ເມ ວິສຸດາ ຈັນທະສອນ MVT 20 ເວທີທໍາອິດໃນການປະກວດ ນາງສາວນະຄອນຫຼວງ 2020

96

ອີກໜຶ່ງສາວຜູ້ເຂົ້າປະກວດນາງສາວນະຄອນຫຼວງ 2020 ສາວ ໄວ 17 ປີ ເມ ວິສຸດາ ຈັນທະສອນ MVT 20, ຜູ້ມີຄະຕິປະຈໍາໃຈຄື: ການເປັນນາງງາມ ແລະ ນັກສະແດງເພາະມັນຈະເປັນໂອກາດສໍາຄັນທີ່ນ້ອງຈະໄດ້ສະແດງອອກເຖິງຄວາມຄິດ ຄວາມສາມາດ ແລະ ໄດ້ຊ່ວຍເຫຼືອສັງຄົມ, ປັດຈຸບັນ ອາຍຸ17ປີ ຢູ່ບ້ານ ໜອງແຫ້ວ, ເມືອງຫາດຊາຍຟອງ ຮຽນຢູ່ ມ.ສ ສາລະຄໍາ.

ສາວ ເມ ບອກວ່າ: ເຫດຜົນທີ່ມາປະກວດຄື ຍ້ອນເວທີນີ້ເປັນເວທີທີ່ຈະມອບໂອກາດໃຫ້ນ້ອງໄດ້ເວົ້າ, ໄດ້ເຮັດບາງສິ່ງບາງຢ່າງໃຫ້ເກີດປະໂຫຍດແກ່ຄົນອື່ນໄດ້ ແລະ ຖ້າຫາກວ່ານ້ອງໄດ້ຊະນະການປະກວດ ມັນກໍຈະເປັນການດີຢ່າງຍິ່ງທີ່ນ້ອງຈະໄດ້ເຮັດຕາມຄວາມຝັນຂອງນ້ອງ, ທັງວຽກງານໃນວົງການບັນເທິງ ແລະ ການຊ່ວຍເຫຼືອສັງຄົມ.

ເວທີນາງສາວນະຄອນຫຼວງເປັນເວທີທໍາອິດໃນການປະກວດ, ເມ ບໍ່ໄດ້ຄາດຫວັງຍັງຫຼາຍເຖິງວ່າຜົນອອກມາຈະຕິດ 1 ໃນ 3 ຫຼືບໍ່ ນ້ອງກໍຈະບໍ່ຮູ້ສຶກເສຍໃຈເພາະນ້ອງຖືວ່າເປັນປະສົບການຄັ້ງຍິ່ງໃຫຍ່ໃນຊີວິດ,

ສໍາລັບເວລາຫວ່າງຂອງ ເມ ແມ່ນມັກຟັງເພງ ແລະ ຊ້ອມເຕັ້ນ (cover dance,street dance cover) ສ່ວນເຄັດ(ບໍ່)ລັບໃນການຮັກສາສຸຂະພາບ ຄືການອອກກໍາລັງກາຍ ແລະ ກິນອາຫານທີ່ເປັນປະໂຫຍດ;

ເມ ມີນ້ອງຊາຍ 1 ຄົນ ນ້ອງເປັນລູກຜູ້ທີ່1, ເປົ້າໝາຍຊີວິດຂອງນ້ອງແມ່ນການເປັນນາງງາມ ແລະ ນັກສະແດງເພາະມັນຈະເປັນໂອກາດສໍາຄັນທີ່ນ້ອງຈະໄດ້ສະແດງອອກເຖິ່ງຄວາມຮູ້ ຄວາມສາມາດ ແລະ ໄດ້ຊ່ວຍເຫຼືອສັງຄົມ,

ນ້ອງຄິດວ່າຈະໂຊໃຫ້ເຫັນເຖິງຄວາມເປັນແມ່ຍິງລາວຍຸກໃຫມ່ທີ່ກ້າຈະເຮັດໃຫ້ເຫັນການພັດທະນາຮອບດ້ານສາມາດສືບຕໍ່ຮີດຄອງປະເພນີພ້ອມປະຕິບັດວຽກງານບໍ່ວ່າຈະຫນ້ອຍຫຼືໃຫຍ່ໃນການຊ່ວຍເຫຼືອສັງຄົມໃຫ້ເໝາະສົມກັບເວທີນາງສາວນະຄອນຫຼວງ.

ຈາກ: May Visuda