ພົບກັບຜົນງານຮູບເງົາຈາກທີມຜູ້ສ້າງ Fast & Furious

218

ຮູບເງົາ “ Bloodshot ມະນຸດຈັກກົນເລືອດໂຫດ ” ເປັນຜົນງານການກໍາກັບຂອງ Dave Wilson ຈາກທີມຜູ້ສ້າງ Fast & Furious, ຂຽນບົດໂດຍ Eric Heisserer ແລະ Jeff Wadlow ໂດຍອ້າງອີງຈາກປຶ້ມກາຕູນທີ່ຂາຍດີທີ່ສຸດຂອງ Valiant Comics ພ້ອມທັງໄດ້ນັກ ສະແດງນໍາໂດຍ ຊິມ ຮີກັນ ( Sam Heughan ), ໄອຊ່າ ກອນຊາເລັຊ ( Eiza Gonzlez ) ແລະ ວິນ ດີເຊລ ( Vin Diesel ).

ຮູບເງົາເລື່ອງນີ້ແມ່ນເວົ້າເຖິງຊາຍໜຸ່ມຄົນໜຶ່ງທີ່ເປັນທະຫານ ແລະ ໄດ້ເສຍຊີວິດຈາກການສູ້ຮົບ, ແຕ່ໄດ້ຮັບການປຸກຊີວິດຄືນໃໝ່ອີກຄັ້ງໂດຍ RST Corporation ເຊິ່ງເປັນບໍລິສັດຍັກໃຫຍ່ທີ່ສຶກສາກ່ຽວກັບເຕັກໂນໂລຊີທີ່ຝັງໄວ້ໃນເລືອດໄດ້ມີຫຸ່ນຍົນຂະໜາດນ້ອຍ ໂດຍເອີ້ນວ່າ “ ນາໄນຕ໌ ”.

“ Bloodshot ” ຊາຍໜຸ່ມຖືກປູກຖ່າຍ ນາໄນຕ໌ ທີ່ເປັນກົນຈັກຂະໜາດນ້ອຍເຂົ້າສູ່ຮ່າງກາຍ ສົ່ງຜົນໃຫ້ລາວມີສັກກະຍະພາບເພີ່ມຂຶ້ນບໍ່ວ່າຈະເປັນພະລະກໍາລັງ, ມີ ຄວາມວ່ອງໄວຂຶ້ນ, ແຂງແຮງຂຶ້ນ ແລະ ຮ່າງກາຍສາມາດຟື້ນຟູຕົວເອງທີ່ບາດເຈັບໄດ້.

ແຕ່ຕ້ອງພົບວ່າການປູກຖ່າຍ ນາໄນຕ໌ ມີຄວາມໜ້າສົງໄສບາງຢ່າງເຮັດໃຫ້ລາວ ຮູ້ວ່າຖືກອົງກອນທີ່ສ້າງຂຶ້ນຫຼອກໃຊ້ ໃຫ້ເຮັດພາລະກິດສ່ຽງຕາຍເພື່ອຜົນປະໂຫຍດຂອງອົງກອນ ເພາະດ້ວຍ ຄວາມພິເສດທັງໝົດແມ່ນແລກກັບການສູນເສຍຄວາມຄິດ ແລະ ຄວາມຈື່ຈໍາໃນອະດີດຈົນເຮັດໃຫ້ລາວເປັນຄືກັບອາວຸດສັງຫານ. ສະນັ້ນ, ລາວຈຶ່ງຕ້ອງອອກຄົ້ນຫາ ຄວາມຈິງວ່າມັນເກີດຫຍັງຂຶ້ນກັບຕົວຂອງລາວ ແລະ ຄວາມຊົງຈໍາທີ່ຂາດຫາຍໄປ.

ການຕໍ່ສູ້ເພື່ອການຮັບຮູ້ ຄວາມຈິງ ແລະ ການສູນເສຍທີ່ເກີດຂຶ້ນກັບຊາຍໜຸ່ມກົນຈັກຈະເປັນແນວໃດ ສາມາດຕິດຕາມໄດ້ທຸກໂຮງຮູບເງົາທົ່ວປະເທດເຂົ້າສາຍ 12 ມີນາ 2020.

( ຂໍ້ມູນຈາກ: Major Platinum Cineplex )

( ຮຽບຮຽງ: ນຸ້ມນິ້ມ )