ເປີດນຳໃຊ້ຢ່າງເປັນທາງການແລ້ວ ສຸກສາລາຫຼັງໃໝ່ 2 ບ້ານ ເມືອງກະລືມ

136

ເມືອງກະລຶມ ໄດ້ເປີດບໍລິການນຳໃຊ້ຢ່າງເປັນທາງການແລ້ວ ສຸກສາລາຫຼັງໃໝ່ ຢູ່ໃນ 02 ຄື: ບ້ານໂກຼ ແລະ ບ້ານຕະວາງ, ເມືອງກະລຶມ ແຂວງເຊກອງ ເພື່ອເຮັດໃຫ້ປະຊາຊົນບັນດາເຜົ່າເຂດຫ່າງໄກສອກຫຼີກເສັ້ນທາງທຸລະກັນດານ ໃນຈຳນວນ 09 ບ້ານ, 03 ຄຸມ ທີ່ຂຶ້ນກັບສຸກສາລາແຫ່ງນີ້ໄດ້ຮັບການບໍລິການດ້ານສຸຂະພາບຢ່າງທົ່ວເຖິງ.

ພິທີເປີດດັ່ງກ່າວ ຈັດຂຶ້ໜໃນລະຫວ່າງວັນທີ 4-5 ມີນາ 2020 ຜ່ານມານີ້ ຢູ່ທີ່ເດີນສຸກສາລາຂອງບ້ານດັ່ງກ່າວ ໂດຍການເຂົ້າຮ່ວມຂອງ ທ່ານ ວິສັນ ອິນທະວົງ ຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ດຣ ສີເວີນ ສິງຫາລາດ ຫົວໜ້າຫ້ອງການສາທາລະສະສຸກເມືອງ, ມີບັນດາກຳມະການພັກ, ຫົວໜ້າຫ້ອງການ-ຮອງຫົວໜ້າຫ້ອງ, ສອງກຳລັງປະກອບອາວຸດ ປກຊ-ປກສ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ  ອົງການປົກຄອງ 12 ບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນ 2 ບ້ານເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີດັ່ງກ່າວ ທ່ານ ນາງ ປືກ ນາວມະນີວົງ ຫົວໜ້າໜ່ວຍງານຈັດຕັ້ງຫ້ອງການສາທາລະນະສຸກເມືອງ ກໍໄດຂື້ນຜ່ານ ຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການເປີດບໍລິການນຳໃຊ້ສຸກສາລາຢູ່ບ້ານໂກຼ ແລະ ບ້ານຕະວາງ ຄະນະດຽວກັນກໍໄດ້ແຕ່ງຕັ້ງພະນັກງານແພດປະຈຳການຢູ່ສຸກສາລາບ້ານໂກຼ ຈຳນວນ 03 ຄົນ, ຍິງ 0 ຄົນ ແລະ ບ້ານ ຕະວາງ ຈຳນວນ 02 ຄົນ, ຍິງ 0 ຄົນ, ພ້ອມນັ້ນ ຫ້ອງການສາທາລະນະສຸກເມືອງກະລຶມຍັງໄດ້ສະໜອງຢາປົວພະຍາດ ແລະ ອຸປະກອນຮັບໃຊ້ເຂົ້າໃນການບໍລິການປິ່ນປົວພໍ່ແມ່ປະຊາຊົນ ຈາກນັ້ນ, ຜູ້ເຂົ້າຮ່ວມກໍຄືຂະແໜງການທີ່ກ່ຽວຂ້ອງໄດ້ພ້ອມກັນປະກອບຄຳຄິດຄຳເຫັນ ເປັນຕົ້ນແມ່ນ ແນະນຳ ບໍລິການກອງທຶນປະກັນສຸຂະພາບແຫ່ງຊາດ, (ກປຊ), ວຽກງານອາຫານ ແລະ ຢາ, ວຽກງານປິ່ນປົວ ແລະ ຟື້ນຟູໜ້າທີການ, ວຽກງານສົ່ງເສີມ ແລະ ອະນາໄມສຸຂະພາບ ເພື່ອເຮັດໃຫ້ພະນັກງານແພດໝໍທີ່ມາບໍລິການ ແລະ ພໍ່ແມ່ປະຊາຊົນທີ່ມາໃຊ້ບໍລິການປິ່ນປົວຢູ່ສຸກສາລາແຫ່ງນີ້ມີຄຸນນະພາບສູງສຸດ.

ພາຍຫຼັງ ໄດ້ເປີດບໍລິການນຳໃຊ້ສຸກສາລາຢ່າງເປັນທາງການແລ້ວຈະເຮັດໃຫ້ປະຊາຊົນບັນດາເຜົ່າເຂດຫ່າງໄກສອກຫຼີກເສັ້ນທາງທຸລະກັນດານ ໃນຈຳນວນ 09 ບ້ານ, 03 ຄຸມ ທີ່ຂຶ້ນກັບສຸກສາລາແຫ່ງນີ້ມີບ້່ານໂກຼ, ບ້ານເຊຊັບ, ບ້ານປະເລບ້ານຕະວາງ, ໄດ້ໃຫ້ມີພິທີບ້ານ ໂກຼ, ບ້ານເຊຊັບ, ບ້ານປະເລ, ບ້ານຈະເຕີ, ບ້ານຕະວາງ, ບ້ານປະນອນ, ບ້ານອາບືນ, ບ້ານອາຈີງ, ບ້ານອາແຕັງ ແລະ ຄຸ່ມບ້ານກີອວງ, ຄຸ່ມບ້ານອາເກວ, ຄຸ່ມບ້ານອາໂກນ ໄດ້ຮັບການບໍລິການດ້ານສຸຂະພາບຢ່າງທົ່ວເຖິງ.

ຕອນທ້າຍພິທີ ທ່ານ ວິສັນ ອິນທະວົງ ກໍໄດ້ໂອ້ລົມຕໍ່ພິທີ ໂດຍທ່ານໄດ້ເນັ້ນໃຫ້ພະນັກງານແພດໝໍທີ່ປະຈຳການຢູ່ສຸກສາລາແຫ່ງນີ້ຈົ່ງຈັດຕັ້ງປະຕິບັດໜ້າທີ່ຂອງຕົນຕາມການມອບໝາຍ ແລະ ເອົາໃຈໃສ່ປິ່ນປົວຄົນເຈັບດ້ວຍຄວາມຮັບຜິດຊອບສູງ ແລະ ວ່ອງໄວທັນໃຈ ຮັບປະກັນທາງດ້ານຄຸນນະພາບ ພ້ອມດຽວກັນນັ້ນກໍໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນຈົ່ງມີສ່ວນຮ່ວມເຂົ້າມາຮັບບໍລິການປິ່ນປົວຢູ່ທີ່ສຸກສາລາແຫ່ງນີ້ດ້ວຍຄວາມໄວ້ວາງໃຈ.

ຂ່າວ: ຄຳເພົ້າ ຮຸ່ງໄຊຍະວົງ