ປີກາຍແຂວງວຽງຈັນ ເກັບລາຍຮັບໄດ້ລື່ນແຜນ

204
DCIM100MEDIADJI_0005.JPG

ໃນປີ 2019 ແຂວງວຽງຈັນ ເກັບລາຍຮັບໄດ້ລື່ນແຜນການເຖິງ 20,57%, ຂະນະທີ່ປີ 2020 ນີ້ ທ່ານຫົວໜ້າພະແນກການເງິນ ເນັ້ນວ່າຈະສູ້ຊົນເກັບລາຍຮັບໃຫ້ໄດ້ຕາມແຜນມອບໝາຍຂອງຂັ້ນເທິງ 242 ຕື້ກວ່າກີບ ໂດຍສືຶບຕໍ່ຫັນການຄຸ້ມຄອງເກັບລາຍຮັບ – ລາຍຈ່າຍງົບປະມານເປັນທັນສະໄໝ.

ທ່ານ ຄໍາເຫຼັກ ທອງສະຫວັນ ຫົວໜ້າພະແນກການເງິນ ແຂວງວຽງຈັນ ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ຜ່ານການຈັດຕັ້ງປະຕິບັດແຜນງົບປະມານໃນປີ 2019 ສາມາດສະຫຼຸບໄດ້ສິ່ງພົ້ນເດັ່ນ ແລະ ຜົນສໍາເລັດບາງດ້ານ ດັ່ງນີ້

ໃນດ້ານລາຍຮັບແມ່ນໄດ້ເອົາໃຈໃສ່ຄຸມເຂັ້ມ ໃຫ້ບັນດາຫົວໜ່ວຍທຸລະກິດທີ່ຂຶ້ນກັບແຂວງ ເປັນເຈົ້າການມອບລາຍຮັບໃຫ້ຄົບຖ້ວນ, ທັນເວລາ. ພ້ອມນັ້ນ, ໄດ້ປະສານສົມທົບກັບກົມຄຸ້ມຄອງຊັບສິນຂອງລັດ, ກົມສ່ວຍສາອາກອນເພື່ອກວດກາຄືນຖານຂໍ້ມູນລາຍຮັບທີ່ສູນກາງຄຸ້ມຄອງ ແລະ ຕິດພັນກັບການຂຶ້ນແຜນຂອງແຂວງ ສາມາດເກັບລາຍຮັບດັ່ງກ່າວໄດ້ເປັນປົກກະຕິ. ສໍາລັບແຜນການຂອງບັນດາຂະແໜງການມີລາຍຮັບວິຊາການ ແມ່ນໄດ້ຕິດຕາມຊຸກຍູ້ສາມາດເກັບລາຍຮັບໄດ້ຕາມແຜນ.

ການປະຕິບັດລາຍຮັບໃນປີ 2019 ໄດ້ທັງໝົດ 232,9 ຕື້ກວ່າກີບ ເທົ່າກັບ 120,57% ຂອງແຜນການດັດແກ້. ໃນນັ້ນ, ພູດສູນກາງປະຕິບັດໄດ້ 6,8 ຕື້ກວ່າກີບ ເທົ່າກັບ 139,45% ຂອງແຜນການປີ, ພູດທ້ອງຖິ່ນປະຕິບັດໄດ້ 226 ຕື້ກວ່າກີບ ເທົ່າກັບ 120,07% ຂອງແຜນປີ.

ສ່ວນດ້ານລາຍຈ່າຍປະຕິບັດໄດ້ 555 ຕື້ກວ່າກີບ ເທົ່າກັບ 94,35%. ໃນນີ້, ຈ່າຍເງິນເດືອນກວມເອົາ 356,3 ຕື້ກວ່າກີບ, ລາຍຈ່າຍທີ່ຂາດດຸນສູນກາງໄດ້ດຸນດ່ຽງໃຫ້ 365,5 ຕື້ ກວ່າກີບ.

