ອຸ້ມ ການຈະນາ ຈະສ້າງສັກກະຍະພາບໃນເວທີນາງສາວນະຄອນຫຼວງ 2020

116

ສາວອຸ້ມ ຜູ້ເຂົ້າຮອບ 20 ຄົນສຸດທ້າຍ ໃນເວທີປະກວດນາງສາວນະຄອນຫຼວງວຽງຈັນ 2020 ໂດຍໄດ້ມີການກຽມ ຄວາມພ້ອມມາຢ່າງດີເພື່ອເຂົ້າມາປະກວດໃນເວທີນີ້ ທັງເປັນການສ້າງສັກກະຍະພາບໃຫ້ແກ່ຕົນເອງ ແລະ ຄວາມຫວັງຄືໄດ້ປະສົບການໃໝ່ໆຕາມມາ.

ການຈະນາ ວິລະກຸນ MVT06 ຫຼື ອຸ້ມ ອາຍຸ 18 ປີ ໃຫ້ສໍາພາດວ່າ: ປັດຈຸບັນກໍາລັງສຶກສາທີ່ມະຫາວິທະຍາໄລແຫ່ງຊາດ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ສາຂາການຕະຫຼາດ, ເຖິງວ່າຈະບໍ່ເຄີຍຜ່ານເວທີການປະກວດໃດ ຫຼື ຍັງບໍ່ເຄີຍມີຜົນງານດ້ານບັນເທີງມາກ່ອນກໍຕາມ ຄວາມຄາດຫວັງກໍຢາກຈະຕິດ 1 ໃນ 3 ຂອງເວທີນາງສາວນະຄອນຫຼວງວຽງຈັນ 2020.

ການທີ່ຕົນເອງເລືອກມາປະກວດໃນເວທີນາງສາວນະຄອນຫຼວງ ເພາະໄດ້ລໍຖ້າມາເປັນເວລາຫຼາຍປີໃນການກຽມຄວາມພ້ອມທາງດ້ານສັກກະຍະພາບ ແລະ ຄວາມສາມາດ.

ໃນອະນາຄົດນອກຈາກຢາກເປັນສາວແອ ແລະ ນາງງາມແລ້ວກໍຢາກມີມູນນິທິເດັກເປັນຂອງຕົນເອງ ເຖິງວ່າຢູ່ໃນປະເທດເຮົາມີຫຼາຍມູນນິທິທີ່ຊ່ວຍເຫຼືອສັງຄົມແຕ່ມັນຍັງບໍ່ທັນພຽງພໍ ແລະ ທົ່ວເຖິງ ເຊິ່ງຕົນເອງກໍຢາກຈະແບ່ງປັນທາງດ້ານທຶນການສຶກສາ, ຊີວິດການເປັນຢູ່ທີ່ອົບອຸ່ນໃຫ້ແກ່ເດັກນ້ອຍທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ຍັງບໍ່ໄດ້ຮັບໂອກາດຢ່າງພຽງພໍ.

ການທີ່ໄດ້ເຂົ້າຮອບ 20 ຄົນສຸດທ້າຍ ກໍຖືວ່າເປັນຄວາມພາກພູມໃຈໃນຂັ້ນໜຶ່ງແລ້ວ ດ້ວຍການທີ່ຕົນເອງໄດ້ບອກເລົ່າ ແລະ ຖ່າຍທອດຄວາມເປັນລາວໃຫ້ກັບຄົນຕ່າງຊາດໄດ້ສຳຜັດເຖິງກິ່ນອາຍຄວາມເປັນລາວ ໂດຍຜ່ານສິ່ງທີ່ຕົນເອງຖະໜັດຄືການຟ້ອນລຳວົງລາວເປັນ 5 ຈັງຫວະ ແລະ ປຸງແຕ່ງອາຫານລາວ, ນອກຈາກຄວາມເປັນແມ່ຍິງລາວຕົນເອງກໍມີຄວາມຮັກຊາດ, ຮັກບ້ານເກີດເມືອງນອນ ແລະ ຮັກເເຜ່ນດິນຂອງແມ່.

ສາມາດຮ່ວມເຊຍ ແລະ ຕິດຕາມຂໍ້ມູນ – ຂ່າວສານຂອງນ້ອງໆທັງ 20 ນ້ອງໄດ້ທາງແຟນເພຈ໌ Miss Vientiane ນາງສາວນະຄອນຫຼວງວຽງຈັນ ຫຼື ສາມາດຕິດຕາມການເຄື່ອນໄຫວຂອງ ນ້ອງອຸ້ມ ໄດ້ທາງເຟສບຸ໊ກສ່ວນຕົວ: J’oum Kanchana.

( ຂ່າວ: ນຸ້ມນິ້ມ )

( ຮູບ: J’oum Kanchana )