ເປັນຫຍັງການມີຜູ້ຕາງໜ້າເພດຍິງ ຈຶ່ງມີຄວາມສຳຄັນ? (2)

267

ມາອ່ານຕໍ່ຈາກປະເດັນທີ່ແອັດມິນໄດ້ນໍາສະເໜີໄປກ່ອນໜ້ານີ້ແລ້ວບໍ່ເທົ່າໃດຊົ່ວໂມງ ໂດຍຕໍ່ຈາກປະເດັນ ຂົງເຂດທີ່ແມ່ຍິງມີສ່ວນຮ່ວມນໍາກັນໄດ້.

3 ການສົ່ງເສີມສະຖຽນລະພາບ: ແມ່ຍິງທີ່ເປັນຜູ້ນຳແມ່ນຈະສົ່ງເສີມຄວາມມີສະຖຽນລະພາບ, ການສຶກສາຄົ້ນຄວ້າ ໄດ້ຊີ້ໃຫ້ເຫັນວ່າເວລາສະມາຊິກສະພານິຕິບັນຍັດເພດຍິງເພີ່ມຂຶ້ນ 5% ເວລານັ້ນໃນປະເທດນັ້ນຈະມີອັດຕາຄວາມສ່ຽງດ້ານຄວາມຮຸນແຮງຫຼຸດລົງ 5%, ສະພາບການເມືອງຢູ່ພາຍໃນປະເທດກໍເຊັ່ນກັນ ການມີສະມາຊິກແມ່ຍິງຢູ່ໃນລັດຖະສະພາ ແມ່ນຕິດພັນກັບການເຮັດໃຫ້ຄວາມສ່ຽງຂອງການເກີດສົງຄາມກາງເມືອງພາຍໃນປະເທດນັ້ນຫຼຸດລົງເຊັ່ນກັນ ຫຼື ກໍລະນີຄົນຫາຍສາບສູນ, ການເຂັ່ນຂ້າກັນ

ການຈັບຂັງຄຸກດ້ວຍຂໍ້ອ້າງທາງການເມືອງ ແລະ ການທໍລະມານກໍຫຼຸດລົງ; ອີກຕົວຢ່າງໜຶ່ງຢູ່ປະເທດຣະວັນດາ ຫຼັງສົງຄາມໄດ້ມີແມ່ຍິງຖືກເລືອກເປັນສະມາຊິກສະພານິຕິບັນຍັດເພີ່ມຂຶ້ນຫຼາຍກວ່າ 50% ແລະ ນັກກົດໝາຍເພດຍິງເຫຼົ່ານີ້ກໍໄດ້ສະໜັບສະໜູນການຕັດສິນໃຈແບບມີສ່ວນຮ່ວມຂອງລັດຖະບານ ໃນຂະບວນການສົ່ງເສີມຄວາມປອງດອງຊາດໃນລະດັບທ້ອງຖິ່ນ.

ພາບປະກອບເທົ່ານັ້ນ

ແຕ່ວ່າໃນຄວາມເປັນຈິງນັ້ນອັນທີ່ແນ່ນອນແມ່ນວ່າການເລືອກເອົາແມ່ຍິງເປັນການນຳນັ້ນ ກໍຍັງບໍ່ຮັບປະກັນວ່າຈະມີໝາກຜົນດີດັ່ງກ່າວຂ້າງເທິງນັ້ນສະເໝີໄປ ເພາະວ່າການເຂົ້າມາກຳຕຳແໜ່ງທາງການເມືອງຂອງແມ່ຍິງແມ່ນເປັນພຽງບາດກ້າວທຳອິດທີ່ນຳໄປສູ່ອຳນາດທາງການເມືອງ, ໃນຫຼາຍປະເທດໂຄງສ້າງດ້ານສະຖາບັນການຈັດຕັ້ງ ແລະ ລະບົບການເມືອງ ແມ່ນຍັງຈຳກັດຂອບເຂດຄວາມສາມາດຂອງແມ່ຍິງໃນການມີອິດທິພົນດ້ານການສ້າງນະໂຍບາຍ, ແມ່ຍິງກໍຍັງບໍ່ໄດ້ເປັນກຸ່ມທີ່ເປັນກ້ອນຊີ້ນດຽວກັນ ແລະ ກໍບໍ່ແມ່ນແມ່ຍິງການນຳທັງໝົດທີ່ຈະໃຫ້ການຮ່ວມມືກັນ ຫຼື ເປັນໄປຢ່າງສັນຕິພາບ ຫຼື ຊ່ວຍກັນຕໍ່ສູ້ເພື່ອໃຫ້ມີກົດໝາຍ ເພື່ອຮັດແໜ້ນຄວາມສະເໝີພາບທາງເພດ.

