ສະມາຄົມສົ່ງເສີມຜ້າໄໝຫົວພັນ ຍື່ນຄຳຮ້ອງຂໍຈົດທະບຽນຖິ່ນກຳເນີດ

98

ໃນໂອກາດທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ( ກວຕ ) ຮ່ວມກັບ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ( ພວຕ ) ແຂວງຫົວພັນ ຈັດກອງປະຊຸມເຜີຍແຜ່ວຽກງານຊັບສິນທາງປັນຍາໃຫ້ແກ່ພາກລັດ ແລະ ຜູ້ປະກອບການ. ສະມາຄົມສົ່ງເສີມຜ້າໄໝຫົວພັນກໍໄດ້ຍື່ນຄໍາຮ້ອງຂໍຈົດທະບຽນຖິ່ນກຳເນີດຜ້າໄໝຢ່າງເປັນທາງການ ໂດຍ ທ່ານ ນາງ ບົວພັນ ຈັນທາຈິດ ຕາງໜ້າສະມາຄົມສົ່ງເສີມຜ້າໄໝຫົວພັນ ເປັນຜູ້ຍື່ນຄໍາຮ້ອງ ແລະ ກ່າວຮັບຄຳຮ້ອງໂດຍ ທ່ານ ນາງ ຂັນລາສີ ແກ້ວບຸນພັນ ຫົວໜ້າກົມຊັບສິນທາງປັນຍາ ເຊິ່ງໃຫ້ກຽດເປັນສັກຂີພິຍານໃນພິທີຂອງ ທ່ານ ສຸລິອຸດົງ ສູນດາລາ ຮອງລັດຖະມົນຕີ ກວຕ ແລະ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ.

ໃນພິທີ ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ ໄດ້ມີຄຳເຫັນວ່າ: ການຕໍ່າຫູກທໍໄໝຢູ່ແຂວງຫົວພັນແມ່ນມີມູນເຊື້ອສືບທອດກັນມາແຕ່ບູຮານນະການ ຜ່ານມາຫຼາຍເຊັ່ນຄົນ ແລະ ມີການພັດທະນາລວດລາຍເປັນເອກະລັກອັນປານີດແຕ່ດຶກດຳບັນ ແລະ ການຂະຫຍາຍຕົວເປັນລຳດັບ. ໃນໄລຍະທຳອິດແມ່ນຜະລິດຮັບໃຊ້ແບບຄອບຄົວ, ແຕ່ຫຼັງຈາກນັ້ນກໍເລີ່ມຜະລິດຫຼາຍເປັນສິນຄ້າ, ເຂົ້າຮ່ວມວາງສະແດງສິນຄ້າທັງພາຍໃນ ຫຼື ຕ່າງປະເທດ ແລະ ເຄີຍໄດ້ລາງວັນທີ່ມີຊື່ສຽງຜ່ານມາ.