ນັບຖອຍຫຼັງອີກ 3 ມື້ຄື “ວັນແມ່ຍິງສາກົນ” ເລື່ອງລາວທີ່ແມ່ຍິງຕ້ອງຮູ້

334

ອີກບໍ່ພໍເທົ່າໃດມື້ກໍຈະເຖິງວັນສຳຄັນຂອງແມ່ຍິງທົ່ວໂລກ ແລະ ແມ່ຍິງລາວ ທຸກທົ່ວໜ້າ ນັ້ນ ກໍຄື ວັນແມ່ຍິງສາກົນ ແມ່ນເລີ່ມມາຕັ້ງແຕ່ປີ 1910 ໂດຍໄດ້ຈັດຂຶ້ນໃນວັນທີ 8 ມີນາ ຂອງທຸກໆປີ ເຊິ່ງປີ 2020 ນີ້ ແມ່ນບັນຈົບຄົບຮອບ 110 ປີ. ມື້ນີ້ທີມງານເຮົາຈະພາມາຮູ້ຈັກກັບທີ່ມາຂອງວັນດັ່ງກ່າວ.

ໂດຍອີງຕາມຂໍ້ມູນຈາກ wikipedia.org  ໃຫ້ຮູ້ວ່າ: ປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ທີ 8 ມີນາ ເກີດຂຶ້ນຈາກກຳມະກອນຍິງ ໃນໂຮງງານຜະລິດແຜ່ນແພ ຢູ່ນິວຢອກ, ອາເມລິກາ ໂດຍໃນປີ 1907 ບັນດາຜູ້ໃຊ້ແຮງງານຍິງ ປະມານ 15.000 ຄົນ ພາກັນລຸກຮື້ຂຶ້ນປະທ້ວງໃຫ້ນາຍຈ້າງເພີ່ມຄ່າແຮງງານໃຫ້ ແລະ ຂໍສິດທິຂອງເຂົາເຈົ້າ.

Clara settin  ນັກການເມືອງ ທີ່ເປັນຜູ້ຍິງສັງຄົມນິຍົມເຢຍລະມັນ ລາວຕັດສິນໃຈຊັກຊວນພະນັກງານຂອງແມ່ຍິງໃນວັນທີ 8 ມີນາ 1907 ໂດຍຮຽກຮ້ອງໃຫ້ນາຍຈ້າງຫຼຸດຜ່ອນເວລາເຮັດວຽກຂອງເຂົາເຈົ້າໃຫ້ເປັນ 8 ຊົ່ວໂມງຕໍ່ມື້ ແລະ ປັບປຸງສະຫວັດດີການຂອງເຂົາເຈົ້າ ພ້ອມໃຫ້ແມ່ຍິງມີສິດທິລົງຄະແນນສຽງ ແຕ່ກໍບໍ່ເປັນຜົນ. ຢ່າງໃດກໍ່ຕາມ, ເຖິງແມ່ນວ່າການຮ້ອງຂໍນີ້ຈະບໍ່ສໍາເລັດ ຫຼາຍຮ້ອຍຄົນຂອງພະນັກງານຍິງຖືກຈັບ ແຕ່ແມ່ຍິງໃນທົ່ວໂລກສະຫນັບສະຫນຸນການກະທໍາຂອງ Clara settin  ແລະ ເຮັດໃຫ້ແມ່ຍິງທົ່ວໂລກຮູ້ເຖິງສິດທິຂອງເຂົາເຈົ້າຫຼາຍຂຶ້ນ.

ຈົນໃນທີ່ສຸດມາຮອດວັນທີ 8 ມີນາ 1910, ຄວາມພະຍາຍາມຂອງແມ່ຍິງໄດ້ຮັບຜົນສໍາເລັດ. ເມື່ອມີຜູ້ຕ່າງຫນ້າແມ່ຍິງ ຮ້ອຍກວ່າຄົນ ຈາກ 17 ປະເທດເຂົ້າຮ່ວມກອງປະຊຸມສະມາຄົມສະຕີສັງຄົມນິຍົມຄັ້ງທີ 2 ຢູ່ ໂດເປນເຮເກນ ປະເທດ ເດນມາກ, ໃນທີ່ປະຊຸມໄດ້ປະກາດຄວາມຕ້ອງການຂອງແມ່ຍິງຄື ຕ້ອງອະນຸຍາດໃຫ້ພວກເຂົາຫຼຸດເວລາເຮັດວຽກໃຫ້ 8 ຊົ່ວໂມງຕໍ່ມື້, ເວລາໃນການສຶກສາກໍຄືການພັດທະນາຄວາມສາມາດຂອງຕົນເອງ 8 ຊົ່ວໂມງ ແລະ 8 ຊົ່ວໂມງສໍາລັບການພັກຜ່ອນ ພ້ອມກັນນີ້ໄດ້ປັບເງິນຄ່າແຮງງານຂອງແມ່ຍິງໃນລະດັບດຽວກັບແຮງງານຊາຍ.

ຍັງມີຜົນປະໂຫຍດດ້ານສະຫວັດດີການສໍາລັບແມ່ຍິງ ແລະ ແຮງງານເດັກພ້ອມ, ກອງປະຊຸມໄດ້ສະຫນັບສະຫນູນທຸກຄໍາສະເຫນີຂອງ Clara settin ຫຼັງຈາກນັ້ນກໍກໍານົດວັນທີ 8 ມີນາທຸກໆປີເປັນວັນແມ່ຍິງສາກົນຕັ້ງແຕ່ນັ້ນມາ.

ສຳລັບວັນແມ່ຍິງສາກົນ, ຖືວ່າເປັນວັນພັກໃນຫຼາຍໆປະເທດ ເຊັ່ນ: ຣັດເຊຍ ເຊິ່ງໃນວັນທີ 8 ມີນາ ຜູ້ຊາຍໃນຣັດເຊຍແມ່ນຈະມອບດອກໄມ້ໃຫ້ກັບຜູ້ຍິງຄົນຮັກ ແລະ ບັນດາເພື່ອນຮ່ວມງານຂອງເຂົາເຈົ້າ ແລະ ໃນປະເທດຈີນໃນວັນທີ 8 ມີນາ ຜູ້ຍິງຫຼາຍຄົນຈະໄດ້ຮັບສິດທິພິເສດຄື ສາມາດເຮັດວຽກໄດ້ເຄີ່ງມື້  ຕາມປະກາດຂອງທາງການ, ສ່ວນໃນປະເທດລາວເຮົາ ແມ່ນເປັນມື້ພັກທາງລັດຖະການ ແຕ່ຖ້າຫາກວັນທີ 8 ກົງກັບວັນເສົາ ຫຼື ວັນອາທິດ ລັດຖະບານແມ່ນຈະກໍານົດມື້ຖັດໄປເປັນວັນພັກຊົດເຊີຍແທນ.

ຂໍ້ມູນຈາກ  wikipedia.org