ທ່ານນາຍົກລັດຖະມົນຕີ ເດີນທາງຢ້ຽມຢາມກອງພົນທະຫານຮາບທີ 2

130

ໃນໂອກາດເດີນທາງໄປເຄື່ອນໄຫວວຽກງານຢູ່ ແຂວງໄຊຍະບູລີ ໃນວັນທີ 4 ມີນາ 2020 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມຄະນະຈາກສູນກາງ ແລະ ການນໍາແຂວງໄຊຍະບູລີ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມຕໍ່ນາຍ ແລະ ພົນທະຫານພົນທະຫານຮາບທີ 2 ພ້ອມທັງມອບເງິນຈຳນວນໜຶ່ງ ເພື່ອນຳໃຊ້ເຂົ້າໃນວຽກງານບໍລິຫານຂອງກອງພົນ.

ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນເນັ້ນໜັກ ໃຫ້ນາຍ ແລະ ພົນທະຫານ ທົ່ວກອງພົນທະຫານຮາບທີ 2 ສືບຕໍ່ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ຮໍ່າຮຽນນໍ້າໃຈວິລະຊົນ, ນ້ຳໃຈພິລະອາດຫານ, ມູນເຊື້ອຂອງກອງທັບ, ເຊື່ອມຊຶມແນວທາງຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ; ເອົາໃຈໃສ່ຝຶກແອບວິຊາສະເພາະໃຫ້ມີຄວາມຊຳນິຊຳນານ, ມີຄວາມພ້ອມຢູ່ສະເໝີ ໂດຍສະເພາະສິນລະປະຍຸດ-ຍຸດທະວິທີ; ເຂັ້ມງວດໃນການປະຕິບັດລະບຽບວິໄນ.

ຕ້ອງລົງເຮັດວຽກຮາກຖານ, ເຂົ້າຮ່ວມຂະບວນການພັດທະນາຂອງປະຊາຊົນ ໃຫ້ເລິກເຊິ່ງເຖິງຖອງ, ກຳຮາກຖານໃຫ້ໄດ້ຢ່າງຮອບດ້ານ, ມີຄວາມສາມັກຄີເປັນປຶກແຜ່ນ, ເປັນນ້ຳໜຶ່ງໃຈດຽວກັນ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ປະຕິບັດຫຼັກການເຮັດວຽກແບບລວມສູນປະຊາທິປະໄຕ ຂັ້ນລຸ່ມຕ້ອງປະຕິບັດຕາມມະຕິຄຳສັ່ງຂອງຂັ້ນເທິງ, ມີການປຶກສາຫາລືກັນ.

ນອກຈາກນີ້ກໍ່ໃຫ້ມີການແບ່ງງານ, ແບ່ງຄວາມຮັບຜິດຊອບ, ເຮັດຫລ້ອນໜ້າທີ່, ເປັນແບບຢ່າງໃຫ້ຂັ້ນລຸ່ມ, ເປັນແບບຢ່າງໃຫ້ປະຊາຊົນ ຢ່າງແທ້ຈິງ. ພ້ອມກັນນັ້ນ, ທ່ານຍັງໄດ້ຊີ້ນໍາແຂວງໃຫ້ເອົາໃຈໃສ່ນໍາໃຊ້ທ່າແຮງຂອງແຂວງໄຊຍະບູລີ ທີ່ເປັນແຂວງມີຊາຍແດນຕິດຈອດກັບປະເທດໃກ້ຄຽງ ໃຫ້ເກີດປະຜົນປະໂຫຍດສູງສຸດ ໂດຍມີການສ້າງແຜນໃຫ້ແທດກັບຕົວຈິງ, ເອົາໃຈໃສ່ພັດທະນາວຽກງານການທ່ອງທ່ຽວ

ຮັກສາຮີດຄອງປະເພນີ ແລະ ປົກປັກຮັກສາປ່າໄມ້-ສັດນໍ້າສັດປ່າໃຫ້ຍືນຍົງ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພຂອງຄົນບໍ່ຫວັງດີ, ການນໍາໃຊ້ສື່ອອນລາຍຕ່າງໆໃຫ້ເກີດປະໂຫຍດ ແລະ ຖືກຕ້ອງ, ຕ້ອງມີນໍ້າໃຈຮັກຊາດ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ ທ່ານ ນາຍົກລັດຖະມົນຕີ ກ່າວ.

ຂໍ້ມູນຈາກ: ປະເທດລາວ