ອໍນິວ 2020 ບີເອັມດັບເບິລຢູ ເອັມ 440 ໄອ ຄາດຈະເປີດໂຕປີໜ້າ

102

ບີເອັມດັບເບິລຢູ ເຜີຍພາບເຣນເດີຂອງ All New 2020 BMW Series 4 ລົດລຸ້ນຫຼ້າສຸດ ພຽງແຕ່ເຫັນກໍຕ້ອງຕະລຶງກັບຄວາມໃຫຍ່ທີ່ແປກຕາ ແຕ່ມີສະເໜ່ຢ່າງປະຫຼາດ ກັບກະຈັງໜ້າຂອງ BMW M440i ຄັນນີ້ ເພາະໃຫຍ່ຂຶ້ນ ແລະ ເບິ່ງວ່າບຶກບືນຫຼາຍກວ່າ.

BMW M440i ເຄີຍເປີດໂຕມາແລ້ວໃນງານ Frankfurt Motor Show ປີ 2019 ເຊິ່ງ BMW ໃສ່ຊື່ວ່າ Concept 4 ປຽບທຽບກັບພາບເຣນເດີຫຼ້າສຸດນີ້ ພົບວ່າມີການປັບແຕ່ງເພີ່ມຕື່ມເລັກໜ້ອຍ ເພາະສ່ວນທີ່ເປັນຈຸດຂາຍແທ້ໆຄືກະຈັງໜ້າຂະໜາດໃຫຍ່ທີ່ເບິ່ງຄ້າຍຄືກັບໄຕຂອງມະນຸດນີ້ເອງ.

ໃນສ່ວນຂອງ BMW M440i ມາພ້ອມກັບເຄື່ອງຈັກ 3,0 ລິດເທີໂບຊາສ 6 ສູບແຖວຮຽງ 382 ແຮງມ້າ, ແຮງບິດ 500 ນິວຕັນແມັດ ເຊິ່ງເປັນເຄື່ອງຈັກດຽວກັບ M340i ໂດຍຄາດວ່າຈະເລີ່ມທົດສອບໃນສະໜາມແຂ່ງໄລຍະກາງປີ 2020 ແລະ ຈະອອກຈໍາໜ່າຍໃນທ້ອງຕະຫຼາດ ໃນປີ 2021.

ສໍາລັບທ່ານໃດສົນໃຈອາດຈະຕ້ອງລໍຖ້າຕື່ມອີກ ສ່ວນລາຄາຍັງບໍ່ທັນມີການເປີດເຜີຍວ່າເທົ່າໃດ.

[ ທີ່ມາ: carbuyer.co.uk, bmwblog.com ]