ທ່ຽວພູກູດ ຈອມເຫຼັກ ແຫ່ງການຕໍ່ສູ້ກູ້ຊາດ

308

ພູກູດເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດຕິດພັນກັບປະຫວັດສາດແຫ່ງການຕໍ່ສູ້ກູ້ຊາດຂອງກອງທັບປະຊາຊົນລາວ, ຕັ້ງຢູ່ທາງທິດຕາເວັນຕົກຂອງເມືອງພູກູດ ປະມານ 7 ກິໂລແມັດ, ທິດຕາເວັນຕົກຕິດກັບບ້ານປົວ, ທິດໃຕ້ຕິດກັບບ້ານຊາຍ, ທິດເໜືອຕິດກັບບ້ານແປນ ແລະ ທິດຕາເວັນອອກຕິດກັບບ້ານພູວຽງ ເຊິ່ງເປັນສະຖານທີ່ທີ່ໜ້າສຶກສາຮຽນຮູ້ທາງປະຫວັດສາດ.

ຕາມການເລົ່າຂານຂອງຜູ້ເຖົ້າຜູ້ແກ່ທີ່ອາໄສຢູ່ທ້ອງຖິ່ນແຫ່ງນີ້ ວ່າ: ໃນສະໄໝກ່ອນ ພູກູດມີຊື່ວ່າ “ ພູດອຍກາງເມືອງ ” ເພາະຕັ້ງຢູ່ລະ ຫວ່າງກາງເມືອງສຸຍ ແລະ ເມືອງເຄິງ. ຫຼັງຈາກນັ້ນ, ມາຮອດປີ 1353 ມີທ້າວ ພະຍາຫົວເຫຍີ່ ( ຫົວໃຫຍ່ ) ພ້ອມເມຍຊື່ ນາງ ແກ່ນແກ້ວ ແລະ ລູກ 3 ຄົນ ມາຕັ້ງຖິ່ນຖານຢູ່ທີ່ນີ້ ແລະ ໄດ້ເອົາພູກາງເມືອງເປັນບ່ອນລ້ຽງສັດ ແລະ ໄດ້ແບ່ງຄວາມຮັບຜິດຊອບໃຫ້ລູກທັງ 3 ຕາມປະເພດສັດ ເຊັ່ນ: ນາງ ຫຼວງ ຮັບຜິດຊອບລ້ຽງກະທິງເຂົາແດງ ຢູ່ດົງຮ່າງ, ນາງ ກາງ ລ້ຽງກວາງເຂົາ 9 ຍອດ ຢູ່ດົງແຮ້ ແລະ ທ້າວ ນ້ອຍ ລ້ຽງໝູລອງຄຳ ຢູ່ຝາຍນາຮອນ.

ຕໍ່ມາມີພະອົງໜຶ່ງຂີ່ມ້າມະນີກະທັດ ເດີນທາງມາເຫັນສະຖານທີ່ລ້ຽງສັດ ແລະ ພະອົງນັ້ນໄດ້ເວົ້າກັບພະຍາຫົວເຫຍີ່ ເພື່ອຂໍຝາກມ້າໄວ້ນໍາ ແລະ ພະຍາຫົວເຫຍີ່ ກໍໄດ້ລ້ຽງມ້າມະນີກະທັດ. ມາມື້ໜຶ່ງກໍມີໝໍພານຜູ້ໜຶ່ງມາລ່າສັດປ່າ ເລີຍມາເຫັນກະທິງເຂົາແດງລົງຈາກພູດອຍກາງເມືອງມາກິນປຸ່ງຢູ່ປຸ່ງນາຍິ່ງ, ໝໍພານເລີຍໄດ້ຍິງກະທິງໂຕນັ້ນແຕ່ບໍ່ຕາຍ ແລ້ວປົບຂຶ້ນພູດອຍກາງເມືອງ ມາຕາຍຢູ່ຄັງໜອງປາດ.

ໃນຂະນະທີ່ໝໍພານພວມປາດກະທິງເຂົາແດງນັ້ນ ນາງ ຫຼວງ ເລີຍມາເຫັນ ແລະ ໄປບອກພໍ່ ແລະ ຊາວບ້ານມາໄລ່ຈັບໝໍພານ ໂດຍເອົາຕານ່າງກາງໄວ້ທີ່ແກ່ວດອຍກາງເມືອງ ແລະ ໝໍພານກໍມາຖືກຕານ່າງ ເຊິ່ງຊາວບ້ານໄດ້ພາກັນເອົາຫອກ, ເຫຼັກແຫຼມຄົມມາແທງໝໍພານຈົນຕາຍ. ຫຼັງຈາກນັ້ນ, ເລີຍປ່ອຍຂ່າວໄປທົ່ວເພື່ອຊອກຫາວ່າໝໍພານຄົນນັ້ນເປັນຄົນບ້ານໃດ ແລະ ສຸດທ້າຍກໍຮູ້ວ່າໝໍພານຊື່ ທ້າວ ກູດ ຢູ່ບ້ານລາດບວກ ເມື່ອຮູ້ແນວນັ້ນຊາວບ້ານຈຶ່ງພາກັນເອົາ ທ້າວ ກູດ ຝັງໄວ້ດອຍກາງເມືອງ ແລ້ວຈຶ່ງປ່ຽນຊື່ພູດອຍກາງເມືອງ ມາເປັນ ພູກູດ ຈົນເຖິງທຸກວັນນີ້.

