ກອງທຶນການເງິນສາກົນໄດ້ຈັດສັນງົບປະມານສຸກເສີນ ກວ່າ 88 ພັນຕື້ກີບ ເພື່ອຊ່ວຍເຫຼືອບັນດາປະເທດທີ່ທຸກຍາກ ແລະ ມີລາຍໄດ້ປານກາງ ເຊິ່ງໄດ້ຮັບຜົນກະທົບຈາກເຊື້ອໄວຣັສໂຄໂຣນາສາຍພັນໃໝ່.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງວໍຊິງຕັນ ປະເທດສະຫະລັດ ອາເມຣິກາ ເມື່ອວັນພະຫັດ ທີ 5 ມີນາ ວ່າ ທ່ານນາງຄຣິສຕາລິນາ ຈໍຈິວາ ກຳມະການຜູ້ຈັດການໃຫຍ່ກອງທຶນການເງິນສາກົນ (IMF) ໄດ້ຖະແຫຼງເມື່ອວັນພຸດ ຜ່ານມາ ວ່າ ໃນກອງປະຊຸມຝ່າຍບໍລິຫານໄດ້ມີມະຕິຈັດຕັ້ງກອງທຶນສຸກເສີນ ເຊິ່ງມີງົບປະມານ 50.000 ລ້ານໂດລາ (ປະມານ 444.500 ຕື້ກີບ) ເພື່ອຊ່ວຍເຫຼືອປະເທດທີ່ທຸກຍາກ ແລະ ມີລາຍໄດ້ປານກາງ ເຊິ່ງໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງໄວຣັສໂຄວິດ-19.
ສຳລັບວົງເງິນຊ່ວຍເຫຼືອແບ່ງເປັນ 10 ຕື້ໂດລາ (ປະມານ 88.770 ຕື້ກີບ) ສຳລັບ “ກຸ່ມປະເທດທີ່ທຸກຍາກທີ່ສຸດ” ໂດຍບໍ່ມີດອກເບ້ຍເປັນໄລຍະ 10 ປີ ແລະ ອີກ 40 ຕື້ໂດລາ (ປະມານ 355.600 ຕື້ກີບ) ສຳລັບ “ກຸ່ມປະເທດທີ່ມີຖານະປານກາງ” ໂດຍມີອັດຕາດອກເບ້ຍ “ຕໍ່າເປັນກໍລະນີພິເສດ” ໄລຍະ 5 ປີ.
ຢ່າງໃດກໍ່ຕາມ, ບັນດາປະເທດຕະຫຼາດເກີດໃໝ່ຂະໜາດໃຫຍ່ເຊັ່ນ: ຈີນ, ບຣາຊິລ ແລະ ອິນເດຍ “ບໍ່ໄດ້ຢູ່ໃນເງື່ອນໄຂ” ສ່ວນປະເທດອາເຈນຕິນາ ບໍ່ສາມາດເຂົ້າຮ່ວມໃນກອງທຶນດັ່ງກ່າວໄດ້ ເນື່ອງຈາກພາວະໜີ້ສາທາລະນະ “ຂາດສະຖຽນລະພາບ”.
ຂະນະດຽວກັນ ໄອເອັມເອັຟ ຄາດການທ່າອ່ຽງການຂະຫຍາຍໂຕຂອງເສດຖະກິດໂລກໃນປີນີ້ຈະຫຼຸດຕໍ່າກວ່າປີຜ່ານມາ ເຊິ່ງສະຖິຕິຢູ່ທີ່ 2,9%. ທັງນີ້, ບົດລາຍງານຂອງໄອເອັມເອັຟ ເມື່ອເດືອນມັງກອນ ຜ່ານມາ ໄດ້ຄາດການຂະຫຍາຍຕົວຂອງເສດຖະກິດໂລກໃນປີນີ້ ປະມານ 3,3%.