ນາຍົກ ລົງພົບປະປະຊາຊົນຊີ້ນຳຊາວກະສິກອນປູກເຂົ້າສະອາດ ເອົາໃຈໃສ່ບົວລະບັດຜົນລະປູກໃຫ້ດີ

117

ທ່ານ ນາຍົກລັດຖະມົນຕີ ໂອ້ລົມປະຊາຊົນໃນໂອກາດລົງຊຸກຍູ້ຂະບວນການຜະລິດລະດູແລ້ງຢູ່ແຂວງໄຊຍະບູລີ ໂດຍເນັ້ນໃຫ້ປະຊາຊົນກຸ່ມຜະລິດແນວພັນເຂົ້າສະອາດເປັນສິນຄ້າ ເອົາໃຈໃສ່ ບົວລະບັດຮັກສາເຂົ້າໃຫ້ດີເພື່ອຮັບປະກັນໝາກຜົນການເກັບກ່ຽວຕາມແຜນການທີ່ວາງໄວ້.

ວັນທີ 3 ມີນາ 2020 ທີ່ຜ່ານມາ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ຂະບວນການຜະລິດລະດູແລ້ງ ຢູ່ແຂວງ ໄຊຍະບູລີ, ໃຫ້ການຕ້ອນຮັບໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ, ຕະຫຼອດຮອດການນໍາທຸກພາກສ່ວນຂອງແຂວງ ແລະ ເມືອງ ໄຊຍະບູລີ ໃຫ້ການຕ້ອນຮັບຢ່າງພ້ອມພຽງ.

ການລົງຢ້ຽມຢາມໃນຄັ້ງນີ້ ທ່ານນາຍົກລັດຖະມົນຕີ ໄດ້ເດີນທາງໄປຫາກຸ່ມຊາວນາເຂດບ້ານ ນາລາ ເມືອງໄຊຍະບູລີ ພ້ອມທັງໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບການຜະລິດເຂົ້າສະອາດເປັນສິນຄ້າ ພາຍໃນບ້ານ ນາລາ ເມືອງ ໄຊຍະບູລີ, ເຊິ່ງລາຍງານໂດຍ ທ່ານ ສົມຈິດ ພູມມາກອງສີ ຫົວໜ້າກຸ່ມຜະລິດແນວພັນເຂົ້າສະອາດເປັນສິນຄ້າ ວ່າ: ໃນລະດູແລ້ງປີ 2020 ນີ້ ຊາວນາເຂດ ບ້ານ ນາລາ ແມ່ນໄດ້ເຮັດນາແຊງທັງໝົດ 62,30 ເຮັກຕາ, ມີ 107 ຄອບຄົວ, ໃນນີ້: ກຸ່ມຜະລິດແນວພັນເຂົ້າ ມີ 21 ຄອບຄົວ; ມີເນື້ອທີ່ 19,45 ເຮັກຕາ ເຊິ່ງເປັນການ ຜະລິດແນວພັນເຂົ້າລະດູທຳອິດຂອງກຸ່ມ ຊະນິດແນວພັນເຂົ້າທີ່ຜະລິດແມ່ນ ເຂົ້າຖິ່ນແກ້ວ 17 ລຸ້ນ 3.

ໂອກາດດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ກໍ່ໄດ້ເນັ້ນໜັກໃຫ້ກຸ່ມຜະລິດແນວພັນເຂົ້າສະອາດເປັນສິນຄ້າ ຈົ່ງເອົາໃຈໃສ່ໃນການບົວລະບັດຮັກສາຕົ້ນເຂົ້າເປັນຕົ້ນແມ່ນ: ການໃສ່ຝຸ່ນ, ໃສ່ປຸຍຊີວະພາບໃຫ້ຖືກຕ້ອງຕາມມາດຕະຖານ, ລົກຫຍ້າ, ຂ້າແມງໄມ້ ເພື່ອໃຫ້ໄດ້ຮັບໝາກຜົນຕາມແຜນການທີ່ວາງໄວ້.

ພ້ອມດຽວກັນກໍ່ໄດ້ມອບເງິນໃຫ້ກຸ່ມຊາວນາເພື່ອຈັດຊື້ເຄື່ອງຈັກຄັດແຍກເມັດເຂົ້າຄົບຊຸດ ຈໍານວນ 150 ລ້ານກີບ, ຈາກນັ້ນທີມງານດັ່ງກ່າວກໍ່ໄດ້ຢ້ຽມຢາມໂຮງງານອົບໝາກຖົ່ວເຫຼືອງ ແລະ ເບິ່ງການເກັບກູ້ໝາກຖົ່ວເຫຼືອງຂອງ ບໍລິສັດ ໄຮລິນ ທີ່ເມືອງພຽງ ຕື່ມອີກ.