ວິທີກູ້ຂໍ້ມູນໃນ iCloud Drive ຄືນ

128

ທ່ານໃດທີ່ໃຊ້ iPhone ຫຼື iPad ໃນການບັນທຶກຂໍ້ມູນໃນ icloud drive ແຕ່ຫາຂໍ້ມູນບໍ່ພົບ ຫຼື ຫຼົງໄປລົບຂໍ້ມູນໂດຍບໍ່ໄດ້ຕັ້ງໃຈ ຫຼື ອັບເດດ iOS ແລ້ວຂໍ້ມູນຫາຍ, ຈາກກໍລະນີດັ່ງກ່າວຜູ້ຂຽນໄດ້ສັງລວມເອົາວິທີກູ້ຂໍ້ມູນໃນ iCloud Drive ທີ່ບໍ່ໄດ້ຕັ້ງໃຈລົບ ຫຼື ສູນຫາຍທັງໝົດ ດັ່ງນີ້:

ເລີ່ມຈາກເປີດເວັບບຣາວເຊີໃນ Chrome, Safari, Firefox ຫຼື ອື່ນໆຈາກຄອມພິວເຕີຂອງທ່ານບໍ່ວ່າຈະເປັນ Mac ຫຼື iPad, ຈາກນັ້ນແລ້ວເຂົ້າເວັບໄຊ icloud.com ແລ້ວລົງຊື່ເຂົ້າໃຊ້ iCloud ດ້ວຍ Apple ID ພ້ອມລະຫັດຜ່ານປະກອບໃຫ້ຖືກຕ້ອງ.

ຈາກນັ້ນເຂົ້າໄປທີ່ Accounts Settings ແລະ ເລືອກທີ່ Restore Files ຈະເປີດ pop up icloud ໃໝ່ ແລະ ຈະຄົ້ນຫາຂໍ້ມູນທັງໝົດທີ່ສາມາດກູ້ຄືນໄດ້, ທ່ານສາມາດເລືອກລາຍການທີ່ຕ້ອງການກູ້ຄືນຕາມຄວາມຕ້ອງການຂອງທ່ານ, ຈາກນັ້ນຄລິກທີ່ “ Restore ” ເພື່ອກູ້ຄືນຂໍ້ມູນ.

ຈາກນັ້ນ iCloud ຈະເລີ່ມຂະບວນການກູ້ຄືນຂໍ້ມູນ, ຖ້າຂໍ້ມູນທີ່ຈະກູ້ຄືນມີຈຳນວນຫຼາຍຈະຕ້ອງໃຊ້ເວລາລໍຖ້າໜ້ອຍໜຶ່ງ ຂຶ້ນຢູ່ກັບຈຳນວນຂໍ້ມູນ ແລະ ຂະໜາດຂໍ້ມູນ, ເມື່ອສຳເລັດແລ້ວກໍໃຫ້ຄລິກທີ່ “ Finish ” ຖືວ່າການກູ້ຄືນຂໍ້ມູນໃນ iCloud Drive ສຳເລັດແລ້ວ.

ການກູ້ຄືນຂໍ້ມູນໃນ iCloud Drive ອຸປະກອນຂອງທ່ານຕ້ອງເປີດໃຊ້ງານ iCloud Backup ໄວ້ຖ້າທ່ານປິດ iCloud Backup ຈະບໍ່ສາມາດກູ້ຄືນຂໍ້ມູນໄດ້ ແລະ ການໃຊ້ງານໃນເວັບໄຊ icloud.com ໃຊ້ໄດ້ກັບຄອມພິວເຕີ ແລະ iPad ສ່ວນມືຖືຈະບໍ່ສາມາດໃຊ້ຟີເຈີກູ້ຂໍ້ມູນນີ້ໄດ້ ຍົກເວັ້ນຈະປ່ຽນໜ້າສະແດງຜົນເວັບໃນຮູບແບບ desktop version.

( ຂໍ້ມູນຈາກ: osxdaily )