ເປັນຫຍັງການມີຜູ້ຕາງໜ້າເພດຍິງ ຈຶ່ງມີຄວາມສຳຄັນ? (3)

431

ສືບຕໍ່ຈາກຄໍລໍາແມ່ຂອງກ່ຽວກັບແມ່ຍິງທີ່ໄດ້ນໍາສະເໜີໄປກ່ອນໜ້ານີ້ ໃນຕອນນີ້ກ້າວເຂົ້າສູ່ການຈັດອັນດັບປະເທດທີ່ປະສົບຜົນສໍາເລັດດ້ານການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ໂດຍອີງຕາມ ຂໍ້ມູນຈາກ Global Gender Gap ຂອງ World Economic Forum 2020 ໄດ້ຈັດລະດັບ 10 ປະເທດຕົ້ນໆຂອງໂລກ ທີ່ສາມາດປະສົບຜົນສຳເລັດສູງໃນການສົ່ງເສີມຄວາມສະເໝີພາບຍິງ – ຊາຍ ດັ່ງນີ້: 1 ອຽກລັງ; 2 ນ໊ອກແວ; 3 ແຟງລັງ; 4 ຊູແອັດ; 5 ນິກາຣາກົວ; 6 ນູແວນເຊລັງ; 7 ອີຣັງເດີ; 8 ແອັດສະປາຍ; 9 ຣະວັນດາ; 10 ເຢຍລະມັນ.

ພາບປະກອບເທົ່ານັ້ນ

ເວົ້າສະເພາະພາກພື້ນອາຊຽນເຮົານີ້ ຈາກຕົວເລກຂໍ້ມູນດັ່ງກ່າວໄດ້ຊີ້ໃຫ້ເຫັນວ່າ ສປປ ລາວເຮົາແມ່ນຢູ່ໃນອັນດັບ 2 ຕໍ່ຈາກຟີລິບປິນ ດ້ານການຫຼຸດຊ່ອງວ່າງລະຫວ່າງເພດ ໂດຍສະເພາະເພິ່ນຈະພິຈາລະນາຄວາມກ້າວໜ້າຂອງຄວາມເທົ່າທຽມກັນທາງເພດໃນ 4 ປັດໄຈ ດັ່ງນີ້: ການມີສ່ວນຮ່ວມທາງດ້ານເສດຖະກິດ ແລະ ໂອກາດ; ຄວາມສຳເລັດທາງດ້ານການສຶກສາ; ສຸຂະພາບ ແລະ ການຢູ່ລອດ; ການເພີ່ມຂີດຄວາມສາມາດທາງດ້ານການເມືອງ.

ພາບປະກອບເທົ່ານັ້ນ

ຈະສັງເກດເຫັນວ່າ 10 ປະເທດອັນດັບຕົ້ນໆຂອງໂລກໃນການສົ່ງເສີມຄວາມສະເໝີພາບຍິງ – ຊາຍ ລ້ວນແລ້ວແຕ່ແມ່ນປະເທດທີ່ກຳນົດເອົານະໂຍບາຍການສົ່ງເສີມຄວາມສະເໝີພາບທາງເພດ ມາຢູ່ໃນອັນດັບຕົ້ນໆຂອງນະໂຍບາຍການເມືອງຂອງປະເທດ ເພາະປະເທດເຫຼົ່ານັ້ນໄດ້ປະຈັກໃນຄວາມເປັນຈິງແລ້ວວ່າ ໃນການລົງທຶນໃສ່ການພັດທະນາແມ່ຍິງນັ້ນມັນຫາກແມ່ນການລົງທຶນໃສ່ຄອບຄົວ, ໃສ່ເສດຖະກິດ ແລະ ຄວາມສະຫງົບສຸກຂອງປະເທດ. ປະເທດເຫຼົ່ານັ້ນຮັບຮູ້ແຈ້ງວ່າຄວາມຈະເລີນ ແລະ ຄວາມສະຫງົບສຸກຂອງປະເທດຈະບໍ່ສາມາດປະສົບ ຄວາມສຳເລັດໄດ້, ໃນໂລກທຸກວັນນີ້ຖ້າຫາກວ່າບໍ່ມີການປະກອບສ່ວນທີ່ສຳຄັນຂອງແມ່ຍິງ ທີ່ເປັນເຄິ່ງໜຶ່ງຂອງພົນລະເມືອງໂລກ ດັ່ງທີ່ ເມົາເຈີຕຸງ ຂອງຈີນ ເຄີຍກ່າວໄວ້ວ່າ: “ ແມ່ຍິງເປັນຜູ້ຄ້ຳເຄິ່ງໜຶ່ງຂອງແຜ່ນຟ້າ ” ( women hold up of the sky ).

