ຊົມເຊີຍ! ຊາວໜຸ່ມສະຫວັນນະເຂດ 137 ຄົນ ສະໝັກໃຈເຂົ້າຮັບໃຊ້ຊາດ

199

ໃນວັນທີ 4 ມີນາ 2020 ນີ້ ກອງບັນຊາການທະຫານແຂວງສະຫວັນະເຂດ ໄດ້ຈັດພິທີສົ່ງຊາວໜຸ່ມຈຳນວນ 137 ຄົນ ທີ່ສະຫມັກໃຈເຂົ້າຮັບໃຊ້ປະເທດຊາດ ແລະ ປະຕິບັດຕາມກົດໝາຍພັນທະຂອງພົນລະເມືອງລາວນັບແຕ່ອາຍຸ 18 ປີຂື້ນໄປຕ້ອງເຂົ້າຮັບໃຊ້ຊາດ,ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພັນໂທ ຄຳເພັດ ສຸລິຍະວົງ ຄະນະພັກ ຮັກສາການຫົວໜ້າການທະຫານກອງບັນຊາການທະຫານແຂວງສະຫວັນະເຂດ, ມີພະນັກງານນາຍທະຫານໃນອົງການ 5 ຫ້ອງ ພໍ່ແມ່ຜູ້ປົກຄອງຂອງທະຫານໃໝ່ເຂົ້າຮ່ວມ.

ໃນພິທີ ທ່ານ ພັນໂທ ຄຳເພັດ ສຸລິຍະວົງ ຮັກສາການຫົວໜ້າການທະຫານກອງບັນຊາການທະຫານແຂວງສະຫວັນະເຂດ ກໍ່ໄດ້ຂຶ້ນກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຊາວໜຸ່ມກໍ່ຄືພໍ່ແມ່ຜູ້ປົກຄອງທີ່ມີນໍ້າໃຈເສຍສະຫຼະເຂົ້າຮັບໃຊ້ປະເທດຊາດຕາມກົດໝາຍໄດ້ກຳນົດໄວ້ ແລະ ຮຽກຮ້ອງມາຍັງທະຫານໃຫມ່ທຸກສະຫາຍຈົ່ງພ້ອມກັນເອົາໃຈໃສ່ປະຕິບັດລະບຽບຂອງກອງທັບໃຫ້ດີໂດຍສະເພາະປະຕິບັດ 7 ລະບອບ 18 ວຽກ ຫຼື ລະບຽບອື່ນໆທີ່ກຳນົດໄວ້ໃນກອງທັບປະຊາຊົນລາວ

ສຳລັບຊາວໜຸ່ມທີ່ສະມັກຮັບໃຊ້ຊາດໃນປີນີ້ແມ່ນໄດ້ຄັດເລືອກເອົາຄັກແນ່ໂດຍສະເພາະແມ່ນໄດ້ກວດສຸຂະພາບຕ້ອງສົມບູນແບບ,ກວດລວງສູງ, ນໍ້າໜັກ ແລະ ທີ່ສຳຄັນແມ່ນການກວດຫາສານເສບຕິດ,ຖ້າຫາກພົບເຫັນແມ່ນຈະບໍ່ຮັບພ້ອມທັງສົ່ງໃຫ້ ປກສ ດຳເນີນຄະດີນຳອີກ,ແຕ່ຜ່ານການກວດກາທະຫານໃຫມ່ຈຳນວນ 137 ຄົນ ເຫັນວ່າບໍ່ພົບສານເສບຕິດ ແລະ ໄດ້ຕາມມາດຖານທີ່ກະຊວງປ້ອງກັນປະເທດໄດ້ກຳນົດໄວ້.

ທີ່ມາ: ວິທະຍຸກະຈາຍສຽງສະຫວັນນະເຂດ