ລັດຖະມົນຕີ ອຄ ເນັ້ນໃຫ້ແມ່ຍິງສ້າງຂີດຄວາມສາມາດໃຫ້ໄດ້ຮອບດ້ານ

138

ກະຊວງອຸດສາຫະກໍາ ແລະ ການຄ້າ ( ອຄ ) ຈັດກອງປະຊຸມສໍາມະນາວິທະຍາສາດ ກ່ຽວກັບການສ້າງຄວາມອາດສາມາດໃຫ້ແກ່ພະນັກງານເພດຍິງ ເນື່ອງໃນໂອກາດວັນແມ່ຍິງສາກົນ 8 ມີນາ ຄົບຮອບ 110 ປີ ພາຍໃຕ້ຄໍາຂວັນ “ ສິດທິຂອງແມ່ຍິງຕິດພັນກັບຄວາມສະເໝີພາບຍິງ – ຊາຍ ” ຂຶ້ນໃນວັນທີ 5 ມີນາ 2020 ທີ່ກະຊວງ ອຄ ໂດຍການເປັນປະທານຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີ ທ່ານ ນາງ ຈັນສຸກ ແສງພະຈັນ ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງ ອຄ, ມີບັນດາເອື້ອຍນ້ອງແມ່ຍິງທັງພາຍໃນ ແລະ ອ້ອມຂ້າງກະຊວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ເຂັມມະນີ ພົນເສນາ ກ່າວວ່າ: ການຈັດກອງປະຊຸມໃນຄັ້ງນີ້ ກໍເພື່ອເປັນການທົບທວນຄືນປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ 8 ມີນາ ຄົບຮອບ 110 ປີ ແລະ ສະຫຼຸບຫຍໍ້ການເຄື່ອນໄຫວປະກອບສ່ວນໜ້າທີ່ວຽກງານຂອງເອື້ອຍນ້ອງແມ່ຍິງກະຊວງ ອຄ ພ້ອມທັງເປັນການສໍາມະນາແລກປ່ຽນບົດຮຽນ ແລະ ປະສົບການກ່ຽວກັບການສ້າງທັກສະການປາຖະກະຖາ ແລະ ສ້າງເຄືອຂ່າຍໃນການເຮັດວຽກ ເພື່ອເປັນການສ້າງຄວາມອາດສາມາດໃຫ້ແກ່ເພດຍິງ ປະກອບສ່ວນວຽກຄຽງບ່າຄຽງໄຫຼ່ກັບເພດຊາຍໄດ້. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ບັນດາເອື້ອຍນ້ອງແມ່ຍິງທຸກພາກສ່ວນ ຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ຢ່າງຕັ້ງໜ້າໃນການເຄື່ອນໄຫວປະກອບສ່ວນປະຕິບັດວຽກງານຕ່າງໆຂອງຂະແໜງການຕົນ ໃຫ້ມີຄວາມເທົ່າທຽມກັບເພດຊາຍໃນທຸກດ້ານ.

ແນວໃດກໍດີ, ການສ້າງຂະບວນການເພື່ອສະເຫຼີມສະຫຼອງວັນແມ່ຍິງ ພາຍໃຕ້ຄໍາຂວັນ “ ສິດທິຂອງແມ່ຍິງຕິດພັນກັບຄວາມສະເໝີພາບຍິງ – ຊາຍ ເຖິງແມ່ນວ່າຈະເປັນຂໍ້ ຄວາມສັ້ນໆແຕ່ມີຄວາມໝາຍເລິກເຊິ່ງ ທີ່ສື່ຄວາມໝາຍເຖິງຄວາມຕ້ອງການຂອງແມ່ຍິງໃນການພັດທະນາຕົນເອງ ໃຫ້ມີຄວາມສາມາດຮອບດ້ານ ເວົ້າລວມ, ເວົ້າສະເພາະຂະແໜງອຸດສາຫະກໍາ ແລະ ການຄ້າ ກໍແມ່ນການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງໃນຂົງເຂດວິຊາສະເພາະຂອງຕົນ ໃຫ້ມີທ່າອ່ຽງພັດທະນາທີ່ດີຂຶ້ນໃນທຸກດ້ານ ເພື່ອໃຫ້ສົມກັບການເປັນແມ່ຍິງ 3 ດີ.

ນອກຈາກນີ້, ພາຍໃນກອງປະຊຸມຍັງໄດ້ຮັບຟັງປະຫວັດ ຄວາມເປັນມາຂອງວັນແມ່ຍິງສາກົນ, ຮັບຟັງໂດຍຫຍໍ້ຜົນງານການເຄື່ອນໄຫວວຽກງານຂອງອົງການຈັດຕັ້ງສະຫະພັນແມ່ຍິງກະຊວງ ອຄ ໃນ 1 ປີຜ່ານມາ. ພ້ອມດຽວກັນນັ້ນ, ກໍມີການສໍາມະນາໃນຫົວຂໍ້ການສ້າງທັກສະໃນການປາຖະກະຖາ ແລະ ບົດຮຽນກ່ຽວກັບການສ້າງເຄືອຂ່າຍໃນການເຮັດວຽກ.