ພາບປະກອບເທົ່ານັ້ນ

ປັດຈຸບັນນີ້ໃນຫຼາຍໆປະເທດທີ່ພວມພັດທະນາມີລາຍຮັບຈາກຂັ້ນຕໍ່າ – ກາງ ໄປຫາຂັ້ນກາງ – ສູງ ໄດ້ວິພາກວິຈານກັນວ່າເປັນຫຍັງໃນຂະນະທີ່ຜະລິດຕະພັນລວມຍອດເພີ່ມຂຶ້ນເລື້ອຍໆບໍ່ຫຼຸດ 6% ຫາ 7% ຕໍ່ປີ ໃນໄລຍະ 10 ກວ່າປີມານີ້, ແຕ່ວ່າເປັນຫຍັງການແກ້ໄຂບັນຫາຄວາມຮຸນແຮງໃນຄອບຄົວ ( ຄວາມຮຸນແຮງຕໍ່ຮ່າງກາຍ, ຕໍ່ຈິດໃຈ, ທາງເພດ ແລະ ຊັບສິນ ຫຼື ເສດຖະກິດ ) ຈຶ່ງຍັງເກີດມີຢູ່ເປັນປະຈຳ ແລະ ກໍຍັງແມ່ນຜູ້ຊາຍທີ່ມີອຳນາດກວມລວມ ແມ່ນແຕ່ຜູ້ເປັນພໍ່, ເປັນຜົວ, ເປັນອ້າຍ, ເປັນນ້ອງຊາຍກໍຍັງມີອຳນາດຫຼາຍກວ່າເພດຍິງໃນຄອບຄົວ?

ມີການຕັ້ງຄຳຖາມນີ້ຕໍ່ບັນດາຕົວແທນຂອງປະເທດເອີຣົບເໜືອ ໂດຍສະເພາະປະເທດຜູ້ເພິ່ນມີຄວາມສຳເລັດສູງໃນການສົ່ງເສີມ ຄວາມສະເໝີພາບທາງເພດ ແລະ ສົ່ງເສີມແມ່ຍິງເຂົ້າສູ່ວົງການອຳນາດທາງການເມືອງ ( ເຊັ່ນ: ປະເທດແຟງລັງ ທີ່ມີນາຍົກລັດຖະມົນຕີເປັນແມ່ຍິງ ແລະ ເປັນແມ່ຍິງໜຸ່ມອາຍຸພຽງແຕ່ 34 ປີ ແລະ ຄະນະລັດຖະບານສ່ວນໃຫຍ່ກໍແມ່ນແມ່ຍິງ ).

ພາບປະກອບເທົ່ານັ້ນ

ຄຳຕອບທີ່ໄດ້ຮັບແມ່ນວ່າເລື່ອງນີ້ຕ້ອງໄດ້ມີການສຶກສາອົບຮົມຢ່າງເຖິງຖອງ ໂດຍເລີ່ມມາຈາກຄອບຄົວສິດສອນຝຶກແອບກັນມາແຕ່ນ້ອຍໆໃນຄອບຄົວ ເພື່ອໃຫ້ຮູ້ວ່າເດັກຊາຍ ແລະ ເດັກຍິງສາມາດເຮັດວຽກໄດ້ເຊັ່ນກັນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຜູ້ຊາຍຕ້ອງຮູ້ເຄົາລົບແມ່ຍິງ ເພາະແມ່ຍິງເປັນຜູ້ແບກຫາບພາລະບົດບາດທີ່ຍິ່ງໃຫຍ່ຕາມທຳມະຊາດທີ່ຜູ້ຊາຍຈະປະຕິບັດແທນບໍ່ໄດ້, ສຶກສາອົບຮົມໃຫ້ລູກເຕົ້າ, ອ້າຍ – ນ້ອງຊາຍຮູ້ໜ້າທີ່, ຮູ້ປະພຶດທີ່ເໝາະສົມ, ມີມາລະຍາດຕໍ່ກັນ ແລະ ກັນ ໂດຍສະເພາະຜູ້ເປັນພໍ່ຈະຕ້ອງປະພຶດປະຕິບັດຕົນເປັນແບບຢ່າງ ເຮັດໃຫ້ລູກຊາຍເຫັນວ່າເຮົາເປັນເພດຊາຍທີ່ມີໜ້າທີ່ຊ່ວຍເຫຼືອຄອບຄົວແນວໃດໃນວຽກບ້ານ ແລະ ນອກບ້ານ. ທ່ານຜູ້ອ່ານທີ່ຮັກແພງ ບົດດັ່ງກ່າວຍັງບໍ່ໝົດພຽງເທົ່ານີ້ ຢ່າລືມລໍຖ້າຕິດຕາມອ່ານຕອນຕໍ່ໄປ.

ໂດຍ: ທູດ ມະໄລວຽງ ສາກົນນິຍົມ ຜູ້ຕາງໜ້າ ສປປ ລາວ ປະຈຳກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ( ບົດຂຽນເນື່ອງໃນໂອກາດວັນແມ່ຍິງສາກົນ 8 ມີນາ 2020 )