ມາເບີ່ງ! 3 ສະໝຸນໄພພື້ນບ້ານສາມາດຊ່ວຍແກ້ບາດແຜໄຟໄໝ້ ແລະ ນ້ຳຮ້ອນລວກໄດ້

48

ຫຼາຍຄົນອາດຈະມີວິທີ ຫຼື ຢາແກ້ບາດແຜຈາກໄຟໄໝ້ ແລະ ນ້ຳຮ້ອນລວກຫຼາຍແບບ, ແຕ່ຢາທີ່ຊ່ວຍໄດ້ໃນເວລາກະທັນຫັນກໍຈະເປັນ ຫວ້ານຫາງແຂ້. ສຳລັບມື້ນີ້ເຮົາຈະນຳເອົາຜັກ ແລະ ໝາກໄມ້ມາໃຊ້ເປັນຢາທີ່ຊ່ວຍແກ້ບາດແຜໄຟໄໝ້ ແລະ ນ້ຳຮ້ອນລວກໄດ້ເຊັ່ນກັນ.

1 ຜັກໜອກ: ໃຊ້ຕົ້ນສົດ 1 ກຳມື ຕຳລະອຽດແລ້ວໃຊ້ພອກ ຫຼື ທາບໍລິເວນທີ່ເປັນບາດເລື້ອຍໆ.

2 ໝາກພ້າວ: ໃຊ້ນ້ຳມັນໝາກພ້າວ 1 ສ່ວນ ໃສ່ພາຊະນະແລ້ວຄ່ອຍໆຕື່ມນ້ຳປູນໃສລົງໄປ 1 ສ່ວນ ແລະ ຄົນເລື້ອຍໆຈົນທຸກຢ່າງເຂົ້າກັນດີ ແລ້ວນຳມາທາບໍລິເວນເປັນບາດເລື້ອຍໆ.

3 ຫວ້ານຫາງແຂ້: ໃຊ້ສ່ວນທີ່ເປັນວຸ້ນຂອງຫວ້ານຫາງແຂ້ທາບໍລິເວນເປັນບາດເລື້ອຍໆ.

( ຂໍ້ມູນຈາກ: good*lifeforyou.com )

( ຮຽບຮຽງ: ນຸ້ມນິ້ມ )