ຮ່ວມເຊຍ ຕຸບີ່ ອາລິຍາ ສິລິໂສພາ ໃນເວທີ Miss​ International​ Queen​ 2020 ຮອບຕັດສິນມື້ແລງນີ້

90

ວັນທີ 7 ມີນາ 2020 ນີ້ ກໍຈະເປັນຮອບຕັດສິນແລ້ວວ່າໃຜຈະໄດ້ເປັນ Miss​ International​ Queen​ 2020 ເຊິ່ງລາວເຮົາເອງກໍໄດ້ ຕຸບີ່ ອາລິຍາ ສິລິໂສພາ ເປັນຕົວແທນປະເທດເຂົ້າຮ່ວມປະກວດ ທີ່ປະເທດໄທ.

ລຸ້ນນໍາກັນວ່າ ຕຸບີ່ ຈະຄວ້າລາງວັນຫຍັງມາຝາກລາວເຮົາ ເພາະຄວາມສາມາດ, ຄວາມງາມທີ່ສະແດງອອກໄປ ບໍ່ແພ້ຊາດໃດແນ່ນອນ

ຮ່ວມເຊຍ ແລະ ສົ່ງກໍາລັງໃຈໃຫ້ ຕຸບີ່ ໃນການປະກວດຄັ້ງນີ້ໄດ້ ເຊິ່ງຮອບຕັດສິນສາມາດຊົມການຖ່າຍທອດສົດທີ່ໂທລະພາບຊ່ອງ 3 ໄທ ເວລາ 23:00 ວັນທີ 7 ມີນາ 2020

ເລີດແຮງ!!! ຊຸດປະຈໍາຊາດຂອງລາວປີນີ້ ເທິງເວທີ Miss​ International​ Queen​ 2020…

ຊື່ຊຸດປະຈຳຊາດ : ສັນຕິພາບແຫ່ງແດນຈຳປາ

ຄວາມຫມາຍຂອງຊຸດສັນຕິພາບແຫ່ງແດນຈຳປາ : ແມ່ນຢາກສື່ເຖິງສັນຕິພາບ, ມິດຕະພາບ, ບໍ່ຈຳແນກຊົນຊັ້ນວັນນະ, ບໍ່ຈຳແນກສາສະໜາ, ບໍ່ຈຳແນກຊົນເຜົ່າ, ບໍ່ຈຳແນກເພດ, ບໍ່ຈຳແນກອາຍຸ, ບໍ່ຈຳແນກພາສາ, ຄວາມສາມັກຄີກັນລະຫວ່າງປະຊາຊົນທຸກຊາດ, ທຸກສາສະໜາ ຜ່ານຄ້ອງສັນຕິພາບ ແລະ ຊຸດສັນຕິພາບແຫ່ງແດນຈຳປາ.

ສົ່ງແຮງໃຈເຊຍ ອາລິຍາ ສິລິໂສພາ ຕົວແທນສາວປະເພດສອງຂອງລາວໃນເວທີ Miss​ International​ Queen​ 2020 ປະກວດທີ່ປະເທດໄທຮອບຕັດສິນວັນທີ 7 ມີນາ 2020

ຂອບໃຈ​ຮູບພາບ​ ແລະ​ ຂໍ້ມູນຈາກ: Laos​ Super​ Model

.

.

ຈາກ: ຊຸບຊິບບັນເທີງ