ເຈດີບີ ຈັບມື ເອັສທີ ນໍາໃຊ້ເຄື່ອງຮັບຊໍາລະບັດ EDC ຮ່ວມກັນ

228

ທະນາຄານຮ່ວມພັດທະນາ ( JDB ) ໄດ້ເຊັນສັນຍາຮ່ວມມືກັບ ທະນາຄານເອັສທີ ( ST ) ວ່າດ້ວຍການນໍາໃຊ້ເຄື່ອງຮັບຊໍາລະບັດ ( EDC ) ຮ່ວມກັນເພື່ອອຳນວຍຄວາມສະດວກໃຫ້ລູກຄ້າຂອງທະນາຄານເອັສທີ ໃນທຸກໆສາຂາທົ່ວປະເທດ ໃຫ້ສາມາດຮັບຊໍາລະຊະສາງຜ່ານເຄື່ອງຮັບບັດສາກົນໄດ້. ປັດຈຸບັນ ທະນາຄານຮ່ວມພັດທະນາ ມີເຄື່ອງຮັບຊໍາລະບັດ ( EDC ) ຢູ່ຕາມສະຖານທີ່ຕ່າງໆໃນຂອບເຂດທົ່ວປະເທດ ແລະ ຍັງສໍາຮອງໄວ້ໃຫ້ຄູ່ຮ່ວມທຸລະກິດອີກຫຼາຍຮ້ອຍເຄື່ອງ.

ໃນພິທີດັ່ງກ່າວ, ທ່ານ ວິໄລ ສີພະພອນ ຜູ້ອໍານວຍການ ໃຫຍ່ທະນາຄານຮ່ວມພັດທະນາ ກ່າວວ່າ: ຮູ້ສຶກດີໃຈທີ່ສອງທະນາຄານຮ່ວມມືກັນໃນການນໍາໃຊ້ເຄື່ອງຮັບຊໍາລະບັດ ( EDC ) ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ ແລະ ຫວັງວ່າໃນອະນາຄົດຈະໄດ້ມີການຮ່ວມມືດ້ານອື່ນອີກ.

ທ່ານ ຈິຣັດຊະຍຸດ ອໍາຍົງ ຜູ້ອໍານວຍການໃຫຍ່ທະນາຄານເອັສທີ ກໍໄດ້ສະແດງຄວາມຂອບໃຈມາຍັງຜູ້ບໍລິຫານ ແລະ ພະນັກງານວິຊາການທັງສອງຝ່າຍທີ່ໄດ້ມີການຮ່ວມມືກັນ, ເຊື່ອໝັ້ນວ່າການຮ່ວມມືຄັ້ງນີ້ຈະປະສົບຜົນສຳເລັດເປັນກ້າວໆຕະຫຼອດໄປ. ຄຽງຄູ່ກັນນັ້ນ, ທ່ານໄດ້ຕີລາຄາສູງຕໍ່ການຮ່ວມມືລະຫວ່າງ ທະນາຄານຮ່ວມພັດທະນາ ແລະ ທະນາຄານເອັສທີ ຖືວ່າເປັນການເພີ່ມທາງເລືອກໃຫ້ກັບລູກຄ້າ ແລະ ນັກທ່ອງທ່ຽວທີ່ເຂົ້າມາ ສປປ ລາວ ເຮັດໃຫ້ສາມາດຊໍາລະໃຊ້ຈ່າຍຄ່າໂຮງແຮມ, ທີ່ພັກ, ຄ່າອາຫານ, ເຄື່ອງດື່ມ ແລະ ອື່ນໆ ຜ່ານເຄື່ອງຮັບຊໍາລະບັດ ( EDC ) ຮ່ວມກັນໄດ້ຢ່າງສະດວກສະບາຍ.

ປັດຈຸບັນ ທະນາຄານຮ່ວມພັດທະນາ ໄດ້ຮ່ວມມືກັບຫຼາຍອົງກອນ ແລະ ຫຼາຍບໍລິສັດ ເພື່ອບໍລິການດ້ານການເງິນທີ່ຄົບວົງຈອນໃຫ້ກັບລູກຄ້າທຸກລະດັບຢ່າງເທົ່າທຽມກັນ ໂດຍປະຕິບັດຕາມຄໍາຂວັນທີ່ວ່າ “ ເຕີບໃຫຍ່ໄປພ້ອມກັນ ”.
ພິທີເຊັນສັນຍາດັ່ງກ່າວ ຈັດຂຶ້ນໃນວັນທີ 28 ກຸມພາ 2020 ທີ່ສໍານັກງານໃຫຍ່ທະນາຄານຮ່ວມພັດທະນາ ເຊິ່ງເປັນການລົງນາມຮ່ວມກັນຂອງ ທ່ານ ວິໄລ ສີພະພອນ ຜູ້ອຳນວຍການໃຫຍ່ທະນາຄານຮ່ວມພັດທະນາ ກັບ ທ່ານ ຈິຣັດຊະຍຸດ ອໍາຍົງ ຜູ້ອໍານວຍການໃຫຍ່ທະນາຄານເອັສທີ ໂດຍຊ້ອງໜ້າຄະນະອຳນວຍການ ແລະ ວິຊາການທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.