ມາເບີ່ງ! ວິທີແກ້ບັນຫາໜ້າໂຊມຈາກການນອນເດິກ

98

ບັນຫາເລື່ອງນອນເດິກ ຫຼື ນອນໜ້ອຍ ກໍເປັນສາເຫດຂອງການເກີດບັນຫາຜິວພັນຊຸດໂຊມໄດ້ເຊັ່ນກັນ ມື້ນີ້ຈະເອົາສາເຫດ ແລະ ວິທີການແກ້ໄຂບັນຫາໜ້າຊຸດໂຊມ, ໝອງຄ້ຳ ເພາະຂາດການນອນຫຼັບພັກຜ່ອນທີ່ບໍ່ພຽງພໍມາຝາກໃຫ້ທຸກຄົນ.

ຂໍ້ເສຍຂອງການນອນໜ້ອຍຕໍ່ກັບຜິວ:

1 ການທີ່ເຮົານອນໜ້ອຍເຮັດໃຫ້ຄວາມສາມາດໃນການເຮັດວຽກງານຂອງຜິວໜັງຊັ້ນນອກຫຼຸດໜ້ອຍລົງ ເມື່ອເປັນເຊັ່ນນັ້ນຈະເຮັດໃຫ້ຜິວໜ້າຂາດຄວາມຊຸ່ມຊື່ນ, ໜ້າແຫ່ວໄວ ແລະ ແກ່ກ່ອນອາຍຸ.

2 ການນອນຫຼັບພັກຜ່ອນບໍ່ພຽງພໍ ເຮັດໃຫ້ຮ່າງກາຍບໍ່ສາມາດປົວແປງສ່ວນທີ່ຂາດຫາຍໄດ້ຢ່າງມີປະສິດທິພາບ ເພາະເນື້ອເຍື່ອຕ່າງໆຈະບໍ່ສາມາດຟື້ນຟູໃຫ້ກັບມາຢູ່ໃນສະພາບທີ່ສົມບູນ ເຊິ່ງເປັນສາເຫດທີ່ໃຫ້ເກີດຈຸດດ່າງດຳ, ເກີດຮ່ອງຮອຍ, ຮ່ອງເລິກ, ຜິວແຫ້ງ, ຜິວໝອງຄ້ຳ ແລະ ຜິວບໍ່ສົດໃສ.

3 ເປັນສິວໄດ້ງ່າຍເພາະສິ່ງທີ່ເປັນໂຕຈັບເຊື້ອແບັກທີເຣຍຂະໜາດນ້ອຍ ແລະ ສິ່ງແປກປອມຕ່າງໆໃນຜິວໜັງບໍ່ຢູ່ໃນສະພາບທີ່ພ້ອມກັບການປົກປ້ອງຜິວຈາກເຊື້ອພະຍາດພາຍນອກ ຜູ້ທີ່ນອນບໍ່ພໍຈຶ່ງມີສິວຂຶ້ນງ່າຍນັ້ນເອງ.

4 ຮ່າງກາຍມີພູມຄຸ້ມກັນທີ່ໜ້ອຍລົງ ສົ່ງຜົນໃຫ້ເຈັບປ່ວຍໄດ້ງ່າຍ ແລະ ສຸຂະພາບຊຸດໂຊມ ຈຶ່ງເປັນທີ່ມາຂອງໃບໜ້າທີ່ຈືດບໍ່ສົດໃສ.

ນອນແນວໃດຈຶ່ງຈະດີທີ່ສຸດ:

1 ນອນໃຫ້ຄົບ 8 ຊົ່ວໂມງຕໍ່ມື້ ໂດຍນອນຫຼັບໃຫ້ສະໜິດບໍ່ລຸກຕື່ນຂຶ້ນມາລະຫວ່າງນອນ.

2 ນອນຫຼັບໃນສະຖານທີ່ມີ ຄວາມງຽບສະຫງົບ ແລະ ບໍ່ມີແສງໄຟຈະດີທີ່ສຸດ ເພາະສຽງດັງ ແລະ ຄວາມສະຫວ່າງຈະເຮັດໃຫ້ນອນຫຼັບບໍ່ສະໜິດ.

3 ນອນຫຼັບເວລາດຽວເປັນປະຈຳເຖິງວ່າຈະເຮັດວຽກເດິກ ແຕ່ຖ້າມີເວລາການນອນທີ່ຄົງທີ່ຮ່າງກາຍກໍຈະສາມາດປັບຕົວໃຫ້ຄຸ້ນເຄີຍໄດ້ເອງ.

ວິທີແກ້ໄຂບັນຫາໜ້າໂຊມຈາກການນອນເດິກ:

1 ໃຊ້ໝາກແຕງປາດເປັນແຜ່ນບາງໆແລ້ວແປະໄວ້ທົ່ວໜ້າ ຈະຊ່ວຍໃຫ້ຜິວທີ່ຂາດ ຄວາມຊຸ່ມຊື່ນໄດ້ຮັບນ້ຳຫຼາຍຂຶ້ນ ແລະ ເປັນການຕື່ມນ້ຳເຂົ້າສູ່ຜິວໜ້າໃຫ້ຮູ້ສຶກສົດໃສ.

2 ໃຊ້ແຜ່ນມາກໜ້າເຢັນໆຈະຊ່ວຍໃຫ້ໜ້າຊຸ່ມຊື່ນຂຶ້ນ ດ້ວຍການເອົາແຜ່ນມາກທີ່ເຄີຍໃຊ້ແລ້ວບໍ່ມີອາການແພ້ໄປແຊ່ຕູ້ເຢັນ. ຈາກນັ້ນ, ກໍນຳມາແປະໄວ້ໜ້າຄວາມເຢັນ ແລະ ສານບຳລຸງທີ່ມີຢູ່ໃນແຜ່ນມາກຈະສາມາດຊ່ວຍໃຫ້ໜ້າເບິ່ງສົດໃສຂຶ້ນມາໄດ້.

3 ໃຊ້ໂຢເກິດແຊ່ໃນຕູ້ເຢັນມາພອກໜ້າໄວ້ຈະຊ່ວຍຕື່ມນ້ຳເຂົ້າສູ່ຜິວໜ້າໄດ້ເຊັ່ນດຽວກັນ.

4 ດື່ມນ້ຳຫຼາຍໆ ແລະ ຫ້າມໃຫ້ຜິວຂາດນ້ຳໂດຍເດັດຂາດ ໃຫ້ແນ່ໃຈວ່າດື່ມນ້ຳມື້ລະ 8 ຈອກ.