ປູກຜັກຂາຍປີໜຶ່ງສ້າງລາຍໄດ້ 60 ລ້ານກວ່າກີບ

202

ການປູກຜັກຖືເປັນອາຊີບໜຶ່ງທີ່ສ້າງລາຍຮັບໄດ້ດີ ແລະ ມີຫຼາຍໆຄອບຄົວທີ່ກາຍເປັນຄອບຄົວຕົວແບບ, ທ່ານ ສຸພາກອນ ທໍາມະວົງ ກໍເປັນອີກຄອບຄົວໜຶ່ງທີ່ຢຶດຖືອາຊີບປູກຜັກສ້າງຄວາມເຂັ້ມແຂງໃຫ້ຕົນເອງ ແລະ ຄອບຄົວໃຫ້ມີລາຍໄດ້ເພີ່ມ.

ທ່ານ ສຸພາກອນ ທໍາມະວົງ ພະນັກງານສັງກັດຢູ່ອົງການກວດກາແຫ່ງລັດ, ທັງເປັນສະມາຊິກຊາວໜຸ່ມແຂວງຫົວພັນ ໄດ້ຢຶດເອົາການປູກຜັກເປັນອາຊີບເສີມຍາດເວລາພາຍຫຼັງເລີກໂມງລັດຖະການ ແລະ ວັນພັກ ເພື່ອສ້າງເສດຖະກິດຄອບຄົວ. ໄດ້ເລີ່ມປູກຜັກຂາຍເປັນສິນຄ້າ ນັບຕັ້ງແຕ່ປີ 2017 ເປັນຕົ້ນມາ ໃນເນື້ອທີ່ 4 ໄລ່ປາຍ ສາມາດສ້າງລາຍຮັບເຂົ້າຄອບຄົວສະເລ່ຍແລ້ວປີໜຶ່ງ ປະມານ 60 ກວ່າລ້ານກີບ.

ທ່ານ ສຸພາກອນ ທໍາມະວົງ ກ່າວວ່າ: ທໍາອິດໄດ້ລົງທຶນຊື້ແນວພັນຜັກຊະນິດຕ່າງໆ ພ້ອມເຄື່ອງອຸປະກອນການກະເສດ ມູນຄ່າ 50 ລ້ານກວ່າກີບ. ທຶນດັ່ງກ່າວແມ່ນໄດ້ຈາກການຮິບໂຮມເງິນເດືອນພາຍໃນຄອບຄົວໃນແຕ່ລະເດືອນ, ມີແຮງງານຄອບຄົວເປັນຕົ້ນຕໍ ແລະ ໄດ້ເນັ້ນເຖິງຄຸນນະພາບຂອງການປູກຜັກ ເພື່ອໃຫ້ຜັກທີ່ໄດ້ມາເປັນຜັກສະອາດປອດໄພແກ່ຜູ້ບໍລິໂພກ, ເປັນຜັກປອດສານພິດ ໂດຍການນໍາໃຊ້ຝຸ່ນທໍາມະຊາດ ຫຼື ຝຸ່ນຄອກ.

ພາບປະກອບ

ການເຮັດກະສິກຳນັ້ນ ແມ່ນບໍ່ເຄີຍໄດ້ຮໍ່າຮຽນ ຫຼື ຝຶກອົບຮົມມາກ່ອນ ແຕ່ຖ້າເຮົາມີຄວາມມັກຮັກ ແລະ ສະແຫວງຫາກໍບໍ່ຍາກ ພຽງແຕ່ເຮົາມີຄວາມດຸໝັ່ນເຮັດໃຫ້ທັນເວລາ, ເບິ່ງແຍງບົວລະບັດໃຫ້ດີເປັນປະຈຳ ກໍຈະໄດ້ຮັບຜົນດີເຖິງເວລາເກັບກ່ຽວກໍເກັບກ່ຽວໃຫ້ທັນເວລາ. ສ່ວນຂໍ້ຫຍຸ້ງຍາກກໍມີ ໂດຍສະເພາະແມ່ນການຊອກຫາຝຸ່ນຄອກ, ຄວາມຮູ້ທາງດ້ານເຕັກນິກວິຊາການດ້ານກະສິກໍາຍັງມີໜ້ອຍ ກໍເຮັດໃຫ້ຜົນຜະລິດບໍ່ຄ່ອຍດີ ແຕ່ສ່ວນຫຼາຍກໍບໍ່ຄ່ອຍມີບັນຫາ ຈຶ່ງເຮັດໃຫ້ຜົນຜະລິດໃນແຕ່ລະປີມີປະສິດທິຜົນດີພໍສົມຄວນ. ສ່ວນການຕະຫຼາດແມ່ນມີແມ່ຄ້າມາຮັບຊື້ເອົາກັບທີ່ ຫຼື ໄປສົ່ງຕາມຂາປະຈໍາ ແລະ ອາດຈະເວົ້າໄດ້ວ່າຍັງບໍ່ສາມາດຕອບສະໜອງຜັກໄດ້ຢ່າງພຽງພໍ ເຊິ່ງສະແດງເຫັນວ່າຍັງມີຄວາມຮຽກຮ້ອງຕ້ອງການຂອງລູກຄ້າຍັງມີຫຼາຍ.

ພາບປະກອບ

ສຳລັບແຜນໃນຕໍ່ໜ້າເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ ກໍຄືສັງຄົມໄດ້ມີແຜນຈະຂະຫຍາຍເນື້ອທີ່ໃນການຜະລິດຕື່ມອີກ.

ໂອກາດດັ່ງກ່າວຍັງໄດ້ເຊີນຊວນບັນດາຜູ້ທີ່ຍັງວ່າງວຽກ ບໍ່ວ່າຈະແມ່ນຊາວໜຸ່ມ – ເຍົາວະຊົນ, ພໍ່ແມ່ພີ່ນ້ອງປະຊາຊົນຜູ້ທີ່ມີຄວາມສົນໃຈຢາກປະກອບການເຮັດເປັນເສດຖະກິດ ຫຼື ລອງເຮັດກະສິກໍາແບບປະສົມປະສານດ້ວຍການປູກຜັກແບບປະສົມປະສານຂາຍເປັນສິນຄ້າ ເພື່ອສ້າງເສດຖະກິດຄອບຄົວຕາມແນວທາງນະໂຍບາຍຂອງພັກ – ລັດ ສ້າງລາຍຮັບໃຫ້ແກ່ຄອບຄົວ ແລະ ເຮັດໃຫ້ຄອບຄົວມີຊີວິດການເປັນຢູ່ທີ່ດີຂຶ້ນເປັນກ້າວໆ.

ພາບປະກອບ

[ ຂໍ້ມູນໂດຍ: ຄໍາສິງ ວິໄລຄໍາ, ຮຽບຮຽງ: ສັນຕິ ]