ປີນີ້ກອງຄຸ້ມຄອງພາສີ III ຈະສູ້ຊົນເກັບລາຍຮັບໃຫ້ໄດ້ແຜນ

59

ໃນປີ 2019 ກອງຄຸ້ມຄອງພາສີ III ໄດ້ຮັບຕົວເລກແຜນການຈັດເກັບລາຍຮັບເຂົ້າງົບປະມານທັງໝົດ 720 ຕື້ກີບ; ຜ່ານການຈັດຕັ້ງປະຕິບັດ ຕົວຈິງສາມາດປະຕິບັດໄດ້ 98,87% ຂອງແຜນການປີ. ສໍາລັບປີ 2020 ໄດ້ຮັບຕົວເລກແຜນການຈັດເກັບລາຍຮັບທັງໝົດ 800 ຕື້ກີບ ເພີ່ມຈາກແຜນການປີ 2019 ຜ່ານມາ 80 ຕື້ກີບ.

ທ່ານ ຫຸມພັນ ແສງພະຈັນ ຫົວໜ້າກອງຄຸ້ມຄອງພາສີ III ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ກອງຄຸ້ມຄອງພາສີ III ປະກອບດ້ວຍ 2 ແຂວງ ຄືແຂວງໄຊຍະບູລີ ແລະ ຫຼວງພະບາງ ປະກອບມີ 4 ດ່ານພາສີສາກົນ, 2 ດ່ານພາສີທ້ອງຖິ່ນ ແລະ 3 ດ່ານພາສີປະເພນີ; ມີພະນັກງານທັງໝົດ 90 ຄົນ ຍິງ 11 ຄົນ. ໃນນີ້, ພະນັກງານຊ່ວຍວຽກມີ 18 ຄົນ ຍິງ 2 ຄົນ.

ໃນປີ 2019 ກອງຄຸ້ມຄອງພາສີ III ໄດ້ຮັບຕົວເລກແຜນການຈັດເກັບລາຍຮັບເຂົ້າງົບປະມານທັງໝົດ 720 ຕື້ກີບ; ຜ່ານການຈັດຕັ້ງປະຕິບັດ ຕົວຈິງ ສາມາດຈັດເກັບໄດ້ 711,83 ຕື້ກີບ ເທົ່າກັບ 98,87% ຂອງແຜນການປີທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 75,85 ຕື້ກີບ ຫຼື ເທົ່າກັບ 11,93%. ລາຍຮັບຕົ້ນຕໍແມ່ນໄດ້ຈາກການນໍາເຂົ້ານໍ້າມັນເຊື້ອໄຟ ເຊິ່ງກວມເອົາ 92% ຂອງລາຍຮັບທັງໝົດ; ເຖິງວ່າຕົວເລກດັ່ງກ່າວຈະບໍ່ສາມາດບັນລຸໄດ້ຕາມແຜນການກໍຕາມ ແຕ່ເຫັນວ່າຢູ່ໃນລະດັບທີ່ດີ ແລະ ເປັນທີ່ໜ້າພໍໃຈ.

ສະເພາະປີ 2020 ກອງຄຸ້ມຄອງພາສີ III ໄດ້ຮັບຕົວເລກແຜນການຈັດເກັບລາຍຮັບທັງໝົດ 800 ຕື້ກີບ ເພີ່ມຈາກແຜນການປີ 2019 ຜ່ານມາ 80 ຕື້ກີບ ຫຼື ເທົ່າກັບ 11,11% ໂດຍໄດ້ແບ່ງຕົວເລກດັ່ງກ່າວໃຫ້ກອງກວດກາ ແລະ ບັນດາດ່ານທີ່ຂຶ້ນກັບນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຕາມແຜນການທີ່ວາງໄວ້.

[ ຂ່າວ: ສົມສະຫວິນ; ຮູບ: ຫັດທະພອນ ]