ນັກທຸລະກິດໜຸ່ມນ້ອຍ ຫັນຕົວຈາກພະນັກງານມາເຮັດທຸລະກິດເປັນຂອງຕົນເອງ

344

ຍ້ອນເຫັນໄດ້ເຖິງທ່າແຮງ ແລະ ນະໂຍບາຍຈາກລັດຖະບານ ໃນການສົ່ງເສີມໃຫ້ປະຊາຊົນຜະລິດກະສິກຳໃຫ້ຫຼາຍຂຶ້ນ ພ້ອມຫັນການຜະລິດແບບປະຖົມປະຖານໄປສູ່ການນຳໃຊ້ເຕັກໂນໂລຊີທັນສະໄໝເຂົ້າມາຊ່ວຍ ແລະ ຫັນເປັນອຸດສາຫະກຳເທື່ອລະກ້າວ ຈຶ່ງເຮັດໃຫ້ ທ່ານ ບົວພັນ ແກ້ວມະນີ ໄດ້ລາອອກຈາກວຽກປະຈຳແລ້ວມາສ້າງທຸລະກິດເປັນຂອງຕົນເອງ ໂດຍການສະໜອງເຄື່ອງຮັບໃຊ້ກະສິກຳ.

ສຳລັບຄໍລຳສຳພາດພິເສດມື້ນີ້ ທີມງານພວກເຮົາໄດ້ມີໂອກາດສຳພາດນັກທຸລະກິດໜຸ່ມນ້ອຍ ທີ່ໄດ້ຫັນຈາກການເປັນພະນັກງານບໍລິສັດເອກະຊົນແລ້ວມາເຮັດທຸລະກິດເປັນຂອງຕົນເອງ ໂດຍການນຳເຂົ້າເຄື່ອງຜະລິດກະສິກຳຮັບໃຊ້ການຜະລິດສະໜອງໃຫ້ຊາວນາ ເພື່ອຫຼຸດຂັ້ນຕອນ ແລະ ເພີ່ມສັກກະຍະພາບການດຳນາໃຫ້ໄວ ແລະ ເປັນການຫຼຸດຕົ້ນທຶນຕື່ມອີກ.

ທ່ານ ບົວພັນ ແກ້ວມະນີ ຜູ້ອຳນວຍການ ບໍລິສັດ ວິສະນຸການຄ້າ ຈຳກັດຜູ້ດຽວ ເປີດເຜີຍໃຫ້ຮູ້ວ່າ: ກ່ອນຈະມາເຮັດທຸລະກິດເປັນຂອງຕົນເອງ ຂ້າພະເຈົ້າແມ່ນມີປະສົບການເຮັດວຽກມາຫຼາຍໆບ່ອນ. ຄຽງຄູ່ກັນນັ້ນ, ກໍເຫັນທ່າແຮງໂດຍສະເພາະດ້ານນະໂຍບາຍຂອງລັດຖະບານທີ່ວ່າ ໃຫ້ຫັນກະສິກຳເປັນອຸດສາຫະກຳໃນອະນາຄົດ, ຫັນຈາກການໃຊ້ແຮງງານຄົນເປັນກົນຈັກ, ບວກກັບພື້ນຖານຂອງຄອບຄົວແລ້ວແມ່ນໄດ້ເຕີບໂຕມາກັບໄຮ່ກັບນາ ຈຶ່ງຮູ້ດີເຖິງຄວາມຫຍຸ້ງຍາກຂອງຊາວນາວ່າມັນລຳບາກແບບໃດແຕ່ຈຳເປັນກໍຕ້ອງໄດ້ເຮັດ ເຊິ່ງເຫັນໄດ້ເຖິງໂອກາດດັ່ງກ່າວຈຶ່ງໄດ້ນຳເຂົ້າເຄື່ອງດຳນາມາຂາຍໃຫ້ຊາວນານຳໃຊ້ເຂົ້າໃນຂະບວນການຜະລິດເຂົ້າ, ຫຼຸດຜ່ອນການໃຊ້ແຮງງານຄົນ, ປະຢັດເວລາ ແລະ ຫຼຸດຕົ້ນທຶນການຜະລິດລົງ.

ດັ່ງນັ້ນ, ຍ້ອນເຫັນບັນຫາຂອງສັງຄົມ ໂດຍສະເພາະການດຳນາທີ່ຕ້ອງໃຊ້ທັງເວລາ, ແຮງງານ ແລະ ທຶນເປັນຈຳນວນມະຫາສານ ເພື່ອຫຼຸດຂັ້ນຕອນ ແລະ ແກ້ບັນຫາດັ່ງກ່າວໃຫ້ສັ້ນລົງ ແລະ ສາມາດຕອບສະໜອງໄດ້ແທ້ ຈຶ່ງໄດ້ສ້າງຕັ້ງ ບໍລິສັດ ວິສະນຸການຄ້າ ຂຶ້ນມາ ໃນເບື້ອງຕົ້ນພວກເຮົາໄດ້ນຳເຂົ້າເຄື່ອງດຳນາ ແລະ ຕໍ່ມາໄດ້ນຳເຂົ້າເຄື່ອງມືກະສິກຳທຸກຮູບແບບ ເຊັ່ນ: ເຄື່ອງຈັກ, ເມັດພັນພືດ, ແນວພັນສັດ ຫຼື ອຸປະກອນທີ່ຮັບໃຊ້ກະສິກຳທີ່ເປັນເຄື່ອງຈັກໃຫຍ່. ຄຽງຄູ່ກັນນັ້ນ, ແມ່ນໄດ້ສະໜອງເຄື່ອງອຸດສາຫະກຳໃຫ້ບັນດາໂຮງງານເຄື່ອງຮັບໃຊ້ສອຍໃນການຜະລິດຕື່ມອີກ.

