ເລື່ອນຈັດມະຫະກໍາກີລາແຫ່ງຊາດ ຄັ້ງທີ 11

173

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການເລກທີ 356/ຫສນຍ ນະຄອນຫຼວງວຽງຈັນ ລົງວັນທີ 3.3.2020 ເຖິງບັນດາທ່ານລັດຖະມົນຕີກະຊວງ, ຫົວໜ້າອົງການທຽບເທົ່າ, ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານເຈົ້າແຂວງ, ເລື່ອງການເລື່ອນຈັດງານມະຫະກໍາກີລາແຫ່ງຊາດ ຄັ້ງທີ XI, ການສະເຫຼີມສະຫຼອງທົ່ງໄຫຫີນຖືກຮັບຮອງເປັນມໍລະດົກໂລກ ແລະ ງານບຸນແຫ່ພະເຈົ້າອົງຫຼວງ ເຊິ່ງຈະຈັດຂຶ້ນໃນວັນທີ 22 ມີນາ 2020 ທີ່ແຂວງຊຽງຂວາງ.

ອີງຕາມການຕົກລົງ ແລະ ຊີ້ນໍາຂອງລັດຖະບານ ໃນຄັ້ງວັນທີ 28 ກຸມພາ 2020 ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງການຕົກລົງ ແລະ ຊີ້ນໍາຂອງລັດຖະບານມາຍັງທ່ານຊາບ ດັ່ງນີ້:

1 ໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ ເລື່ອນການຈັດງານມະຫະກໍາກີລາແຫ່ງຊາດ ຄັ້ງທີ XI, ການສະເຫຼີມສະຫຼອງທົ່ງໄຫຫີນ ຖືກຮັບຮອງເປັນມໍລະດົກໂລກ ແລະ ງານບຸນແຫ່ພະເຈົ້າອົງຫຼວງ ເຊິ່ງຈະຈັດຂຶ້ນໃນວັນທີ 22 ມີນາ 2020 ທີ່ແຂວງຊຽງຂວາງ ໄປກ່ອນຈົນກວ່າສະພາບການລະບາດຂອງພະຍາດເຊື້ອຈຸລະໂລກສາຍພັນໃໝ່ ( COVID – 19 ) ຈະຖືກຄວບຄຸມເນື່ອງຈາກການລະບາດຂອງພະຍາດດັ່ງກ່າວ ໃນປັດຈຸບັນມີຄວາມຮຸນແຮງ ແລະ ໄດ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍໃນຫຼາຍປະເທດ. ພ້ອມນີ້, ອົງການອະນາໄມໂລກ ກໍໄດ້ມີການແຈ້ງເຕືອນໄພອັນຕະລາຍຂອງພະຍາດດັ່ງກ່າວ ທັງຮຽກຮ້ອງໃຫ້ມີການປ້ອງກັນໃຫ້ດີ ແລະ ຈໍາກັດການໂຮມຊຸມນຸມຂອງຄົນຈໍານວນຫຼາຍ ເພື່ອປ້ອງກັນການແຜ່ລະບາດຂອງພະຍາດ.

ສະເພາະໃນ ສປປ ລາວ ເຖິງວ່າປັດຈຸບັນຍັງບໍ່ທັນມີກໍລະນີຕິດເຊື້ອພະຍາດ COVID – 19 ແຕ່ຢູ່ບັນດາປະເທດອ້ອມຂ້າງແມ່ນໄດ້ມີການລະບາດຂອງເຊື້ອພະຍາດດັ່ງກ່າວແລ້ວ, ຖ້າຫາກມີການໂຮມຊຸມນຸມໃຫຍ່ຈະເຮັດໃຫ້ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດດັ່ງກ່າວ, ຖ້າບໍ່ມີມາດຕະການປ້ອງກັນທີ່ດີ ແລະ ຖ້າຫາກມີການແຜ່ລະບາດໃນປະເທດເຮົາໃນສະພາບທີ່ພາຍໃນປະເທດຍັງມີຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ, ພື້ນຖານໂຄງລ່າງສາທາລະນະສຸກ, ອຸປະກອນການແພດ ແລະ ອື່ນໆຍັງບໍ່ທັນພຽງພໍ ຍິ່ງຈະມີຄວາມອັນຕະລາຍສູງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ.

