ຫຼາຍຄົນອາດຍັງບໍ່ຮູ້, ການທີ່ລັດສົ່ງເສີມການຜະລິດ ເພື່ອປ້ອນຕະຫຼາດພາຍໃນນັ້ນ ລັດກໍ່ໄດ້ສ້າງນະໂຍບາຍປົກປ້ອງຂຶ້ນມານຳ ໂດຍສະເພາະແມ່ນປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ ຈະຕ້ອງນໍາໃຊ້ມາດຕະການທາງດ້ານພາສີ ຫຼື ການກໍານົດປະລິມານນໍາເຂົ້າໃນໄລຍະເວລາໃດໜຶ່ງ ເພື່ອປົກປ້ອງຜູ້ຜະລິດ.

ອີງຕາມກົດໝາຍວ່າດ້ວຍການປົກປ້ອງຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າ ເລກທີ 27/ສພຊ ລົງວັນທີ 30 ຕຸລາ 2017 ໃຫ້ຮູ້ວ່າ: ຜູ້ຜະລິດສິນຄ້າພາຍໃນ ຫຼື ຜູ້ຕາງໜ້າຜູ້ຜະລິດສິນຄ້າພາຍໃນ ສາມາດຍື່ນຄໍາຮ້ອງຕໍ່ກະຊວງອຸດສາຫະກໍາ ແລະ ການຄ້າ ຕາມແບບພິມເພື່ອດໍາເນີນການສືບຂໍ້ມູນຕາມປັດໄຈທີ່ໄດ້ກໍານົດໄວ້ໃນມາດຕາ 9ຂອງກົກໝາຍສະບັບນີ້, ເຊິ່ງຄໍາຮ້ອງຕ້ອງປະກອບດ້ວຍ ຂໍ້ມູນກ່ຽວກັບສິນຄ້ານໍາເຂົ້າທີ່ເພີ່ມຂຶ້ນ; ຂໍ້ມູນກ່ຽວກັບຜູ້ຜະລິດ, ຜູ້ສົ່ງອອກ ແລະ ຜູ້ນໍາເຂົ້າ; ຄວາມກ່ຽວພັນລະຫວ່າງການນໍາເຂົ້າທີ່ເພີ່ມຂຶ້ນກັບຄວາມເສຍຫາຍຢ່າງຫຼວງຫຼາຍ ຫຼື ໄພຂົ່ມຂູ່ທີ່ຈະກໍ່ໃຫ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍ ແລະ ແຜນປັບປຸງຂອງຜູ້ຜະລິດສິນຄ້າພາຍໃນ.

ພາຍຫຼັງໄດ້ຮັບຄໍາຮ້ອງແລ້ວ ເຈົ້າໜ້າທີ່ສືບຫາຂໍ້ມູນ ຕ້ອງພິຈາລະນາຂໍ້ມູນ ຫຼື ຫຼັກຖານໃຫ້ສໍາເລັດພາຍໃນ 15ວັນ ລັດຖະການ ນັບແຕ່ວັນໄດ້ຮັບຄໍາຮ້ອງເປັນຕົ້ນໄປ, ຖ້າຫາກບໍ່ສາມາດສໍາເລັດໄດ້ພາຍໃນກໍານົດເວລາດັ່ງກ່າວ ເຈົ້າໜ້າທີ່ສືບຫາຂໍ້ມູນ ສາມາດສະເໜີຕໍ່ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອພິຈາລະນາຕໍ່ເວລາ, ແຕ່ສາມາດຕໍ່ໄດ້ສູງສຸດ ບໍ່ເກີນ 10ວັນລັດຖະການ.

ໃນກໍລະນີ ເຈົ້າໜ້າທີ່ສືບຫາຂໍ້ມູນ ບໍ່ພົບເຫັນຂໍ້ມູນຫຼັກຖານ ທີ່ຊີ້ໃຫ້ເຫັນການນໍາເຂົ້າສິນຄ້າທີ່ເພີ່ມຂຶ້ນ ແລະ ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ຜູ້ຜະລິດພາຍໃນ, ເຈົ້າໜ້າທີ່ສືບຫາຂໍ້ມູນຕ້ອງລາຍງານລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອຊາບ ແລະ ແຈ້ງໃຫ້ຜູ້ຍື່ນຄໍາຮ້ອງກ່ຽວກັບຜົນການວິໄຈດັ່ງກ່າວ.
ໃນກໍລະນີເຈົ້າໜ້າທີ່ສືບຫາຂໍ້ມູນ ພົບເຫັນຂໍ້ມູນຫຼັກຖານ ທີ່ຢັ້ງຢືນມີການນໍາເຂົ້າສິນຄ້າທີ່ເພີ່ມຂຶ້ນ ແລະ ໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ຜູ້ຜະລິດພາຍໃນ, ເຈົ້າໜ້າທີ່ສືບຫາຂໍ້ມູນ ຕ້ອງລາຍງານຕໍ່ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອພິຈາລະນາອອກຂໍ້ຕົກລົງໃຫ້ດໍາເນີນການກວດສອບຫາຂໍ້ມູນ.

ທັງນີ້, ສໍາລັບມາດຕະການປົກປ້ອງກຜູ້ຜະລິດທີ່ໄດ້ຮັບຜົນກະທົບຈາກການນໍາເຂົ້າສິນຄ້າມີ 2ປະເພດດ້ວຍກັນຄື ມາດຕະການປົກປ້ອງຊົ່ວຄາວ ເປັນມາດຕະການທີ່ນໍາໃຊ້ຕໍ່ຜູ້ນໍາເຂົ້າສິນຄ້າໃນໄລຍະດໍາເນີນການສືບຫາຂໍ້ມູນ ໂດຍໃຫ້ຜູ້ກ່ຽວວາງເງິນຄໍ້າປະກັນຕາມລະບຽບການໄວ້ນໍາກະຊວງການເງິນ; ມາດຕະການປົກປ້ອງທົ່ວໄປ ແມ່ນມາດຕະການທີ່ນໍາໃຊ້ຕໍ່ຜູ້ນໍາເຂົ້າສິນຄ້າ ພາຍຫຼັງສໍາເລັດການສືບຫາຂໍ້ມູນທີ່ເຫັນວ່າມີຜົນກະທົບຕໍ່ສິນຄ້າປະເພດດຽວຢ່າງຫຼວງຫຼາຍ ຕາມປັດໄຈທີ່ໄດ້ກໍານົດໄວ້ໃນມາດຕາ 9ຂອງກົດໝາຍສະບັບນີ້ ດ້ວຍການກໍານົດປະລິມານການນໍາເຂົ້າ ຫຼື ການເພີ່ມອັດຕາພາສີຕໍ່ສິນຄ້ານໍາເຂົ້າ.