ພັນລະຍາການນຳ ລົງພົບປະນັກບິນ ແລະນັກໂດດຈ້ອງລາວ

0
257

ແນໃສ່ສົ່ງເສີມ ແລະໃຫ້ກໍາລັງໃຈແກ່ເອື້ອຍນ້ອງນັກບິນຍິງ ແລະ ນັກໂດດຈ້ອງ ທີ່ໄດ້ມີຄວາມກ້າຫານ ມີອຸດົມການໃນການປະຕິບັດໜ້າທີ່ທີ່ມີຄວາມສ່ຽງ ແລະມີຄວາມທ້າທາຍ ພ້ອມທັງມີຄວາມຮັບຜິດຊອບທີ່ສູງ ທັງຍົກສູງບົດບາດຂອງແມ່ຍິງໃຫ້ນັບມື້ສູງຂຶ້ນເປັນກ້າວໆ.

ໃນວັນທີ 4 ມີນາ 2020 ທີ່ລັດວິສາຫະກິດການບິນລາວ ນະຄອນຫຼວງວຽງຈັນ ທ່ານ ນາງ ນາລີ ສີສຸລິດ ພັນລະຍາທ່ານນາຍົກລັດຖະມົນຕີ ພ້ອມຄະນະພັນລະຍາການນໍາ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະກັບພະນັກງານລັດວິສາຫະກິດການບິນລາວ ໂດຍການຕ້ອນຮັບຈາກທ່ານ ບຸນມາ ຈັນທະວົງສາ ຜູ້ອໍານວຍການໃຫຍ່ລັດວິສາຫະກິດການບິນລາວ ເນື່ອງໃນໂອກາດວັນແມ່ຍິງສາກົນ ຄົບຮອບ 110 ປີ (8 ມີນາ 1910 ເຖິງ 8 ມີນາ 2020).

LEAVE A REPLY

Please enter your comment!
Please enter your name here