ໂຮງໝໍແຂວງໄຊສົມບູນ ທົບທວນການຄຸ້ມຄອງເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19

143

ໂຮງໝໍແຂວງໄຊສົມບູນ ຈັດກອງປະຊຸມສຳມະນາວິຊາການເພື່ອທົບທວນກ່ຽວກັບການຄຸ້ມຄອງກໍລະນີພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄໂລນາໄວຣັສ ຂຶ້ນໃນຕອນເຊົ້າຂອງວັນທີ 4 ມີນາ 2020 ນີ້ ທີ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງທ່ານ ດຣ ຢ່າງຮື ຊາວາ, ຜູ່ອຳນວຍການໂຮງໝໍແຂວງ, ມີພະນັກງານ-ແພດໝໍ ພາຍໃນໂຮງໝໍແຂວງເຂົ້າຮ່ວມ.

ໃນກອງປະຊຸມ ຜູ່ເຂົ້າຮ່ວມ ໄດ້ຮັບຟັງການບັນລະຍາຍບັນດາເອກະສານທີ່ສຳຄັນຕ່າງໆ ກ່ຽວກັບເຕັກນິກການປິ່ນປົວຄົນເຈັບ ໃນກໍລະນີທີ່ມີຄົນຕິດເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄໂລນາໄວຣັສ ເປັນຕົ້ນ: ແມ່ນສະພາບການລະບາດພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄໂລນາໄວຣັສ; ການຄຸ້ມຄອງ ໃນເມື່ອມີກໍລະນີ ມີຄົນຕິດເຊື້ອຈຸລະໂລກສາຍພັນໃໝ່ ໂຄໂລນາໄວຣັສ; ການເກັບຕົວຢ່າງ ແລະ ການນໍາສົ່ງຕົວຢ່າງໄປກວດ; ການປ້ອງກັນ ແລະ ຄວບຄຸມການຕິດເຊື້ອພະຍາດດັ່ງກ່າວ.

ພ້ອມນີ້ ໃນກອງປະຊຸມ ຍັງໄດ້ມີການສາທິດວິທີການນຸ່ງເຄື່ອງປ້ອງກັນຂອງພະນັກງານ-ແພດໝໍ ໃນເວລາປິ່ນປົວຄົນເຈັບທີ່ຕິດພະຍາດ, ສາທິດວິທີການເກັບຕົວຢ່າງ ແລະ ການນໍາສົ່ງຕົວຢ່າງໄປກວດ ແລະ ວິທີການຮັບມືກັບຄົນເຈັບທີ່ຕິດເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄໂລນາໄວຣັສ.

ທັງນີ້ ກໍເພື່ອເຮັດໃຫ້ພະນັກງານ-ແພດໝໍ ມີຄວາມເຂົ້າໃຈກ່ຽວກັບພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ໂຄໂລນາໄວຣັສ, ຮູ້ວິທີປ້ອງກັນ ແລະ ຄວບຄຸມ ການຕິດເຊື້ອ ກໍລະນີສົງໃສວ່າແມ່ນພະຍາດນີ້ ແລະ ຮູ້ເກັບເອົາຕົວຢ່າງໄປວິໄຈເພື່ອຢັ້ງຢືນພະຍາດ, ຮູ້ປະຕິບັດມາດຕະການ ກັນ ແລະ ຄວບຄຸມການຕິດເຊື້ອ ເພື່ອຄຸ້ມຄອງຄົນເຈັບທີ່ຕິດເຊື້ອ ແລະ ຮູ້ກ່ຽວກັບຫລັກການປົກປ້ອງສຸຂະພາບ ແລະ ຄວາມປອດໄພ ໃນເວລາປິ່ນປົວຄົນເຈັບ ເພື່ອບໍ່ໃຫ້ຕົນເອງຕິດເຊື້ອພະຍາດດັ່ງກ່າວ.

ຂ່າວ: ສຸກສັນ ອ້ວນລິທິກຸນ

ພາບ: ນູ່ ຕະມ໋ອງ