ສິ່ງດີໆທີ່ໄດ້ຈາກໝາກຍໍ

307

ໝາກຍໍ ເປັນພືດທີ່ເກີດຂຶ້ນ ແລະ ເຕີບໃຫຍ່ໄດ້ເອງຕາມທຳມະຊາດ, ມີຂາຍຕາມທ້ອງຕະຫຼາດທົ່ວໄປ, ໝາກ ຫຼື ໃບອ່ອນເປັນໄດ້ຕະຫຼອດປີ, ເປັນພືດທີ່ບໍ່ຄ່ອຍພົບພະຍາດແມງໄມ້, ສາມາດນຳມາປຸງແຕ່ງອາຫານເພື່ອສຸຂະພາບໄດ້ດີ ເພາະໃນໝາກຍໍມີສານທີ່ມີຄຸນຄ່າ ແລະ ຄຸນປະໂຫຍດຕໍ່ສຸຂະພາບຫຼາຍຊະນິດ ເຊັ່ນ: ແຄລຊຽມ, ວິຕາມິນ ເອ, ວິຕາມິນ ບີ 1, ວິຕາມິນ ບີ 2, ວິຕາມິນ ຊີ, ໄນອາຊິນ ແລະ ໂປຣຕິນ.

ສ່ວນໃບອ່ອນແມ່ນມີສັບພະຄຸນຊ່ວຍຫຼຸດຄວາມຮ້ອນໃນຮ່າງກາຍ ( ແກ້ໄຂ້ ) ແລະ ໝາກຍໍແມ່ນມີສັບພະຄຸນຊ່ວຍຂັບລົມໃນລຳໄສ້, ແກ້ປວດຮາກ, ບຳລຸງທາດ, ຊ່ວຍໃຫ້ຈະເລີນອາຫານ, ຊ່ວຍຟອກເລືອດ, ຊ່ວຍຂັບເລືອດ, ສຳລັບໝາກສຸກແມ່ນຊ່ວຍຂັບລົມໃນລຳໄສ້ ແລະ ຮາກມີຄຸນປະໂຫຍດເປັນຢາລະບາຍອ່ອນໆ.

ໃບອ່ອນຂອງໝາກຍໍແມ່ນນິຍົມນຳມາປຸງແຕ່ງອາຫານຫຼາຍທີ່ສຸດ ບໍ່ວ່າຈະເປັນລວກຈ້ຳແຈ່ວ, ໃຊ້ຫໍ່ມົກ, ແກງ, ເອາະ ແລະ ອື່ນໆ; ສ່ວນໝາກເຫີ່ມ ຫຼື ໝາກແກ່ສີຂຽວ ມັກຈະນຳມາຕຳສົ້ມກິນຮັບຮອງວ່າແຊບບໍ່ແພ້ຕຳໝາກຫຸ່ງແນ່ນອນ ແລະ ໝາກສຸກແມ່ນນິຍົມນຳມາດອງເປັນນ້ຳໝາກຍໍບຳລຸງສຸຂະພາບ.

( ຂໍ້ມູນຈາກ: health.kapook.com )

( ຮຽບຮຽງ: ນຸ້ມນິ້ມ )