ຖ່າຍຮູບ 3D ໃນເຟສບຸ໊ກ ບໍ່ຈໍາເປັນຕ້ອງໃຊ້ໂໝດ Portrait

122

ການຖ່າຍຮູບ 3D ໃນ        ເຟສບຸ໊ກ ໄດ້ເປີດໂຕຄັ້ງທໍາອິດໃນປີ 2018 ໂດຍຮູບທີ່ປາກົດຂຶ້ນໃນ feed ຂອງເຟສບຸ໊ກ ຈະມີແນວໃຫ້ຫຼິ້ນ ແລະ ໄດ້ເຫັນຫຼາຍມຸມຂອງຮູບພາບ ເຊິ່ງໃນເບື້ອງຕົ້ນການຖ່າຍຮູບ 3D ຈໍາເປັນຕ້ອງໃຊ້ Portrait mode ຫຼື ໂໝດຖ່າຍຮູບບຸກຄົນໃນການຖ່າຍເທົ່ານັ້ນ.

ປັດຈຸບັນໂໝດຖ່າຍພາບ    3D ໃນເຟສບຸ໊ກ ບໍ່ຈໍາເປັນຕ້ອງໃຊ້ Portrait mode ອີກຕໍ່ໄປ ໂດຍເຟສບຸ໊ກໄດ້ໃຊ້ AI ເຂົ້າມາຊ່ວຍຄໍານວນໄລຍະຫ່າງລະຫວ່າງວັດຖຸໃນລະດັບພິກເຊວ ເຮັດໃຫ້ສາມາດສ້າງຮູບ 3D ອອກມາໄດ້ຈາກຮູບ 2D ປົກກະຕິ.

ເຟສບຸ໊ກ ບໍ່ແມ່ນບໍລິສັດທໍາອິດທີ່ໃຊ້ຊ໊ອຟແວຣ໌ໃນການຄິດໄລ່ໄລຍະຫ່າງລະຫວ່າງວັດຖຸ ເພາະ Google ກໍເຄີຍເຮັດມາກ່ອນໜ້ານີ້ໃນໂທລະສັບມືຖື Pixel ແຕ່ຖືວ່າເປັນຂ່າວດີສໍາລັບຜູ້ໃຊ້ໂທລະສັບມືຖືທີ່ບໍ່ມີ Portrait mode ເພາະສາມາດຫຼິ້ນໂໝດນີ້ໄດ້ແລ້ວ.

ຢ່າງໃດກໍຕາມ, ເຟສບຸ໊ກ ຍັງບໍ່ໄດ້ແຈ້ງລະອຽດວ່າໂທລະສັບມືຖືລຸ້ນໃດສາມາດຮັບຮອງການຖ່າຍຮູບ 3D ດັ່ງກ່າວໄດ້, ແຕ່ບໍລິສັດແຈ້ງວ່າຕອນນີ້ສາມາດໃຊ້ງານການຖ່າຍຮູບດັ່ງກ່າວໃນແອັບເຟສບຸ໊ກໄດ້ແລ້ວແຕ່ຖ້າລຸ້ນໃດຍັງບໍ່ມີແມ່ນຕ້ອງຖ້າການອັບເດດຕື່ມ.

( ຂໍ້ມູນຈາກ: www.beartai.com/news/itnews/409031 )