ພາບປະກອບເທົ່ານັ້ນ

ສະນັ້ນ, ການເປັນແມ່ຍິງຄົນທຳອິດທີ່ໄດ້ຮັບເລືອກຕັ້ງເຂົ້າໃນຕຳແໜ່ງການນຳຕຳແໜ່ງໃດໜຶ່ງນັ້ນ ໃນຫຼາຍໆກໍລະນີແມ່ນພຽງແຕ່ຂັ້ນຕອນການຕໍ່ສູ້ຂອງແມ່ຍິງ ເພື່ອຜ່ານຜ່າອຸປະສັກໃນໂຄງສ້າງເກົ່າທີ່ມີແຕ່ເພດຊາຍຄອບງຳມາກ່ອນ ເຊິ່ງໃນສະພາບດັ່ງກ່າວນີ້ຈະເຮັດໃຫ້ແມ່ຍິງການນຳດັ່ງກ່າວຕ້ອງໄດ້ທຳໜ້າທີ່ຢ່າງມີຄວາມລະມັດລະວັງທາງດ້ານການເມືອງ ຫຼາຍກວ່າການທີ່ຈະເຂົ້າມາປ່ຽນແປງນະໂຍບາຍການເມືອງໃນຕໍ່ໜ້ານີ້ ຍ້ອນວ່າແມ່ຍິງຈະແຂ່ງຂັນເຂົ້າສູ່ອຳນາດການເມືອງຈະເພີ່ມທະວີຂຶ້ນ. ສະນັ້ນ, ຄວາມເປັນປໍລະປັກ ແລະ ການຕໍ່ສູ້ຕ້ານແມ່ຍິງຈະເພີ່ມທະວີຄວາມຮຸນແຮງເປັນເງົາຕາມຕົວ ເຊັ່ນ: ສັງຄົມທີ່ມີເພດຊາຍຄອບງຳ ໂດຍສະເພາະນັກການເມືອງເພດຊາຍຈະພາກັນໃຊ້ເຫດຜົນດ້ານການເມືອງ ເພື່ອໂຈມຕີແມ່ຍິງໃນທົ່ວໂລກຈະເພີ່ມຄວາມຮຸນແຮງຂຶ້ນ.

ພາບປະກອບເທົ່ານັ້ນ

ຂໍ້ມູນໄດ້ຊີ້ໃຫ້ເຫັນວ່າໃນຈຳນວນ 193 ປະເທດສະມາຊິກຂອງສະຫະປະຊາຊາດນັ້ນ ດ້ານຄວາມເທົ່າທຽມກັນໃນທາງການເມືອງໄດ້ຊີ້ໃຫ້ເຫັນວ່າ ມີ 176 ປະເທດທີ່ມີຄະແນນການເຂົ້າຮ່ວມທາງດ້ານການເມືອງຕ່ຳກວ່າ 50%, ແຕ່ມີພຽງ 17 ປະເທດທີ່ມີຄະແນນການເຂົ້າຮ່ວມທາງການເມືອງ 50% ຫຼື ຫຼາຍກວ່ານັ້ນ.

ເຖິງຢ່າງໃດກໍຕາມ, ແມ່ຍິງເຮົາກໍຍັງໝັ້ນໃຈຢູ່ວ່າຈຳນວນແມ່ຍິງການນຳຈະເພີ່ມທະວີຂຶ້ນເລື້ອຍໆ ແລະ ກໍຈະມີແມ່ຍິງຈຳນວນຫຼາຍຂຶ້ນທີ່ມີກຳລັງໃຈທີ່ຈະຕໍ່ສູ້ ເພື່ອມີສ່ວນຮ່ວມທາງດ້ານການເມືອງ. ແນວໃດກໍ່ດີຄໍລໍາແມ່ຂອງບົດນີ້ ຍັງບໍ່ໝົດພຽງເທົ່ານີ້ ຢ່າລືມຕິດຕາມອ່ານຕໍ່ອີກໃນຕອນຕໍ່ໄປ.

ໂດຍ: ທູດ ມະໄລວຽງ ສາກົນນິຍົມ ຜູ້ຕາງໜ້າ ສປປ ລາວ ປະຈຳກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ( ບົດຂຽນເນື່ອງໃນໂອກາດວັນແມ່ຍິງສາກົນ 8 ມີນາ 2020 )