ສູດ! ຂົ້ວຜັກກູດໃສ່ນ້ຳມັນຫອຍ

229

ຜັກກູດເປັນຜັກພື້ນບ້ານທີ່ມີປະໂຫຍດຫຼາຍຢ່າງມີຢູ່ 3 ຊະນິດ ແຕ່ລະຊະນິດແມ່ນສາມາດນຳມາປຸງແຕ່ງອາຫານໄດ້ ແລະ ມີສັບພະຄຸນຊ່ວຍແກ້ໄຂ້, ແກ້ອາການອັກເສບ, ຊ່ວຍບຳລຸງສາຍຕາ, ບຳລຸງເລືອດ, ຊ່ວຍຫຼຸດໄຂມັນໃນເສັ້ນເລືອດ ແລະ ປ້ອງກັນພະຍາດຄວາມດັນເລືອດສູງ.

ສ່ວນປະສົມ:

1 ຜັກກູດ 1 ກິໂລກຣາມ.

2 ກະທຽມສັບ 2 ບ່ວງແກງ.

3 ໝາກເຜັດ 2 ໜ່ວຍ.

4 ນໍ້າຕານ 1 ບ່ວງກາເຟ.

5 ນໍ້າມັນຫອຍ 2 ບ່ວງແກງ.

6 ນ້ຳປາ 1/2 ບ່ວງກາເຟ.

7 ນ້ຳສະອິວ 1/2 ບ່ວງກາເຟ.

8 ນໍ້າມັນພືດ 1 ບ່ວງແກງ.

ວິທີປຸງແຕ່ງ:

ເດັດຜັກກູດເອົາແຕ່ຍອດອ່ອນແລ້ວລ້າງໃຫ້ສະອາດປະໄວ້ໃຫ້ສະເດັດນໍ້າ ແລ້ວຊອຍໝາກເຜັດກຽມໄວ້ຈຶ່ງເອົາໝໍ້ໃສ່ນໍ້າມັນຄ້າງໄຟປານກາງ ເມື່ອໝໍ້ຮ້ອນໃຫ້ເອົາກະທຽມພ້ອມໝາກເຜັດລົງຂົ້ວພໍໃຫ້ມີກິ່ນຫອມ ( ເວລາເອົາໝາກເຜັດລົງລະວັງແສບຕາໜ້ອຍໜຶ່ງ ) ຈຶ່ງໃສ່ຜັກກູດລົງໄປຂົ້ວພໍໝາດໆປຸງລົດຊາດດ້ວຍນ້ຳຕານ, ນ້ຳປາ, ນ້ຳສະອິວ ແລະ ນ້ຳມັນຫອຍ ຄົນໃຫ້ເຂົ້າກັນຈົນສຸກດີຕັກໃສ່ຈານພ້ອມເສີບລາຍການງ່າຍໆປະຢັດເວລາແຖມໄດ້ປະໂຫຍດນໍາ.

( ຂໍ້ມູນຈາກ: wongnai.com )