ຫຼາຍແທ້! ທໍາລາຍພືດຜັກທີ່ລັກລອບນໍາເຂົ້າເກືອບ 1ພັນກິໂລ

90

ຕອນເຊົ້າ ວັນທີ 6 ມີນາ 2020ທີ່ຜ່ານມາ ຢູ່ເດີ່ນຫ້ອງຕໍາຫຼວດ ປກສ ນວ ພະແນກຕໍາຫຼວດປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນວ ສົມທົບກັບ ພະແນກອຸດສະຫະກໍາການຄ້າ ນວ ໄດ້ຈັດພິທີທໍາລາຍສິນຄ້າທີ່ນໍາເຂົ້າບໍ່ຖືກຕ້ອງປະເພດພືດຜັກ ມີນໍ້າໜັກທັງໝົດ 950 ກິໂລກຣາມ ໂດຍການເຂົ້າຮ່ວມຂອງ ທ່ານ ພັທ ຄໍາພອນ ພົມມະຈັນ ຮອງຫົວໜ້າພະແນກຕໍາຫຼວດປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນວ.

ພັທ ຄໍາພອນ ພົມມະຈັນ ຮອງຫົວໜ້າພະແນກຕໍາຫຼວດປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນວ ໄດ້ໃຫ້ຮູ້ວ່າ: ໃນຕອນແລງ ເວລາ 16:00 ໂມງ ຂອງວັນທີ 5 ມີນາ 2020 ເຈົ້າໜ້າທີ່ພະແນກຕໍາຫຼວດປ້ອງກັນເສດຖະກິດ ໄດ້ຮັບການລາຍງານຈາກພົນລະເມືອງດີ ວ່າມີລົດຕູ້ສະຕາແລັກ, ສີເທົາ, ໝາຍເລກທະບຽນ ກດ 0979 ກຳແພງນະຄອນ ໄດ້ແກ່ສິນຄ້າປະເພດເຄື່ອງ (ຜັກ) ມາຈາກປະເທດເພື່ອນບ້ານ ໂດຍນຳໃຊ້ພາຫະນະຂົນເປັນລົດຕູ້ສະຕາແລັກ.

ພາບປະກອບຂ່າວເທົ່ານັ້ນ

ຈາກນັ້ນ ເຈົ້າໜ້າທີ່ຕຳຫຼວດເສດຖະກິດພວກເຮົາ ໄດ້ອອກຕິດຕາມກວດກາ ຈຶ່ງພົບເຫັນລົດຕູ້ສະຕາແລັກຄັນດັ່ງກ່າວ ມຸ້ງໜ້າໄປທາງເຂດເສັ້ນທາງ 450 ປີ. ຜ່ານການກວດກາຂອງເຈົ້າໜ້າທີ່ ຈຶ່ງພົບເຫັນສິນຄ້າປະເພດເຄື່ອງ (ຜັກ) ມີປະເພດ ດອກກະລໍ່າ ຈຳນວນ 50 ຖົງ, ຖົງໜຶ່ງມີ 10 ກິໂລ, ຜັກບົວ 8 ຖົງ ຖົງໜຶ່ງ 10 ກິໂລ, ຜັກກາດຂາວ 20 ຖົງ ຖົງໜຶ່ງ 10 ກິໂລ; ໝາກບວບ 10 ກະຕ່າ ກະຕ່າໜຶ່ງ 17 ກິໂລ ທີ່ບໍ່ມີເອກະສານອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ. ສະນັ້ນ, ເຈົ້າໜ້າທີ່ພວກເຮົາ ຈຶ່ງນຳເອົາລົດຄັນດັ່ງກ່າວ ຂຶ້ນມາຫ້ອງການ ຫ້ອງຕຳຫຼວດ ປກສ ນວ ເພື່ອກວດກາຕົວຈິງ.

ພາບປະກອບຂ່າວເທົ່ານັ້ນ

ຜ່ານການກວດກາຕົວຈິງຈຶ່ງຮູ້ວ່າ: ເຈົ້າຂອງລົດຕູ້ສະຕາເເລັກ ໝາຍເລກທະບຽນ 0979 ກໍາແພງນະຄອນ ບັນທຸກສິນຄ້າ ປະເພດຜັກທີ່ຫ້າມນໍາເຂົ້າ ທີ່ບໍ່ໄດ້ແຈ້ງເສຍພາສີ, ບໍ່ມີເອກະສານອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ເປັນການນໍາເຂົ້າທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ. ດັ່ງນັ້ນ, ຈຶ່ງໄດ້ຢຶດເອົາລົດ ແລະ ສິນຄ້າດັ່ງກ່າວ ແລ້ວນໍາໄປທໍາລາຍຖິ້ມ ເພື່ອປະຕິບັດຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລກທີ 51/ນຍ ວ່າດ້ວຍການສົ່ງເສີມການຜະລິດ, ຊົມໃຊ້ຜະລິດຕະພັນຢູ່ພາຍໃນ ແລະ ຄຸ້ມຄອງການນໍາເຂົ້າສິນຄ້າອຸປະໂພກ-ບໍລິໂພກ. ສໍາລັບຜູ້ກະທໍາຜິດ, ເຈົ້າໜ້າທີ່ຕໍາຫຼວດປ້ອງກັນເສດຖະກິດ ໄດ້ເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນ ແລະ ປັບໄໝຕາມລະບຽບກົດໝາຍ.

ຂໍ້ມູນຈາກ: ປະເທດລາວ