ກຽມເປີດໂຕລົດຈັກໄຟຟ້າເດືອນພຶດສະພານີ້

202

Pursang E-Track ແລະ Pursang E-Street ລົດຈັກໄຟຟ້າ 2 ລຸ້ນໃໝ່ທີ່ຄ້າຍລົດມໍເຕີຄອລໃນຕໍານານຈາກປະເທດແອັດສະປາຍ ກຽມເປີດໂຕສູ່ຕະຫຼາດໃຫ້ລູກຄ້າໄດ້ຈັບຈອງໃນເດືອນພຶດສະພາ 2020.

ຜະລິດລົດມໍເຕີຄອລ ປະເທດແອັດສະປາຍ Pursang ວາງແຜນເປີດໂຕລົດຈັກ 2 ລຸ້ນທີ່ໃຊ້ພະລັງງານໄຟຟ້າຂັບເຄື່ອນ Pursang E-Track ໃນປີ 2020 ແລະ Pursang E-Street ໃນປີ 2021.

Pursang Motorcycles ເຄີຍເປີດໂຕລົດຈັກວິບາກສູ່ຕະຫຼາດຄັ້ງທໍາອິດໃນປີ 1967 ແລະ ຢຸດການຜະລິດໃນປີ 1984 ແຕ່ກໍໄດ້ຮັບການຍົກຍ້ອງໃຫ້ເປັນຕໍານານສໍາລັບຜູ້ມັກລົດມໍເຕີຄອລ ທົ່ວໂລກ. ຫຼ້າສຸດບໍລິສັດໄດ້ຕັ້ງເປົ້າໝາຍທີ່ຈະປຸກຕໍານານໃຫ້ກັບມາຕື່ນອີກຄັ້ງ ໂດຍນໍາແນວຄິດເກົ່າມາປັບໃໝ່ໃຫ້ເຂົ້າກັບເຕັກໂນໂລຊີໃໝ່ໆ ແລະ ໃຊ້ມໍເຕີໄຟຟ້າ ເພື່ອບໍ່ໃຫ້ເປັນອັນຕະລາຍຕໍ່ສິ່ງແວດລ້ອມ.

Pursang E-Track ລົດຈັກໄຟຟ້າທີ່ໃຊ້ວັດສະດຸຫຼັກເປັນຄາບອນໄຟເບີ້ ຂັບເຄື່ອນໂດຍມໍເຕີ Bosch 11KW ກິໂລວັດ ສາມາດສ້າງຄວາມໄວໄດ້ເຖິງ 120 ກິໂລແມັດຕໍ່ຊົ່ວໂມງ ພ້ອມແບັດເຕີຣີ 48V ທັງໝົດ 3 ກ້ອນ ໃຫ້ ຄວາມທົນຂອງພະລັງງານ     7,2 kWh ແລ່ນໄດ້ໄລຍະທາງ ກວ່າ 140 ກິໂລແມັດ ເຊິ່ງລຸ້ນນີ້ຈະຕ້ອງສາກໄຟກັບຕົວລົດເທົ່ານັ້ນ ເນື່ອງຈາກແບັດເຕີຣີບໍ່ສາມາດຖອດອອກໄດ້.

E-Track ຈະເລີ່ມສົ່ງມອບຄັ້ງທໍາອິດ ຈໍານວນ 60 ຄັນ ໃນເດືອນພຶດສະພາ 2020 ລາຄາ 13.700 ເອີໂຣ ຫຼື ປະມານ 4,7 ແສນບາດ ( ສະກຸນເງິນໄທ ).

ສ່ວນ Pursang E-Street ເປັນລົດລຸ້ນທົ່ວໄປ ຈະມີພະລັງຂັບເຄື່ອນໜ້ອຍກວ່າ ເພາະໃຊ້ມໍເຕີ Bosch 8KW ສ້າງຄວາມໄວໄດ້ 100 ກິໂລແມັດຕໍ່ຊົ່ວໂມງ ຕິດຕັ້ງແບັດເຕີຣີ 48V 2 ໜ່ວຍ ຄວາມຈຸ 3,2 kWh ແລ່ນໄດ້ໄລຍະທາງ 100 ກິໂລແມັດ ແຕ່ມີຂໍ້ດີຢູ່ທີ່ແບັດເຕີຣີສາມາດຖອດອອກມາສາກໄຟຟ້າຢູ່ໃສກໍໄດ້ ຊ່ວຍໃຫ້ສະດວກສະບາຍຫຼາຍຂຶ້ນ.

E-Street ຈະນໍາອອກຂາຍໃນປີ 2021 ສ່ວນລາຄາ 9.700 ເອີໂຣ ຫຼື 3,3 ແສນບາດ.

[ ຂໍ້ມູນ: pursangmotorcycles.com, motorbikewriter.com, rideapart.com ]