ທ່ານ ບົວພັນ ແກ້ວມະນີ ກ່າວໃຫ້ຮູ້ຕື່ມວ່າ: ໃນໄລຍະ 1 ປີຜ່ານມາ ການດຳເນີນທຸລະກິດ ( ເຄື່ອງດຳນາ ) ເຫັນວ່າໄດ້ຮັບການຕອບຮັບຈາກຊາວນາເປັນຢ່າງດີ ແລະ ມີໂອກາດຂະຫຍາຍຕົວສູງ ເນື່ອງຈາກວ່າລາຄາບໍ່ແພງໃຊ້ງານໄດ້ຈິງເຄື່ອງດັ່ງກ່າວມີອາຍຸການໃຊ້ງານຢ່າງໜ້ອຍ 7 ປີຂຶ້ນໄປ ຖ້າທຽບໃສ່ແຮງງານຄົນທີ່ດຳນາເຮັກຕາໜຶ່ງ ແມ່ນໃຊ້ແຮງງານ 15 – 20 ຄົນຕໍ່ມື້, ສຳລັບເຄື່ອງດຳນາດັ່ງກ່າວສາມາດທົດແທນແຮງງານຄົນໄດ້ 5 – 8 ຄົນ ຈະໃຊ້ເວລາ 3 ມື້ຕໍ່ເຮັກຕາ.

ທ່ານ ບົວພັນ ແກ້ວມະນີ ກ່າວຕື່ມວ່າ: ຈຸດປ່ຽນກ່ອນຈະມາເຖິງຈຸດນີ້ ໂດຍພື້ນຖານແລ້ວຄອບຄົວຂອງຂ້າພະເຈົ້າເຕີບໂຕມາຈາກຊາວໄຮ່ຊາວນາ ຄືເກີດຢູ່ບ້ານຫາດຊວາ ເມືອງປາກອູ ແຂວງຫຼວງພະບາງ ເລີ່ມຕົ້ນຈາກການບວດຮຽນຢູ່ເມືອງຫຼວງພະບາງ ແລະ ມີໂອກາດໄປສຶກສາລະດັບປະລິນຍາຕີ ແລະ ປະລິນຍາໂທຢູ່ທີ່ປະເທດໄທ ສາຂາເສດຖະສາດທຸລະກິດລະ ຫວ່າງປະເທດ ຢູ່ມະຫາໄລຫໍການຄ້າ ປະເທດໄທ, ພາຍຫຼັງທີ່ສຳເລັດການສຶກສາ ແມ່ນໄດ້ເຮັດວຽກກັບອົງກອນ Fair trade, ບໍລິສັດ ຊິບປິງ ແລະ ຫຼ້າສຸດແມ່ນໄດ້ເຮັດວຽກໃຫ້ກັບ ບໍລິສັດ ໂຕໂຍຕ້າ ມໍເຕີປະເທດໄທ ເຊິ່ງເປັນຈຸດປ່ຽນຄັ້ງສຳຄັນທີ່ສຸດກ່ອນຈະກ້າວມາເຖິງຈຸດນີ້ ເນື່ອງຈາກວ່າໜ້າທີ່ຮັບຜິດຊອບໃນເວລານັ້ນ ແມ່ນສຶກສານະໂຍບາຍຂອງລັດຖະບານ ໂດຍສະເພາະແຜນ 5 ປີຂອງລັດຖະບານຈະໄປໃນທິດທາງໃດ ກໍໄດ້ຊຶມຊັບ ແລະ ໄດ້ຮຽນຮູ້ໃນເວລາທີ່ເຮັດວຽກຢູ່ບໍລິສັດດັ່ງກ່າວ ເພື່ອເກັບກ່ຽວປະສົບການໃຫ້ຫຼາຍທີ່ສຸດ ເຊິ່ງເຫັນໂອກາດໃນສ່ວນນັ້ນທີ່ໄດ້ຄຸກຄີກັບນະໂຍບາຍຂອງລັດຖະບານຫຼາຍ ຈຶ່ງເຫັນໂອກາດດ້ານກະສິກຳ ແລະ ໂຮງງານ, ບວກກັບພໍມີທຶນຢູ່ໜ້ອຍໜຶ່ງຈຶ່ງໄດ້ອອກມາປະກອບທຸລະກິດຂຶ້ນມາ.

( ໂດຍ: ສົມລົດ;  ຮູບ: ສອນໄຊ )