ແລ່ນວຽງຈັນ ຮາຟ ມາຣາທອນ ຖະແຫຼງຕອບຂໍ້ຄາໃຈທີ່ງານຍົກເລິກ ພ້ອມສິດພິເສດໃຫ້ຜູ້ລົງທະບຽນ

65

ກ່ອນໜ້ານີ້ ກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ ອອກແຈ້ງການດ່ວນທີ່ສຸດ ໃນວັນທີ 29 ກຸມພາ 2020 ວ່າ: ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ( COVID-19 ) ທີ່ນັບມື້ເພີ່ມທະວີຂະຫຍາຍຢ່າງໄວວາ ແລະ ຮຸ່ນແຮງ ຢູ່ຫຼາຍປະເທດໃນໂລກ ລວມທັງບັນກາປະເທດອ້ອມຂ້າງລາວເຮົາ, ເພື່ອປ້ອງກັນບໍ່ໃຫ້ເກີດພະຍາດ COVID-19 ຢູ່ປະເທດເຮົາ ຫຼີກລ່ຽງຄວາມສ່ຽງຈາກການລວມຕົວຂອງນັກແລ່ນຫຼາຍພັນຄົນ ໃນການແຂ່ງຂັນຄັ້ງນີ້ ກົມກີລາລະດັບສູງ ຈິ່ງມີຈຸດປະສົງແຈ້ງການດ່ວນທີ່ສຸດ ຍົກເລີກການແຂ່ງຂັນແລ່ນວຽງຈັນຮາຟມາລາທອນນາໆຊາດ ຄັ້ງທີ V ໃນວັນທີ 1 ມີນາ 2020.

ຫຼ້າສຸດ ຄະນະກໍາມະການຈັດງານ ແລ່ນວຽງຈັນ ຮາຟ ມາຣາທອນ ອອກຖະແຫຼງການຢ່າງເປັນທາງການໃນວັນທີ 5 ມີນາ 2020 ທີ່ຫ້ອງປະຊຸມຂອງຄະນະກໍາມະການ ໂອແລມປິກແຫ່ງຊາດລາວ

ທ່ານ ນາງ ວັນເພັງ ສຸດທິຈັກ ຜູ້ຈັດການ ວິສາຫະກິດສ່ວນບຸກຄົນ ອີເວັ້ນຟໍກູດ ທັງເປັນ 1 ໃນຄະນະກໍາມະການຈັດການແຂ່ງຂັນ ຖະແຫຼງຕໍ່ສື່ມວນວ່າ: ເພື່ອເປັນການຕອບຕໍາຖາມທີ່ຖືກຖາມມາຫຼາຍທີ່ສຸດໃນສື່ອອນລາຍຕ່າງໆ ຫຼັງຈາກທີ່ງານແລ່ນວຽງຈັນ ຮາຟ ມາຣາທອນ ໃນວັນທີ 1 ມີນາ 2020 ຖືກຍົກເລີກແບບກັນທັນຫັນ ໂດຍຄໍາຖາມທີ່ຖືກຖາມຫຼາຍທີ່ສຸດແມ່ນ ເປັນຫຍັງຄືບໍ່ເລື່ອນອອກໄປ ເປັນຫຍັງຈິ່ງຍົກເລີກ? ຈິ່ງຂໍຕອບວ່າ ຄະນະກໍາມະການຈັດງານແມ່ນປະຕິບັດຕາມແຈ້ງການດ່ວນທີ່ສຸດຈາກ ກະຊວງສຶກສາທິການ ແລະ ກີລາ, ກົມກີລາລະດັບສູງ, ເລກທີ 078/ກສ ລົງວັນທີ 29 ກຸມພາ 2020 ເພື່ອເປັນການຫຼຸດຜ່ອນຄວາມສ່ຽງການລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ ( ໂຄວິດ-19 ), ສ່ວນອີກຄໍາຖາມແມ່ນ ຍົກເລີກແລ້ວເປັນຫຍັງບໍ່ຄືນເງິນລົງທະບຽນ? ເນື່ອງຈາກຄະນະກໍາມະການຈັດງານໄດ້ມີການກຽມພ້ອມເປັນທີ່ຮຽບຮ້ອຍສົມບູນ 100% ແລະ ເຫຼືອເວລາອີກ 10 ຊົ່ວໂມງ ກ່ອນການແຂ່ງຂັນ ແລະ ໄດ້ໃຊ້ຈ່າຍເພື່ອອກຽມງານທຸກດ້ານແລ້ວ

ທ່ານ ນາງ ວັນເພັງ ກ່າວອີກວ່າ: ສໍາລັບງານແລ່ນຄັ້ງນີ້ແມ່ນມີ 130 ຂັນລາງວັນ ເພື່ອຄວາມຢຸດຕິທໍາພວກເຮົາຈະມີການແລ່ນ Vitual Run ເຊິ່ງກໍາລັງຕັ້ງລະບົບ ຄາດວ່າຈະພ້ອມໃຊ້ໃນວັນທີ 15 ມີນາ 2020 ເພື່ອໃຫ້ນັກແລ່ນສາມາດແລ່ນດ້ວຍຕົວເອງຕາມເວລາທີ່ສະດວກຂອງຕົວເອງ ເລີມແຕ່ວັນທີ 15-31 ມີນາ ແລະ ເອົາເວລາໄດ້ດີທີ່ສຸດຂອງຕົວເອງມາຢັ້ງຢືນແບບອອນລາຍເຂົ້າຫາກໍາມະການກວດສອບ ເພື່ອຈັດອັນດັບ ແລະ ມອບຈັນລາງວັນໃຫ້ກັບນັກແລ່ນທີ່ໄດ້ອັນດັບ 1-5 ພ້ອມໃບຢັ້ງຢືນອອກລາຍພ້ອມເວລາຢ່າງເປັນທາງການ, ສ່ວນລາຍລະອຽດ, ວິທີ ແລະ ຂໍ້ແນະນໍາ ແມ່ນຈະໄດ້ປະກາດໃນ vientiane international half marathon ແລະ ເວັບໄຊທ໌ຂອງງານ. ນອກນັ້ນ ສໍາລັບນັກກີລາທີ່ລົງທະບຽນໃນປີນີ້ຈະມີສິດທິພິເສດຫຼຸດລາຄາ ໃນການລົງແຂ່ງຂັນໃນປີໜ້າ ແລະ ເພີ່ມເງິນລາງວັນໃນປີໜ້າເປັນ 2 ເທົ່າ (ລາຍລະອຽດເພີ່ມຕື່ມຕາມຄລິບດ້ານລຸ່ມ)