ປະເພນີ ບຸນຜີໂຂນ ປາງບຸນໃຫຍ່ຂອງ ແຂວງໄຊຍະບູລີ

195

ປະເພນີ “ບຸນຜີໂຂນ” ໜຶ່ງບຸນໃຫຍ່ ຂອງເມືອງປາກລາຍ ແຂວງໄຊຍະບູລີ ບຸນຜີໂຂນ(ບໍ່ແມ່ນບຸນຜີຕາໂຂນ) ເມືອງໄຊຍະບູລີ ເປັນປະເພນີທີ່ສືບຕໍ່ກັນມາຫຼາຍຊົ່ວອາຍຸຄົນ ທີ່ຈັດຂື້ນທຸກໆປີ ໜ້າເສຍດາຍຍ້ອນການລະບາດຂອງໂຄວິດ 19 ຢູ່ຫຼາຍປະເທດ ເຖິງວ່າລາວເຮົາຈະຍັງບໍ່ພົບ ແຕ່ການບໍ່ຈັດງານທີ່ມີຄົນຫຼາຍກໍເປັນການປ້ອງກັນທີ່ດີ ຈຶ່ງເຮັດໃຫ້ງານດັ່ງກ່າວປີນີ້ຖືກປະກາດຍົກເລີກໄປ

ບຸນຜີໂຂນ ເປັນບຸນທີ່ໃຫຍ່ຂອງເມືອງປາກລາຍ ຕາມປະເພນີຜີໂຂນຈະອອກຈາກປ່າແຮ່ວມາພົບພະເຈົ້າບ້ານໃຫຍ່ສາມມື້, ຕອນທີ່ຜີໂຂນອອກມາແຕ່ປ່າແຮ່ວນີ້ແຫຼະມ່ວນສຸດໆ ເດັກນ້ອຍຈະເຂົ້າໄປລໍ້ຜີອອກມາແຕ່ປ່າແຮ່ວຈົນຮອດວັດ ສຽງເນືອງນັນໄປທົ່ວບ້ານໃຫຍ່ ເມືອງ ແລະ ແຂວງໄຊຍະບູລີ.

ບາງຄົນກະຢ້້ານແຕ່ກໍຢາກເຫັນແລ່ນເຂົ້າໄປລໍ້ຜີນຳເພີ່ນ, ເກືອບວ່າເດັກນ້ອຍທົ່ວເມືອງໄຊຍະມາໂຮມໂຕກັນຢູ່ບ່ອນດຽວນີ້ກະວ່າໄດ້, ເປັນວັດທະນະທຳທີ່ເປັນເອກະລັກ ແລະ ບໍ່ຄືໃຜ ຄວນຮັກສາ ແລະສົ່ງເສີມໃຫ້ພ້ອມພາກັນສືບຕໍ່ໄປຊົ່ວລູກຫຼານ.

ເປັນການອະນຸລັກຮັກສາ ເອກະລັກ ວັດທະນະທຳ ຮີດຄອງປະເພນີອັນດີງາມ ຂອງຊາດ ແລະ ຂອງທ້ອງຖີ່ນ ໃຫ້ເປັນທີ່ເຜີຍແຜ່ກວ້າງຂວາງ ແລະ ສົ່ງເສີມການທ່ອງທ່ຽວຢ່າງຕັ້ງໜ້າ

ພາຍໃນງານຈະມີກິດຈະກຳທີ່ຫຼາກຫຼາຍ ຮອງຮັບຄວາມເບີກບານມ່ວນຊື່ນ ແຫ່ງສີສັນວັດທະນະທໍາ, ເວທີປະກວດນາງງາມແຫ່ງທິດາພະເຫວດສັນດອນຊາດົກ ຮ່ວມເຊຍການແຂ່ງຂັນເຮືອຊ່ວງ 12 ສີພາຍ, ສົ່ງເສີມສິນຄ້າ ຕະຫຼາດນັດມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ເພີດເພີນໄປກັບ ດົນຕີມະໂຫລີ, ປະສົມປະສານນັກສິລະປິນທີ່ມີຊື່ສຽງມາກໜ້າຫຼາຍຕາ ມາຮ່ວມສ້າງສີສັນ ຮັບຮອງໄປແລ້ວມ່ວນມັນຕິດໃຈແນ່ນອນ.