ໜ່ວຍພັກພະແນກອຸດສາຫະກຳ ແລະ ການຄ້າ ແຂວງສາລະວັນ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ IX

110

ທ້າຍອາທິດຜ່ານມາ ໜ່ວຍພັກພະແນກອຸດສາຫະກຳ ແລະ ການຄ້າ ແຂວງສາລະວັນ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ IX ຂຶ້ນ ແລະ ສຳເລັດລົງໃນວັນດຽວກັນ ໂດຍການເປັນປະທານຂອງ ສະຫາຍ ຄໍາຜ່ານ ສີລາວີ ເລຂາໜ່ວຍພັກ, ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບຸນທຽມ ແກ້ວໄຊຍະວົງ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີຮອງເລຂາໜ່ວຍພັກ, ສະມາຊິກພັກສົມບູນ – ສຳຮອງ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.

ສະຫາຍ ຄຳຜ່ານ ສີລາວີ ເລຂາໜ່ວຍພັກ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ໄດ້ຜ່ານບົດລາຍງານການເມືອງໃນໄລຍະ 5 ຜ່ານມາ ເຊິ່ງສາມາດຍາດໄດ້ຜົນສຳເລັດຫຼາຍດ້ານທັງດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ໂດຍສະເພາະດ້ານການເມືອງແນວຄິດ ຄະນະໜ່ວຍພັກ, ສະມາຊິກພັກພາຍໃນໜ່ວຍ ໄດ້ນຳພາດຳເນີນຊີວິດການເມືອງປະຈຳເດືອນ ເພື່ອແນໃສ່ສຳຫຼວດກວດກາ, ຕຳໜິສົ່ງຂ່າວເພື່ອກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ.

ອັນພົ້ນເດັ່ນແມ່ນໄດ້ຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ ເຮັດໃຫ້ການດັດສົມບັນດາໂຮງງານປຸງແຕ່ງໄມ້ ແລະ ເຟີນີເຈີ 158 ແຫ່ງ ດັດສົມ ແລະ ຮັກສາໄວ້ຍັງ 38 ແຫ່ງ; ໃນນັ້ນ, ໂຮງງານປຸງແຕ່ງໄມ້ 27 ແຫ່ງ, ໂຮງງານເຟີນີເຈີ 11 ແຫ່ງ. ຊຸກຍູ້ສົ່ງເສີມໂຮງງານປຸງແຕ່ງພືດກະສິກຳ, ອາຫານ ແລະ ເຄື່ອງດື່ມ. ນອກນັ້ນ, ຍັງໄດ້ຊຸກຍູ້ໃຫ້ໂຮງງານຊີມັງ ປັບປຸງ ແລະ ຍົກສະມັດຖະພາບການຜະລິດໃຫ້ຫຼາຍຂຶ້ນກວ່າເກົ່າ, ການຜະລິດແຜ່ນແພໃນ 4 ກຸ່ມບ້ານ ສາມາດຜະລິດໄດ້ 1.205 ຜືນ/ເດືອນ ມູນຄ່າ 48 ລ້ານກວ່າກີບ.

ຈາກນັ້ນ, ໃນກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການຜ່ານແຜນພັດທະນາຂະແໜງການ, ບົດສຳຫຼວດການນຳພາລວມຂອງຄະນະພັກຊຸດເກົ່າ ພ້ອມທັງຜ່ານມາດຖານເງື່ອນໄຂຜູ້ສະໝັກເລືອກຕັ້ງຄະນະພັກຊຸດໃໝ່. ຜ່ານການປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຊຸດໃໝ່ ມີຜູ້ສະໝັກ 5 ສະຫາຍ, ເລືອກເອົາ 3 ສະຫາຍ.

ກອງປະຊຸມຄັ້ງປະຖົມມະລືກເລືອກໄດ້ ສະຫາຍ ຄຳຜ່ານ ສີລາວີ ເປັນເລຂາ, ສະຫາຍ ບຸນຊູ ລັດສະໝີ ເປັນຮອງເລຂາ ທັງເປັນປະທານກວດກາ ແລະ ສະຫາຍ ນາງ ກຸແກ້ວ ທອງມະນີລາ ເປັນຄະນະ.

[ ຮູບ – ຂ່າວ: ທິດລນີ ໂຄດໂຍທາ ]