ໄຂກອງປະຊຸມໃຫຍ່ອົງຄະນະພັກ ນະຄອນໄກສອນ ພົມວິຫານ ຄັ້ງທີ VIII

155

ກອງປະຊຸມໃຫຍ່ອົງຄະນະພັກ ນະຄອນໄກສອນ ພົມວິຫານ ຄັ້ງທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 3 ມີນາ 2020 ນີ້ທີ່ສະໂມສອນສຳນັກງານ ນະຄອນໄກສອນ ພົມວິຫານ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງສະຫວັນນະເຂດ; ສະຫາຍ ແສງທອງ ວັງແກ້ວມະນີ ກຳມະການພັກແຂວງ, ເລຂາພັກນະຄອນ, ເຈົ້ານະຄອນໄກສອນ ພົມວິຫານ; ມີບັນດາສະຫາຍຜູ້ແທນສົມບູນທີ່ມາຈາກຮາກຖານພັກອ້ອມຂ້າງ ຈຳນວນ 175 ສະຫາຍ ຍິງ 45 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດໃນທົ່ວນະຄອນ ຈຳນວນ 2.532 ສະຫາຍ ເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ແສງທອງ ວັງແກ້ວມະນີ ກໍໄດ້ຜ່ານບົດລາຍງານການເມືອງທັງສອງພາກ ພ້ອມທັງສັງເກດຕີລາຄາຄືນເຖິງຜົນສຳເລັດໃນການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກທີ່ຜ່ານມາ ເປັນຕົ້ນແມ່ນວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ຄະນະພັກທຸກຂັ້ນໄດ້ເອົາໃຈໃສ່ຊີ້ນໍາ – ນໍາພາວຽກງານດັ່ງກ່າວ ກາຍເປັນສະຕິຂອງທົ່ວປວງຊົນຮອບດ້ານ ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຕາມທິດ 3 ສ້າງ ເຮັດໃຫ້ທົ່ວນະຄອນມີ ຄວາມສະຫງົບເປັນລະບຽບຮຽບໂດຍພື້ນຖານ.

ພ້ອມກັນນັ້ນ, ຍັງໄດ້ເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມດ້ານການເມືອງ – ແນວຄິດໃຫ້ຖັນແຖວສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນຢ່າງທົ່ວເຖິງ ຫັນເອົາຄະນະພັກ, ພະນັກງານຫຼັກແຫຼ່ງຂອງນະຄອນລົງກໍ່ສ້າງຮາກຖານການເມືອງ ຢູ່ຮາກຖານກຸ່ມບ້ານເພື່ອນຳພາປັບປຸງລະບົບການເມືອງຢູ່ຂັ້ນບ້ານໃຫ້ໄປຕາມກຳນົດ 4 ເນື້ອໃນ 4 ຄາດໝາຍ.

ສຳລັບດ້ານວຽກງານພັດທະນາເສດຖະກິດ – ສັງຄົມໃນໄລຍະ 5 ປີຜ່ານມາ ເສດຖະກິດໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ 10,22% ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 2.867 ຕຶື້ກວ່າກີບ, ສະເລ່ຍໃສ່ພົນລະເມືອງໄດ້ 21.420.000 ກີບ ຫຼື ເທົ່າກັບ 2.550 ໂດລາຕໍ່ຄົນຕໍ່ປີ.

ສໍາລັບທິດທາງແຜນການໃນ 5 ປີຕໍ່ໜ້າ ຈະສູ້ຊົນໃຫ້ ນະຄອນໄກສອນ ພົມວິຫານ ກາຍເປັນສູນກາງທາງດ້ານການຄ້າ, ບໍລິການ, ການລົງທຶນ ແລະ ການທ່ອງທ່ຽວ ຕາມເນື້ອໃນສ້າງນະຄອນ 6 ສ ກາຍເປັນນະຄອນເຂັ້ມແຂງຮອບດ້ານ.
ຈາກນັ້ນ, ໃນກອງປະຊຸມ ສະຫາຍ ສົມໝາຍ ສົງວິໄລ ກຳມະການພັກນະຄອນ, ຮອງເຈົ້ານະຄອນໄກສອນ ພົມວິຫານ ກໍຍັງໄດ້ຜ່ານແຜນພັດທະນາເສດຖະກິດ – ສັງຄົມ 5 ປີ 2020 – 2024 ຂອງນະຄອນໄກສອນ ພົມວິຫານ ຕື່ມອີກ.