2 ໃຫ້ກະຊວງສຶກສາທິການ ແລະ ກີລາ ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ລົງໄປສົມທົບກັບແຂວງຊຽງຂວາງ ເພື່ອແຈ້ງການຊີ້ນໍາຂອງຂັ້ນເທິງ ແລະ ອະທິບາຍສາເຫດໃນການເລື່ອນການຈັດພິທີດັ່ງກ່າວ ໃຫ້ອໍານາດການປົກຄອງ ແລະ ປະຊາຊົນທ້ອງຖິ່ນເຂົ້າໃຈ ແລະ ເປັນເອກະພາບຕໍ່ກັບທິດຊີ້ນໍາກໍຄື ຄວາມເປັນຫ່ວງເປັນໄຍຂອງລັດຖະບານ.

3 ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ ແຈ້ງໃຫ້ພະນັກງານຂອງຕົນຍົກສູງ ຄວາມລະມັດລະວັງໃນການເດີນທາງໄປປະຕິບັດໜ້າທີ່ວຽກງານ, ໄປສຶກສາຮໍ່າຮຽນ ຫຼື ໄປວຽກສ່ວນຕົວ ຢູ່ປະເທດທີ່ມີການລະບາດຂອງພະຍາດ COVID – 19 ເພາະຈະມີຄວາມສ່ຽງສູງໃນການຕິດເຊື້ອ ແລະ ນໍາມາແຜ່ລະບາດໃນປະເທດຂອງພວກເຮົາ, ຖ້າມີຄວາມຈໍາເປັນແທ້ກໍຕ້ອງປະຕິບັດຕາມມາດຕະການເຝົ້າລະວັງ ແລະ ປ້ອງກັນການຕິດເຊື້ອ ຕາມການແນະນໍາຂອງປະເທດເຈົ້າພາບຢ່າງເຂັ້ມງວດ ໂດຍສະເພາະການປ້ອງກັນຕົນເອງບໍ່ໃຫ້ຕິດເຊື້ອ ຖ້າບໍ່ຈໍາເປັນກໍໃຫ້ເລື່ອນໄປກ່ອນ.
ກໍລະນີພະນັກງານໄດ້ໄປເຄື່ອນໄຫວວຽກງານ ແລະ ກັບມາຈາກປະເທດທີ່ມີການລະບາດຂອງພະຍາດ COVID – 19 ແມ່ນໃຫ້ປະຕິບັດຕາມຂໍ້ແນະນໍາຂອງກະຊວງສາທາລະນະສຸກ ໄດ້ວາງອອກຢ່າງເຂັ້ມງວດ.

4 ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສົມທົບກັບກະຊວງສາທາລະນະສຸກ ເພີ່ມທະວີການໂຄສະນາ ແລະ ເຜີຍແຜ່ຜ່ານສື່ຕ່າງໆໃຫ້ພະນັກງານ, ທະຫານ – ຕໍາຫຼວດ, ຜູ້ປະກອບການ ແລະ ປະຊາຊົນຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງກ່ຽວກັບມາດຕະການການ, ຄວບຄຸມ ແລະ ໂຕ້ຕອບການລະບາດຂອງພະຍາດ COVID – 19 ໂດຍສະເພາະແມ່ນມາດຕະການປ້ອງກັນ ດ້ວຍການຈໍາກັດການເດີນທາງໄປປະເທດທີ່ມີການແຜ່ລະບາດຂອງພະຍາດດັ່ງກ່າວ ແລະ ມາດຕະການໃນການຈໍາກັດການໂຮມຊຸມນຸມຂອງຄົນຈໍານວນຫຼາຍ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.