ເຝົ້າລະວັງໃຫ້ດີ! ອຸຕຸແຈ້ງເຕືອນພາຍຸເຂດຮ້ອນ

239

ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ອອກບົດຂ່າວເພື່ອແຈ້ງເຕືອນພາຍຸລະດູຮ້ອນ ປະຈໍາວັນທີ 4 ມີນາ 2020 ພ້ອມທັງຄາດຄະເນສະພາບອາກາດ ໃນວັນທີ 5 ມີນາ 2020.

ພາຍຸເຂົ້າຫຼວງພະບາງ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ: ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງປົກຄຸມຢູ່ພາກເໜືອດ້ານຕາເວັນຕົກ ແລະ ເຂດພາກໃຕ້ຂອງປະເທດລາວ, ສ່ວນເຂດພາກເໜືອດ້ານຕາເວັນອອກລົງຫາພາກກາງ ຄວາມກົດດັນອາກາດສູງຂອງອາກາດເຢັນທີ່ປະເທດຈີນ ໄດ້ແຜ່ລົງມາປົກຄຸມສົມທົບກັບກະແສລົມຕາເວັນອອກສ່ຽງໃຕ້ມີກໍາລັງແຮງປານກາງພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກໃນລະດັບກາງຫາຕົກໜັກ ພ້ອມຈະມີຟ້າຮ້ອງ, ຟ້າເຫຼື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອລົງຫາພາກກາງ.

ພາຍຸເຂົ້າຫຼວງພະບາງ

ດັ່ງນັ້ນ, ຈຶ່ງແຈ້ງເຕືອນໃຫ້ປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກພາກສ່ວນ ຈົ່ງມີສະຕິຕໍ່ສະພາບຝົນຕົກ, ລົມແຮງ ແລະ ຢູ່ຫ່າງໄກຈາກຕົ້ນໄມ້ໃຫຍ່, ສິ່ງປຸກສ້າງທີ່ບໍ່ໄດ້ມາດຕະຖານ ພ້ອມໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.