ມາຮອດເດືອນກໍລະກົດ ປີ 1964 ຈັກກະພັດອາເມຣິກາ ໄດ້ເລີ່ມຖິ້ມລະເບີດໃສ່ພູກູດເປັນຕົ້ນມາ, ຈົນມາໃນເດືອນສິງຫາ 1964 ທ່ານ ສະໝານ ວິຍະເກດ ກອງບັນຊາການທະຫານທົ່ງໄຫຫີນຊຽງຂວາງ ໄດ້ຕີລາຄາສະພາບການຂອງສັດຕູນັບມື້ຮ້າຍແຮງ ແລະ ໄດ້ສະເໜີໃຫ້ສ້າງສະໜາມຈັ້ງທ່າຮັກສາພູກູດ ໂດຍຮີບຮ້ອນຂຸດຂຸມຄອງອ້ອມຈອມພູກູດ ຍາວ 1.000 ກວ່າແມັດ ແລະ ຂຸມຫຼົບໄພ 2 ຮູ ແຕ່ຈອມພູຊອດໃສ່ຂຸມຄອງ ປະມານ 100 ກວ່າແມັດ ເພື່ອເປັນທີ່ຫຼົບລູກບົ່ມຂອງສັດຕູ. ທ້າຍເດືອນທັນວາ ປີ 1964 ຈັກກະພັດອາເມຣິກາໄດ້ນໍາເອົາລະເບີດມາຖິ້ມໃສ່ພູກູດ ມື້ລະ 50 – 60 ຖ້ຽວ ເພື່ອຊ່ວຍເຫຼືອກອງແລບຸກໂຈມຕີພູກູດຫຼາຍຄັ້ງ ແຕ່ພວກເຂົາກໍບໍ່ສາມາດຢຶດພູກູດຈາກອ້າຍນ້ອງທະຫານປະຊາຊົນລາວທີ່ຕໍ່ສູ້ຢ່າງອົງອາດກ້າຫານ ໂດຍເຮັດໃຫ້ປະຊາຊົນເມືອງແປກມີຄຳຂວັນວ່າ: “ ທຸກສິ່ງທຸກຢ່າງ ເພື່ອຮັກສາພູກູດ ທຸກສິ່ງທຸກຢ່າງ ເພື່ອພະນັກງານນັກຮົບຮັກສາພູກູດວິລະຊົນ ”.

ມາຮອດປີ 1969 ເຊິ່ງເປັນໄລຍະດຸເດືອດຂອງການຮັກສາພູກູດ ແລະ ເຮັດໃຫ້ພູກູດຕໍ່າລົງ 7 ແມັດ ເຮັດໃຫ້ພູກູດມີຄວາມສູງເຫຼືອພຽງ 1.463 ແມັດ ຈາກລະດັບນໍ້າທະເລ ແຕ່ອ້າຍນ້ອງກອງທັບປະຊາຊົນລາວ ກໍຍັງຮັກສາພູກູດຢ່າງສະຫງ່າຜ່າເຜີຍ ຮັກສາປະຕູເຂົ້າທາງທົ່ງໄຫຫີນຢູ່ທາງທິດຕາເວັນຕົກສ່ຽງເໜືອໄວ້ໄດ້ຢ່າງໝັ້ນຄົງ, ຈົນໄດ້ສັນຍານາມວ່າ “ ພູກູດ ຈອມເຫຼັກ ວິລະຊົນ ”.

ການມາທ່ຽວທີ່ນີ້ນັກທ່ອງທ່ຽວຈະໄດ້ຮັບຮູ້ເຖິງອີກສ່ວນໜຶ່ງຂອງຂະບວນການຕໍ່ສູ້ກູ້ຊາດ ເພື່ອຍາດເອົາເອກະລາດມາສູ່ປະເທດຊາດ.

[ ໂດຍ: ກາວຊົ່ງ; ຮູບ: ພະແນກ ຖວທ ແຂວງຊຽງຂວາງ ]