ແຈ້ງໂຈະ! ການແຂ່ງຂັນນັກຮຽນເກັ່ງລະດັບຊາດ ສົກ 2019-2020 ເພື່ອປ້ອງກັນພະຍາດ ໂຄວິດ-19

189

ເພື່ອເປັນ ການປ້ອງກັນພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ COVID-19 ທີ່ກໍາລັງລະບາດໃນພາກພື້ນ ແລະ ແຜ່ຂະຫຍາຍຫຼາຍປະເທດໃນໂລກ. ສະນັ້ນ, ກະຊວງສຶກສາທິການ ແລະ ກິລາ ຈຶ່ງໄດ້ໂຈະການສອບເສັງແຂ່ງຂັນ ນັກຮຽນເກັ່ງຊັ້ນມັດທະຍົມສຶກສາ ລະດັບຊາດ ປະຈໍາສົກຮຽນ 2019-2020 ນີ້

ອີງຕາມແຈ້ງການ ຂອງຫ້ອງການ ກະຊວງສຶກສາທິການ ແລະ ກິລາ ເລກທີ 865 ລົງວັນທີ 6 ມີນາ 2020ເຖິງ: ທ່ານ ຫົວຫນ້າພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງ ເລື່ອງ: ການໂຈະການສອບເສັງແຂ່ງຂັນນັກຮຽນເກັ່ງຊັ້ນມັດທະຍົມສຶກສາ ລະດັບຊາດປະຈໍາ ສົກຮຽນ 2019-2020 ອິງຕາມ ຫນັງສືແຈ້ງການ ສະບັບເລກທີ 005/ສພກ, ລົງວັນທີ 2 ມີນາ 2020 ຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19; – ອີງຕາມ ທິດຊີ້ນໍາຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາຕໍ່ບົດລາຍງານຂອງກົມສາມັນສຶກສາ ສະບັບ, ເລກທີ 267/ສມ, ລົງວັນທີ 3 ມີນາ 2020.

ຫ້ອງການກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດຢ່າງສູງຮຽນລາຍງານທ່ານ ຊາບວ່າ: ເພື່ອເປັນ ການປ້ອງກັນພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃຫມ່ coVID-19 ທີ່ກໍາລັງລະບາດໃນພາກພື້ນ ແລະ ແຜ່ຂະຫຍາຍຫຼາຍປະເທດໃນໂລກ. ສະນັ້ນ, ກະຊວງສຶກສາທິການ ແລະ ກິລາ ຈຶ່ງໄດ້ໂຈະການສອບເສັງແຂ່ງຂັນ ນັກຮຽນເກັ່ງຊັ້ນມັດທະຍົມສຶກສາ ລະດັບຊາດ ປະຈໍາສົກຮຽນ 2019-2020 ນີ້ ແລະ ສະເຫນີໃຫ້ທ່ານປະຕິບັດ ດັ່ງລຸ່ມນີ້:

1 ໃຫ້ຈັດຕັ້ງສອບເສັງແຂ່ງຂັນນັກຮຽນເກັ່ງຊັ້ນມັດທະຍົມສຶກສາພາຍໃນແຂວງຂອງຕົນ.

2 ປະຕິບັດນະໂຍບາຍຕໍ່ນັກຮຽນເກັ່ງລະດັບແຂວງຕາມລະບຽບທີ່ກໍານົດ ຄື:

ມອບໃບຍ້ອງຍໍ, ໃບຢັ້ງຢືນ, ເງິນລາງວັນ, ທຶນການສຶກສາ ແລະ ອື່ນໆ ຕາມຄວາມເຫມາະສົມ.

ສັບຊ້ອນນັກຮຽນເກັ່ງ ມ.4 ເຂົ້າຮຽນຊັ້ນມັດທະຍົມສຶກສາຕອນປາຍຫ້ອງພອນສະຫວັນ ໂຮງຮຽນມັດທະຍົມ ສົມບູນພອນສະຫວັນຂອງແຂວງ, ມັດທະຍົມສົມບູນສັນຕິພາບ ແຂວງຫຼວງພະບາງ, ມັດທະຍົມສົມບູນວຽງຈັນ ນະຄອນຫຼວງວຽງຈັນ.

ສັບຊ້ອນນັກຮຽນເກັ່ງ ມ.7 ເຂົ້າຮຽນມະຫາວິທະຍາໄລ ໃນທຶນການສຶກສາຕາມການແບ່ງປັນຂອງແຂວງ.

3 ລາຍງານຜົນການສອບເສັງໃຫ້ກົມສາມັນສຶກສາຕາມເວລາອັນເໝາະສົມ.