ວິກິດໂຄວິດ – 19 ການບິນລາວ ໜັກພັກວຽກພະນັກງານຊົ່ວຄາວ

180

ການລະບາດຂອງພະຍາດໂຄວິດ – 19 ສ້າງຜົນກະທົບໃຫ້ພາກທຸລະກິດເປັນວົງ ກວ້າງ ໂດຍສະເພາະການບິນລາວລາຍຮັບຫຼຸດລົງເກືອບ ເຄິ່ງ. ດັ່ງນັ້ນ, ເພື່ອປະຢັດລາຍຈ່າຍ ລັດວິສາຫະກິດການບິນລາວ ຈຳເປັນຕ້ອງໃຫ້ພະນັກງານພັກວຽກຊົ່ວຄາວ ໂດຍບໍ່ເອົາເງິນເດືອນຈົນກວ່າສະພາບຈະດີຂຶ້ນ. ພ້ອມນັ້ນ, ກໍໄດ້ໂຈະຖ້ຽວບິນໄປປະເທດທີ່ມີຄວາມສ່ຽງຂອງການລະບາດຂອງເຊື້ອພະຍາດດັ່ງກ່າວ.

ທ່ານ ບຸນມາ ຈັນທະວົງສາ ຜູ້ອຳນວຍການໃຫຍ່ລັດວິສາຫະກິດການບິນລາວ ເປີດເຜີຍໃນວັນທີ 4 ມີນາ 2020 ວ່າ: ພາຍຫຼັງທີ່ເກີດມີການລະບາດຂອງ ພະຍາດໂຄວິດ – 19 ( COVID – 19 ) ເຮັດໃຫ້ລາຍຮັບຈາກການຂາຍປີ້ຍົນຫຼຸດລົງ 50%. ພ້ອມດຽວກັນ, ພວກເຮົາຍັງໄດ້ໂຈະຊົ່ວຄາວສຳລັບເສັ້ນທາງບິນໄປປະເທດທີ່ມີຄວາມສ່ຽງຄືໄປ ສປ ຈີນ ແລະ ສ.ເກົາຫຼີ. ສຳລັບຖ້ຽວບິນໄປ ສ.ເກົາຫຼີ ແມ່ນໄດ້ຢຸດແຕ່ວັນທີ 29 ກຸມພາເປັນຕົ້ນມາ, ສ່ວນເສັ້ນທາງບິນໄປ ສປ ຈີນ ແມ່ນໄດ້ຢຸດມາແຕ່ຕົ້ນເດືອນກຸມພາ ແຕ່ໄດ້ເລີ່ມເປີດຄືນບາງເສັ້ນທາງຄື ວຽງ ຈັນ – ຄຸນໝິງ 3 ຖ້ຽວຕໍ່ອາທິດ ( ເລີ່ມເປີດວັນທີ 1 ມີນາ 2020 ). ເຖິງຢ່າງໃດກໍຕາມ, ຈຳນວນຜູ້ໂດຍສານທຸກເສັ້ນບິນທັງພາຍໃນ ແລະ ຕ່າງປະເທດແມ່ນສືບຕໍ່ຫຼຸດລົງ ເນື່ອງຈາກຜູ້ໂດຍສານທີ່ເປັນນັກທ່ອງທ່ຽວແມ່ນຫຼຸດລົງຫຼາຍ.

ປັດຈຸບັນ ລັດວິສາຫະກິດການບິນລາວ ມີພະນັກງານທັງໝົດ 1 ພັນກວ່າຄົນ. ດັ່ງນັ້ນ, ເພື່ອເປັນການປະຢັດລາຍຈ່າຍໃນເບື້ອງຕົ້ນ ພວກເຮົາໄດ້ລະດົມໃຫ້ພະນັກງານ ໂດຍສະເພາະແມ່ນໜ່ວຍງານໃດທີ່ບໍ່ໄດ້ເຮັດໜ້າທີ່ໂດຍກົງຕໍ່ຄວາມປອດໄພການບິນ ພວກເຮົາໄດ້ລະດົມພັກຊົ່ວຄາວໂດຍທີ່ບໍ່ເອົາເງິນເດືອນຈົນກວ່າສະພາບຈະດີຂຶ້ນ ເຊິ່ງຂໍ້ສະເໜີດັ່ງກ່າວບັນດາພະນັກງານແມ່ນໃຫ້ຄວາມຮ່ວມມື ແລະ ມີຄວາມຕື່ນຕົວຍິນດີທີ່ຈະພັກ ກວມເອົາ 30% ຂອງພະນັກງານທັງໝົດ.

ທ່ານ ບຸນມາ ຈັນທະວົງສາ ກ່າວຕື່ມວ່າ: ໃນເດືອນມີນາ ທາງລັດວິສາຫະກິດການບິນລາວ ມີແຜນສະໜັບສະໜູນງານ ຊຽງ ຂວາງ ເກມ ໂດຍຈະເພີ່ມຖ້ຽວບິນຈາກ ວຽງຈັນ – ຊຽງຂວາງ ມື້ລະ 2 ຖ້ຽວ ( ຜ່ານມາປະຕິບັດມື້ລະຖ້ຽວ ) ແລະ ເພີ່ມເສັ້ນທາງບິນຈາກ ຫຼວງພະບາງ – ຊຽງ ຂວາງ ແຕ່ລັດຖະບານໄດ້ຕັດສິນໃຈເລື່ອນງານດັ່ງກ່າວແບບບໍ່ມີກຳນົດ. ສະນັ້ນ, ການເພີ່ມຖ້ຽວບິນດັ່ງກ່າວຈະໄດ້ເລື່ອນໄປເຊັ່ນກັນ.

ສ່ວນຕົວເລກຜູ້ຕິດເຊື້ອມາຮອດວັນທີ 5 ມີນາ 2020 ຍັງເພີ່ມຂຶ້ນຕາມການລາຍງານຂອງສູນຂ່າວສານການແພດສຸຂະສຶກສາ, ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ຈຳນວນຜູ້ຕິດເຊື້ອທົ່ວໂລກທັງໝົດ 95.266 ຄົນ ( ເພີ່ມຂຶ້ນ 2.137 ຄົນ ), ເສຍຊີວິດ 3.285 ຄົນ ( ເພີ່ມຂຶ້ນ 87 ຄົນ ), ປິ່ນປົວຫາຍດີ 53.215 ຄົນ ( ເພີ່ມຂຶ້ນ 2.534 ຄົນ ), ສ່ວນຢູ່ ສປປ ລາວ ພົບກໍລະນີສົງໄສທັງໝົດ 53 ກໍລະນີ ແຕ່ຜົນກວດແມ່ນບໍ່ພົບເຊື້ອ.