ຮັກວຽກບໍລິການ ຈົນກາຍເປັນຜູ້ບໍລິຫານໂຮງແຮມ

157

ເຊື່ອແນ່ວ່າການເດີນຕາມຄວາມໃຝ່ຝັນໃນອາຊີບທີ່ຕົນມັກ, ບວກກັບ ຄວາມພາກພຽນພະຍາຍາມຝຶກຝົນຕົນເອງໃນການເຮັດອາຊີບນັ້ນ ກໍຈະເຮັດໃຫ້ຄວາມໃຝ່ຝັນຂອງທ່ານນັ້ນກາຍເປັນຈິງໄດ້. ດັ່ງຊີວິດຂອງ ທ່ານ ອານຸສອນ ວັນນະວົງ ເຊິ່ງມີຄວາມມັກວຽກດ້ານການບໍລິການເລີ່ມຕົ້ນເຮັດວຽກເປັນພຽງພະນັກງານຂາຍ ປັດຈຸບັນກາຍເປັນຜູ້ບໍລິຫານໂຮງແຮມໃຫຍ່.

ທ່ານ ອານຸສອນ ວັນນະວົງ ອາຍຸ 36 ປີ ຜູ້ບໍລິຫານໂຮງແຮມເອເດັນ ເຣຊີເດັນ ( EDEN RESIDENCE ) ເຊິ່ງຕັ້ງຢູ່ບ້ານສຸນັນທາ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໃຫ້ສຳພາດວ່າ: ຊີວິດ – ການງານຂອງຕົນເອງນັ້ນຖືວ່າດີພໍສົມຄວນ ເນື່ອງຈາກເກີດໃນຄອບຄົວພໍ່ – ແມ່ ເຮັດວຽກນຳລັດ ແລະ ມີອ້າຍ 1 ຄົນ ກໍເຮັດວຽກກັບລັດເຊັ່ນກັນ. ແຕ່ດ້ວຍຕົນເອງມີຄວາມມັກຮັກໃນວຽກດ້ານບໍລິການ ຈຶ່ງຕັດສິນໃຈອອກມາເຮັດວຽກນຳເອກະຊົນຈົນປັດຈຸບັນກາຍເປັນຜູ້ບໍລິຫານໂຮງແຮມຂະໜາດໃຫຍ່ທີ່ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ.

ທ່ານ ອານຸສອນ ໃຫ້ຮູ້ອີກວ່າ:ຕົນເອງຮຽນຈົບຈາກວິທະຍາໄລເອກະຊົນແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ. ໃນຄາວຍັງນ້ອຍແມ່ນມັກວຽກດ້ານບໍລິການ ເພາະຈະໄດ້ພົບປະຜູ້ຄົນ, ເຄີຍມີຄວາມຝັນຢາກມີຮ້ານອາຫານນ້ອຍໆ ແລະ ໂຮງແຮມເປັນຂອງຕົນເອງ. ມາໃນປີ 2005 ຕົນເອງໄດ້ເລີ່ມເຮັດວຽກທຳອິດ ໂດຍການເປັນພະນັກງານຂາຍແວ່ນຕາໃຫ້ກັບຮ້ານແຫ່ງໜຶ່ງທີ່ນະຄອນຫຼວງວຽງຈັນ ໂດຍມີເງິນເດືອນເລີ່ມຕົ້ນ 500.000 ກີບ.

ຈາກນັ້ນກໍໄດ້ເປັນພະນັກງານການຕະຫຼາດໃຫ້ກັບຫຼາຍບໍລິສັດ ຈົນມາເຖິງປີ 2009 ມີໂອກາດໄດ້ເຂົ້າເຮັດວຽກທີ່ໂຮງແຮມໃຫຍ່ແຫ່ງໜຶ່ງໃນນະຄອນຫຼວງວຽງຈັນ. ຈາກນັ້ນ, ກໍຮູ້ສຶກວ່າຕົວເອງມັກວຽກບໍລິການດ້ານໂຮງແຮມ ເຊິ່ງໄດ້ມີການພົບປະແລກປ່ຽນປະສົບການກັບແຂກຫຼາຍເຊື້ອຊາດ, ຫຼາຍພາສາ ແລະ ທີ່ສໍາຄັນມັນເປັນວຽກທີ່ເຮັດໃຫ້ເຮົາໄດ້ມີການຝຶກທັກສະດ້ານພາສາໄປໃນຕົວຈົນກ້າວສູ່ການເປັນຜູ້ບໍລິຫານໂຮງແຮມເອເດັນ ເຣຊີເດັນ ທີ່ນະຄອນໄກສອນ ພົມວິຫານ ໃນປັດຈຸບັນ.

ທັງນີ້, ທ່ານ ອານຸສອນ ວັນນະວົງ ໃຫ້ຮູ້ຕື່ມວ່າ: ຊີວິດການເປັນຜູ້ບໍລິຫານໂຮງແຮມມັນບໍ່ແມ່ນເລື່ອງງ່າຍ ການບໍລິຫານຜູ້ຄົນຫຼາຍໆຄົນ ແລະ ບໍລິຫານເງິນໃຫ້ເກີດມີກຳໄລຂຶ້ນມາມັນບໍ່ແມ່ນເລື່ອງງ່າຍ, ມັນມີຄວາມທ້າທາຍຫຼາຍຢ່າງ ບໍ່ວ່າຈະເປັນຄູ່ແຂ່ງທາງທຸລະກິດຮູບແບບດຽວກັນ ແຕ່ກໍພະຍາຍາມບຸກບືນເຮັດສິ່ງທີ່ຕົນເອງມັກໃຫ້ອອກມາດີທີ່ສຸດ ແລະ ມັນກໍເຮັດໃຫ້ສິ່ງທີ່ຕົນເອງມັກ ພາໃຫ້ຕົນເອງປະສົບຜົນສຳເລັດໄດ້ຮອດທຸກມື້ນີ້. ອານຸສອນ ຍັງໃຫ້ທັດສະນະການເປັນຜູ້ບໍລິຫານທີ່ດີວ່າ: ໃນ ຄວາມຄິດສ່ວນຕົວແລ້ວຜູ້ບໍລິຫານຕ້ອງມີດັ່ງນີ້:

1 ຕ້ອງມີພາວະການເປັນຜູ້ນໍາ.

2 ມີວິໄສທັດກວ້າງໄກ.

3 ມີຄວາມຊື່ສັດທ່ຽງຕົງຍຸຕິທໍາ.

4 ສາມາດວິເຄາະເສດຖະກິດ ( ແນວທາງການຕະຫຼາດ ).

5 ຕ້ອງກ້າຕັດສິນໃຈ.

[ ໂດຍ: ສັນຕິ ]