ຄຽງຄູ່ດ້ານດີອັນພົ້ນເດັ່ນພວກເຮົາກໍຍັງມີຂໍ້ຄົງຄ້າງບາງດ້ານ ເປັນຕົ້ນການຈັດຕັ້ງປະຕິບັດບາງໜ້າວຽກຕາມແຜນມີບາງດ້ານຍັງບໍ່ທັນໄດ້ດີ ເປັນຕົ້ນການຊຸກຍູ້ໃຫ້ບັນດາຫົວໜ່ວຍທຸລະກິດຖືບັນຊີຕາມກົດໝາຍ, ການປະສານນໍາພາກສ່ວນກ່ຽວຂ້ອງ ເພື່ອລົບລ້າງບັນດາຫົວໜ່ວຍທີ່ຂຶ້ນທະບຽນດໍາເນີນທຸລະກິດ, ແຕ່ບໍ່ໄດ້ເຄື່ອນໄຫວ ຫຼື ເຄື່ອນໄຫວແລ້ວແຕ່ຢຸດເຊົາກິດຈະການກໍຍັງບໍ່ທັນໄດ້ຈັດຕັ້ງປະຕິບັດ ຈຶ່ງເຮັດໃຫ້ມີຕົວເລກຜິດດ່ຽງລະຫວ່າງຂະແໜງການເງິນກັບຂະແໜງການທີ່ກ່ຽວຂ້ອງ.

ການຊຸກຍູ້ສົ່ງເສີມຫັນຫົວໜ່ວຍທຸລະກິດໃຫ້ມາຖືບັນຊີ ແລະ ເຂົ້າສູ່ລະບົບການເກັບອາກອນມູນຄ່າເພີ່ມປະຕິບັດບໍ່ທັນໄດ້ຕາມແຜນ, ການຕິດຕາມ, ຊຸກຍູ້ໃຫ້ຫົວໜ່ວຍທຸລະກິດນໍາໃຊ້ໃບເກັບເງິນອາກອນຍັງບໍ່ທັນເຂັ້ມງວດ, ການແກ້ໄຂພາຫະນະບໍ່ຖືກຕ້ອງທີ່ມີບັນຊີລົດໃຫຍ່ທັງໝົດ 259 ຄັນ ແກ້ໄຂໄດ້ພຽງ 30 ຄັນ.

ສ່ວນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2020 ເຊິ່ງແມ່ນປີສຸດທ້າຍຂອງແຜນງົບປະມານແຫ່ງລັດ 5 ປີ ຄັ້ງທີ V ( 2016 – 2020 ) ຂອງແຂວງວຽງຈັນ ແມ່ນມີຕົວເລກມອບໝາຍ 242,1 ຕື້ ກວ່າກີບ ເທົ່າກັບ 125,37% ຂອງແຜນປີ 2019.

ເພື່ອປະຕິບັດແຜນຄາດໝາຍດັ່ງກ່າວ ທ່ານ ຄໍາເຫຼັກ ທອງສະຫວັນ ເນັ້ນວ່າ: ຈະສຸມໃສ່ແກ້ໄຂບັນຫາຂັ້ນຕອນຕ່າງໆທີ່ຍັງເປັນອຸປະສັກໃນການສ້າງຖານລາຍຮັບ ໃຫ້ມີ ຄວາມໂປ່ງໃສ, ສາມາດກວດສອບໄດ້, ເອົາໃຈໃສ່ຊຸກຍູ້ສົ່ງເສີມບັນດາຫົວໜ່ວຍທີ່ໄດ້ເຄື່ອນໄຫວແລ້ວ ໃຫ້ໄດ້ດໍາເນີນທຸລະກິດຖືກຕ້ອງຕາມລະບຽບກົດໝາຍ ແລະ ໄດ້ຮັບອະນຸຍາດຢ່າງຈະແຈ້ງ ໃຫ້ສາມາດເກັບລາຍຮັບນໍາຫົວໜ່ວຍດັ່ງກ່າວໄດ້ຢ່າງຄົບຖ້ວນ.

ຫັນການຄຸ້ມຄອງຫົວໜ່ວຍທຸລະກິດ, ລວມສູນຄຸ້ມຄອງເກັບລາຍຮັບຜ່ານລະບົບທັນສະໄໝ ແລະ ຫັນການຊໍາລະໃຫ້ເຂົ້າສູ່ລະບົບທະນາຄານໃຫ້ຫຼາຍຂຶ້ນ, ສືບຕໍ່ປັບປຸງກົນໄກການຄຸ້ມຄອງຫົວໜ່ວຍຖືບັນຊີຄືນໃໝ່ ໂດຍຫັນບັນດາຫົວໜ່ວຍງົບປະມານ ແລະ ຫົວໜ່ວຍວິສາຫະກິດໃຫ້ຖືບັນຊີຫຼາຍຂຶ້ນ.