ລາວພົບກໍລະນີສົງໄສແລ້ວ 50 ກວ່າລາຍ ແຕ່ຜົນລ້ວນຕິດລົບ

116

ຕາມລາຍງານຂອງລັດຖະບານ ໃນກອງປະຊຸມລາຍງານສະພາບ ການປ້ອງກັນການລະບາດ ຂອງພະຍາດ ໂຄວິດ-19 ທີ່ສຳນັກງານນາຍົກລັດຖະມົນຕີທີ່ຈັດຂຶ້ນເຊົ້າມື້ນີ້(6ມີນາ 2020) ໃຫ້ຮູ້ວ່າປະເທດລາວເຮົາມາຮອດວັນທີ 4 ມີນາ ແມ່ນມີກໍລະນີສົງໄສທັງໝົດ 50 ກວ່າຄົນແລ້ວ ແຕ່ຈາກການນຳຕົວຢ່າງໄປກວດລ້ວນໃຫ້ເປັນເປັນລົບ ນັ້ນໝາຍຄວາມວ່າ ຢູ່ ສປປ ລາວເຮົາຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19.

ກອງປະຊຸມລາຍງານສະພາບການລະບາດ ແລະມາດຕະການໃນການປ້ອງກັນ ແລະຄວບຄຸມພະຍາດ ອັກເສບປອດ ຈາກເຊື້ອຈຸລະໂລກ ໂຄໂຣນາສາຍພັນໃໝ່ ຫລື COVID -19.
ເຂົ້າຮ່ວມມີທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະ ສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດ ຈາກເຊື້ອຈຸລະໂລກ ໂຄໂຣນາສາຍພັນໃໝ່ ຫລື COVID -19 ໂດຍມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ພະນັກງານວິຊາການກ່ຽວຂ້ອງ.

ໃນໂອກາດນີ້, ທ່ານ ພູທອນ ເມືອງປາກ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ຕາງໜ້າໃຫ້ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ , ຄວບຄຸມ ແລະແກ້ໄຂພະຍາດອັກເສບປອດ ຈາກເຊື້ອຈຸລະໂລກ ໂຄໂລນາສາຍພັນໃໝ່ ຫລື COVID -19 ໄດ້ຕາງໜ້າໃຫ້ຄະນະສະເພາະກິດ ລາຍງານ ສະພາບການລະບາດ ແລະ ມາດຕະການໃນການປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ ວ່າ: ພະຍາດ COVID -19 ເກີດຂຶ້ນຢູ່ ສປ ຈີນ ແລະ ມີການລາຍງານຈາກຄະນະກໍາມະການຮັກສາສຸຂະພາບຂອງ ສປ ຈີນ ຢ່າງເປັນທາງການ ໃນວັນທີ 7 ທັນວາ 2019.

ພະຍາດດັ່ງກ່າວໄດ້ລະບາດຢ່າງໄວວາ ແລະ ແຜ່ລາມເປັນວົງກວ້າງໄປທົ່ວປະເທດຈີນ ແລະ ມາຮອດປະຈຸບັນ ກໍ່ມີການລະບາດຢູ່ຫລາຍປະເທດ, ຮອດເວລາ 6 ໂມງເຊົ້າວັນທີ 4 ມິນາ 2020, ທົ່ວໂລກມີກໍລະນີຢັ້ງຢືນຜູ້ຕິດເຊື້ອພະຍາດ COVID -19 ແລ້ວຈໍານວນ 95.308 ກໍລະນີ, ເສຍຊີວິດ 3.285 ກໍລະນີ, ໃນນັ້ນຫລາຍກວ່າໝູ່ແມ່ນຢູ່ ສປ ຈີນ 80.409 ກໍລະນີ, ເສຍຊີວິດ 3.012 ກໍລະນີ.

ສະເພາຢູ່ ສປປ ລາວ ຜ່ານມາ ໄດ້ພົບກໍລະນີສົງໄສທັງໝົດ 53 ກໍລະນີ ແລະ ໄດ້ເອົາຕົວຢ່າງໄປກວດຊອກຫາເຊື້ອພະຍາດຢູ່ຫ້ອງວິເຄາະ ແຕ່ບໍ່ພົບຕິດພະຍາດ COVID -19.

ແນວໃດກໍ່ຕາມເຖິງຢ່າງໃດກໍ່ຕາມ ,ເພື່ອແນໃສ່ປ້ອງກັນບໍ່ໃຫ້ເກີດມີກໍລະນີຜູ້ເປັນພະຍາດ ແລະ ລະບາດຢູ່ປະເທດລາວເຮົາ, ພາຍໃຕ້ການຊີ້ນໍາຂອງລັດຖະບານ, ກະຊວງສາທາລະນະສຸກ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ດໍາເນີນມາດຕະການ ກະກຽມຄວາມພ້ອມໃນການຕອບໂຕ້ ຕໍ່ການລະບາດພະຍາດດັ່ງກ່າວຢ່າງເປັນລະບົບເປັນຕົ້ນ ການຕິດຕັ້ງກ້ອງວັດອຸນຫະພູມຮ່າງກາຍຢູ່ຈຸດຜ່ານແດນ ແລະ ດ່ານສາກົນ ຫຼາຍຈຸດໃນທົ່ວປະເທດເຊັ່ນ: ດ່ານຂົວມິດຕະພາບ1 ນະຄອນຫລວງວຽງຈັນ, ດ່ານຂົວມິດຕະພາບ 4 ແຂວງບໍ່ແກ້ວ, ດ່ານບໍ່ເຕັນ ແຂວງຫລວງນໍ້າທາ, ສະໜາມບິນຫລວງພະບາງ, ສະໜາມບິນສະຫວັນນະເຂດ, ສະໜາມບິນຈໍາປາສັກ ແລະ ສະໜາມບິນວັດໄຕ.

ພ້ອມນັ້ນ, ຍັງໄດ້ປະກອບເຄື່ອງວັດອຸນຫະພູມແບບມືຖື (Infrared) ຢູ່ທຸກດ່ານສາກົນ ແລະ ບາງດ່ານທ້ອງຖິ່ນ ເຊັ່ນ: ດານປ່າຄາ, ດ່ານບ້ານມອມ, ດ້ານພູຫຼັກຄຳ, ພ້ອມທັງ ໄດ້ອົບຮົມພະນັກງານແພດໝໍໄປປະຈຳດ່ານ ເພື່ອກັ່ນກອງຜູ້ທີ່ເດີນທາງເຂົ້າມາລາວຢູ່ຕາມດ່ານຕ່າງໆເຫຼົ່ານັ້ນ. ນອກຈາກນັ້ນ, ກໍ່ຍັງໄດ້ກະກຽມຫ້ອງແຍກປ່ຽວໄລຍະລໍຖ້າສຳລັບຄົນທີ່ມີອາການເຂົ້າກັບນິຍາມພະຍາດ COVID -19 ແລະ ກະກຽມນຳສົ່ງກໍລະນີສົງໄສໄປໂຮງໝໍທີ່ກຳນົດໄວ້.
ຂ່າວຈາກ: ວິທະຍຸກະຈາຍສຽງແຫ່ງຊາດ