້າວສໍາຄັນຂອງ ຄວາມໃຝ່ຝັນທີ່ຢາກກ້າວເຂົ້າສູ່ວົງການນາງງາມ ເຊິ່ງມັນໄດ້ເຮັດໃຫ້ຕົນເອງມີປະສົບການຫຼາຍໆຢ່າງ, ຄວາມຮູ້ດ້ານບຸກຄະລິກກະພາບ, ກິລິຍາມາລະຍາດ, ວັດທະນະທໍາ ແລະ ສິ່ງສໍາຄັນຄືໄດ້ມິດຕະພາບໃໝ່ໆກັບບັນດານາງສາວຜູ້ເຂົ້າປະກວດ ຫຼື ເອື້ອຍອ້າຍທີມງານໃນເວທີປະກວດກໍດີສຸດໆ. ສ່ວນເຄັດລັບໃນການຮັກສາສຸຂະພາບແມ່ນດື່ມນ້ຳຫຼາຍໆ ແລະ ພັກຜ່ອນໃຫ້ພຽງພໍ ເວລາວ່າງມັກໄປຮຽນເພີ່ມພາສາອັງກິດ ແລະ ລອຍນ້ຳ.

ເປັນກໍາລັງໃຈ ແລະ ຮ່ວມເຊຍບັນດານ້ອງໆນາງສາວທັງ 20 ຄົນໄດ້ທາງແຟນເພຈ໌ Miss Vientiane ນາງສາວນະຄອນຫຼວງວຽງຈັນ ຫຼື ຮ່ວມເປັນແຮງໃຈ ແລະ ຕິດຕາມຂໍ້ມູນ – ຂ່າວສານຂອງນ້ອງ ປູ MVT05 ໄດ້ທາງເຟສບຸ໊ກສ່ວນຕົວ: Pou Soudalath.

[ ຂ່າວ: ນຸ້ມນິ້ມ; ຮູບ: Pou Soudalath ]