ກິນໝາກໄມ້ໃນຕອນເຊົ້າດີຕໍ່ຮ່າງກາຍແນວໃດ?

76

ອາຫານເຊົ້າຖືເປັນສິ່ງສຳຄັນທີ່ສຸດ ສຳລັບຮ່າງກາຍເພາະການກິນອາຫານເຊົ້າຈະເຮັດໃຫ້ຮ່າງກາຍເຮັດວຽກໄດ້ຢ່າງມີປະສິດທິພາບ ແລະ ການກິນໝາກໄມ້ສົດຫຼັງອາຫານເຊົ້າ ກໍຍິ່ງເປັນການເພີ່ມຄຸນປະໂຫຍດທີ່ດີໃຫ້ກັບສຸຂະພາບຕື່ມອີກ ເນື່ອງຈາກການກິນໝາກໄມ້ໃນຕອນເຊົ້າຈະຊ່ວຍເພີ່ມປະສິດທິພາບໃຫ້ແກ່ຮ່າງກາຍຫຼາຍຢ່າງ ເປັນຕົ້ນແມ່ນ:

ຊ່ວຍເພີ່ມພະລັງງານໃຫ້ກັບຮ່າງກາຍ ເພາະໝາກໄມ້ຖືເປັນອາຫານຊະນິດໜຶ່ງທີ່ອຸດົມໄປດ້ວຍຄາໂບໄຮເດຣດ, ໄຟເບີ ແລະ ນ້ຳຕານທີ່ຍ່ອຍຊ້າ ເຊິ່ງໝາກໄມ້ຈະເປັນຕົວຊ່ວຍໃຫ້ຮ່າງກາຍຮູ້ສຶກຕື່ນຕົວ ແລະ ສົດຊື່ນຢູ່ຕະຫຼອດ.

ຊ່ວຍຫຼຸດຜ່ອນຄວາມຄຽດ ເພາະໝາກໄມ້ອຸດົມໄປດ້ວຍວິຕາມິນ C ທີ່ຊ່ວຍເສີມສ້າງພູມຄຸ້ມກັນໃຫ້ແກ່ຮ່າງກາຍ, ຊ່ວຍຫຼຸດອາການອັກເສບຕ່າງໆ ແລະ ຫຼຸດຜ່ອນອາການຫງຸດຫງິດແຖມຍັງຊ່ວຍຕໍ່ສູ້ກັບພະຍາດໄຂ້ຫວັດພ້ອມ ຖ້າກິນໝາກໄມ້ທີ່ອຸດົມໄປດ້ວຍວິຕາມິນ C ໃນຕອນເຊົ້າຈະຍິ່ງເຮັດໃຫ້ເຊົາຫວັດໄດ້ໄວຂຶ້ນອີກ.

ຊ່ວຍໃຫ້ຮູ້ສຶກສົດຊື່ນ ເພາະການກິນໝາກໄມ້ທີ່ມີປະລິມານນ້ຳສູງຈະຊ່ວຍເຮັດໃຫ້ຮ່າງກາຍໄດ້ຮັບນ້ຳຫຼາຍຂຶ້ນ ແລະ ທົດແທນອາການຂາດນ້ຳທີ່ເກີດຂຶ້ນໃນເວລານອນຫຼັບ. ດັ່ງນັ້ນ, ຖ້າບໍ່ຢາກເກີດພາວະຂາດນ້ຳໃນຕອນເຊົ້າຢ່າລືມຊອກໝາກໄມ້ໄວ້ກິນຮ່ວມກັບອາຫານເຊົ້ານຳ.

( ຂໍ້ມູນຈາກ: women.kapook.com )

[ ຮຽບຮຽງ: ນຸ້ມນິ້ມ ]